Skip to main content

ໃຜເປັນຜູ້ຄິດຄົ້ນຄໍາວ່າ "ສົງຄາມເຢັນ"

ຫຼາຍໆຄົນອາດຈະຮູ້ມາກ່ອນແລ້ວວ່າ ຫຼັງຈາກສົງຄາມໂລກຄັ້ງທີ 2 ໄດ້ຈົບລົງໃນປີ 1945. ໂລກຂອງເຮົາກໍ່ໄດ້ເຂົ້າສູ່ຄວາມຂັດແຍ່ງຄັ້ງໃຫຍ່ລະຫວ່າງສອງມະຫາອຳນາດ ກໍ່ຄື ຝ່າຍໂລກເສລີປະຊາທິປະໄຕທີ່ນໍາໂດຍສະຫະລັດອາເມລິກາ ກັບຝ່າຍຄອມມູນິດທີ່ນໍາໂດຍສະຫະພາບໂຊຫວຽດ ເຊີ່ງເອີນຍຸກນີ້ວ່າ: "ສົງຄາມເຢັນ".

ແຕ່ທ່ານຮູ້ຫຼືບໍ່ວ່າ ຄໍາວ່າ "ສົງຄາມເຢັນ" ມີຈຸດເລີ່ມຕົ້ນ ຫຼື ໃຜເປັນຜູ້ທີ່ຄິດຄົ້ນ ປະດິດຄໍາໆນີ້ເປັນຄົນທຳອິດ. ດັ່ງນັ້ນ, ໃນບົດຄວາມນີ້ ເຮົາຈະມາໄຂຂໍ້ສົງໃສນີ້ນໍາກັນ.
ທິດສະດີທຳອິດເຊື່ອວ່າຜູ້ທີ່ຄິດຄົ້ນຄໍາວ່າ "ສົງຄາມເຢັນ" ຄືນັກຂຽນຄົນອັງກິດທີ່ມີຊື່ວ່າ: ຈອດ ອໍເວວ (George Orwell). ບົດຄວາມທີ່ມີຊື່ວ່າ "ເຈົ້າ ແລະ ລະເບີດປາລໍາມະນູ ຫຼື You and the Atomic Bomb ທີ່ ຈອດ ອໍເວວ ໄດ້ຂຽນໄວ້ໃນໜັງສືພິມ Tribune ສະບັບວັນທີ 19 ຕຸລາ 1945 ເຊິ່ງໃນບົດຄວາມນີ້ກໍ່ໄດ້ປາກົດຄໍາວ່າ "Cold War ຫຼື ສົງຄາມເຢັນ" ຂຶ້ນເປັນຄັ້ງທຳອິດນັ້ນເອງ.
ສ່ວນທິດສະດີທີສອງເຊື່ອວ່າ ຜູ້ທີ່ຄິດຄົ້ນ ແລະ ປະດິດຄໍາວ່າ "ສົງຄາມເຢັນ" ນັ້ນກໍ່ຄື ເບີນາດ ບາຣຸດ (Bernard Baruch), ນັກທຸລະກິດຄົນອາເມລິກາ ແລະ ເປັນທີ່ປຶກສາຂອງ ທ່ານ ແຮຣີ ເອສ໌. ທຣູແມນ (Harry S. Truman), ປະທານາທິບໍດີສະຫະລັດ.

ໂດຍທີ່ໃນວັນທີ 16 ເມສາ 1947, ທ່ານ ບາຣຸດ ໄດ້ຂຶ້ນກ່າວປາໄສຢູ່ທີ່ສະພາຂອງລັດ ເຊົາແຄໂລໄລນາ ເຊິ່ງເຂົາໄດ້ປາໄສໂດຍມີໃຈຄວາມວ່າ: "ຢ່າໃຫ້ພວກເຮົາຕ້ອງຖືກຕົວະອີກຕໍ່ໄປ: ມື້ນີ້ພວກເຮົາໄດ້ເຂົ້າສູ່ສະພາວະສົງຄາມເຢັນແລ້ວ" ຫຼື " Let us not be deceived: we are today in the midst of a cold war". ເອີ້ນໄດ້ວ່າການກ່າວປາໄສຂອງ ບາຣຸດ ໃນມື້ນັ້ນເປັນຈຸດເລີ່ມຕົ້ນຂອງການໃຊ້ຄໍາວ່: "ສົງຄາມເຢັນ" ເປັນຄັ້ງທໍາອິດເລີຍກໍ່ວ່າໄດ້.
ນອກຈາກນີ້, ໃນເວລາຕໍ່ມາກໍ່ໄດ້ມີນັດຂຽນຄົນອາເມລິກາທີ່ຊື່ວ່າ ວໍເຕີ ລິບແມນ (Walter Lippmann) ໄດ້ເອົາປະໂຫຍກທີ່ ທ່ານ ບາຣຸດ ທີ່ກ່າວປາໄສໄວ້ນໍາໄປໃຊ້ເປັນແນວທາງໃນການຂຽນໜັງສືເຫຼັ້ມໃໝ່ຂອງລາວອີກດ້ວຍ. ໂດຍທີ່ໜັງສືທີ່ ທ່ານ ວໍເຕີ ລິບແມນ ຂຽນນັ້ນມີຊື່ວ່າ "The Cold War" ເຊິ່ງຖືໄດ້ວ່າເປັນໜັງສືເຫຼັ້ມທຳອິດທີ່ໄດ້ອະທິບາຍເຖີງຄອນເຊັບຂອງສົງຄາມເຢັນ ແລະ ຄວາມຂັດແຍ່ງຂອງສະຫະລັດອາເມລິກາ ກັບ ສະຫະພາບໂຊຫວຽດ ຢ່າງເປັນທາງການ.

ແລະນີ້ກໍ່ຄືຄວາມເປັນມາຂອງຄໍາວ່າ: "ສົງຄາມເຢັນ ຫຼື Cold War"  ທີ່ເປັນຊື່ເຫດການສໍາຄັນຂອງໂລກໃນຊ້ວງສະຕະວັດທີ 20 ນັ້ນເອງ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ