Skip to main content

Posts

Showing posts from September, 2020

ໝຸ່ມອິນເດຍບໍ່ຈົບຮອດ ປໍ5, ແຕ່ສາມາດຕົວະເປັນໝໍໄດ້ 4 ປີ ສຸດທ້າຍຖືກຈັບຍ້ອນເມຍ

ຕໍາຫຼວດອິນເດຍຈັບຊາຍອິນເດຍອາຍຸ 23 ປີ ເຊິ່ງໃຊ້ປະຫວັດການສຶກສາປອມຕົວະເຮັດວຽກເປັນໝໍໄດ້ດົນເຖີງ 4 ປີ ແລະ ເຮັດວຽກເປັນໝໍມາແລ້ວເຖີງ 16 ໂຮງໝໍໃນຫຼາຍເມືອງຂອງອິນເດຍ. ທ້າວ ວິລະກັນທຳ ເຕຊະ (Veeragandham Teja) ໄດ້ປອມແປງປະຫວັດທຸກຢ່າງຂອງຕົນເອງນັບຕັ້ງແຕ່ຊື່, ອາຍຸ, ໃບປະກາດ, ປະຫວັດການສຶກສາ ແລະ ປະຫວັດການເຮັດວຽກ ເພື່ອສະມັກເປັນທ່ານໝໍໃນໂຮງໝໍເອກກະຊົນຫຼາຍແຫ່ງທົ່ວປະເທດອິນເດຍ ແລະ ເຖີງຂັ້ນໄດ້ເປັນອາສາສະມັກຊ່ວຍຕໍາຫຼວດຄັດ ແລະ ຮັກສາຜູ້ຕິດເຊື້ອພະຍາດໂຄວິດ-19 ມາແລ້ວ, ແຕ່ສຸດທ້າຍລາວກໍ່ຖືກຈັບຢູ່ທີ່ເມືອງໄຮເດີລາບັດ. ລາວຖືກຈັບໄດ້ຫຼັງຈາກເມຍຄົນທີ 2 ຂອງລາວທີ່ຫາກໍ່ແຕ່ງງານກັນໃນເດືອນກຸມພາ ໄດ້ໄປແຈ້ງຕໍາຫຼວດວ່າຖືກຜູ້ເປັນຜົວຕົວະໃຫ້ແຕ່ງງານນໍາ ເນື່ອງຈາກວ່າຜົວບໍ່ໄດ້ບອກວ່າລາວເຄີຍມີເມຍມາກ່ອນ. ພາຍຫຼັງທີ່ຖືກຈັບ, ຕໍາຫຼວດຈົນພາກັນງຶດເມື່ອຮູ້ວ່າຊາຍຄົນດັ່ງກ່າວນີ້ໄດ້ຕົວະ ແລະ ປອມແປງເກືອບທຸກຢ່າງ ຈົນໄດ້ເຮັດວຽກເປັນທ່ານໝໍ ໂດຍໃສ່ຊື່ວ່າ ດຣ. ວາຍເອສ ເຕຊະ (Dr. YS Teja) ແລະ ໄດ້ເຮັດວຽກຢູ່ໂຮງໝໍມາແລ້ວ 16 ແຫ່ງ ທັງໆທີ່ລາວບໍ່ມີຄວາມຮູ້ທາງດ້ານການແພດເລີຍ ແລະ ຮຽນບໍ່ຈົບຮອດ ປໍ5 ຊໍ້າ. ຈາກການສືບສວນປະຫວັດ, ເຈົ້າໜ້າທີ່ພົບວ່າ ທ້າວ ວິລະກັນທຳ ໄດ້ໜີອອກຈາກເຮືອນໃນປີ 2005 ແລະ ມາເຮັດວຽກ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 Raptor ແລະ F-35 ລວມກັນຫຼາຍກວ່າ 150 ລໍາທີ່ຖານທັບອາກາດລັດອາລັດສະກ້າ ລວມເຖີງຈະພັດທະນາທ່າເຮືອ ເພື່ອຄານອຳນາດກັບຣັດເຊຍ ແລະ ຈີນ ໃນມະຫາສະມຸດອາກຕິກ. ມະຫາສະມຸດອາກຕິກຕັ້ງຢູ່ຍໍລິເວນຂົ້ວໂລກເໜືອ ມີຊັບພະຍາກອນທຳມະຊາດຢ່າງຫຼວງຫຼາຍທັງນໍ້າມັນ, ກາດທຳມະຊາດ ແລະ ແຮ່ທາດຫາຍາກຕ່າງໆ. ເນື່ອງຈາກສະພາບອາກາດຂອງໂບກທີ່ປ່ຽນແປງໄປສົ່ງຜົນໃຫ້ນໍ້າແຂງຂົ້ວໂລກລະລາຍໄວຂຶ້ນ ເຮັດໃຫ້ມີການຄົ້ນພົບເກາະ ແລະ ເສັ້ນທາງເດີນເຮືອໃຫມ່ໆຫຼາຍຂຶ້ນ. ດັ່ງນັ້ນ, ມະຫາສະມຸດອາກຕິກຈຶ່ງເປັນພື້ນທີ່ທີ່ຊາດມະຫາອຳນາດເລີ່ມເຂົ້າມາແຂ່ງຂັນກັນຂະຫຍາຍອິດທິພົນເພື່ອສະແຫວງຫາຜົນປະໂຫຍດຂອງຕົນ.  ຂະນະນີ້ຣັດເຊຍເປັນປະເທດທີ່ມີອິດທິພົນໃນເຂດອາກຕິກຫຼາຍທີ່ສຸດ, ມີກອງເຮືອຕັດນໍ້າກ້ອນຂະໜາດໃຫຍ່ທີ່ສຸດໃນໂລກ, ມີການສ້າງຖານທັບ ແລະ ເພີ່ມກຳລັງທະຫານໃນພື້ນທີ່ຕະຫຼອດຊ້ວງຫຼາຍປີທີ່ຜ່ານມາ ລວມເຖີງມີການພັດທະນາອາວຸດສຳລັບໃຊ້ໃນເຂດໜາວໂດຍສະເພາະອອກມາຫຼາຍລຸ້ນ. ສ່ວນສະຫະລັດນັ້ນ ໄດ້ບໍ່ໄດ້ເອົາໃຈໃສ່ພາກພື້ນອາກຕິກເທົ່າທີ່ຄວນມາດົນ ຈຶ່ເຮັດໃຫ້ຕາມຫຼັງຣັດເຊຍຢູ່ຫຼາຂຸມ. ອີງຕາມຂໍ້ມູນຈາກ Al-Masdar News ແລະ Popular Mechanics, ປະຈຸບັນຣັດເຊຍມີເຮືອຕັດນໍ້າກ້ອນ 40 ລໍາ ແລະ ກຳລັງສ້າງເພີ່ມອີດ 13 ລໍາ ພາ

ກອງທັບຈີນປະນາມ "ສະຫະລັດ" ເປັນໄພຂຸກຄາມໃຫຍ່ຕໍ່ສັນຕິພາບໂລກ

ກະຊວງປ້ອງກັນປະເທດຈີນ ອອກໄດ້ອອກຖະແຫຼງການ ເພື່ອໂຕ້ຕອບບົດລາຍງານສະຫະລັດທີ່ບອກວ່າຈີນຕ້ອງການເພີ່ມອຳນາດທາງການທະຫານ ແລະ ອາວຸດນິວເຄຍ ໂດຍບອກວ່າສະຫະລັດເປັນໄພຂຸກຄາມຕໍ່ເສລີພາບໂລກ ແລະ ການຮ່ວມມືລະຫວ່າງປະເທດ. ກ່ອນໜ້ານີ້ບໍ່ດົນ, ກະຊວງປ້ອງກັນປະເທດສະຫະລັດໄດ້ເຜີຍແຜ່ບົດລາຍງານປະຈໍາປີທີ່ມີຊື່ວ່າ "ການພັດທະນາດ້ານການທະຫານ ແລະ ຄວາມໜັ້ນຄົງ ກ່ຽວກັບ ສປ. ຈີນ ຫຼື Military And Security Developments Involving The People's Republic of China 2020" ເຊິ່ງເປັນບົດລາຍງານທີ່ຈະຂຽນຂຶ້ນມາທຸກປີ ເພື່ອວິເຄາະພັດທະນາການທາງດ້ານການທະຫານ ແລະ ຄວາມໝັ້ນຄົງຂອງຈີນ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ແນວໂນ້ມທີ່ເປັນໄປໄດ້ໃນອານາຄົດ ໂດຍເນື້ອໃນຫຼັກໆຂອງບົດລາຍງານສະບັບນີ້ໄດ້ລະບຸວ່າ "ຈີນຈະເພີ່ມຫົວຣົບນິວເຄຍເປັນ 2 ເທົ່າໃນອີກ 10 ຂ້າງໜ້າ" ແລະ "ຈີນກຳລັງສ້າງເຄືອຂ່າຍທາງການທະຫານ (ຖານທັບ) ໃນພາກພື້ນປະເທດອາຊີ" ແລະ ອື່ນໆ. ດັ່ງນັ້ນ, ວັນອາທິດ, ວັນທີ 13 ກັນຍາ 2020, ກະຊວງປ້ອງກັນປະເທດຈີນຈຶ່ງໄດ້ອອກມາຖະແຫຼງໂຕ້ຕອບສະຫະລັດຄືນ ໂດຍໂຄສົກກະຊວງປ້ອງກັນປະເທດຈີນ ພັນເອກ ວູ ສຽນ (Wu Qian) ໄດ້ເອີ້ນບົດລາຍງານຂອງສະຫະລັດວ່າເປັນ "ການໃສ່ຮ້າຍປ້າສີແບບຜູ້ຍິງໂລເລສະຫະລ

ສະຫະລັດຮຽກຮ້ອງໃຫ້ປະເທດອາຊ້ຽນຕັດສຳພັນກັບບໍລິສັດຈີນທີ່ຊ່ວຍສ້າງເກາະທຽມໃນທະເລຈີນໃຕ້

ລັດຖະມົນຕີຕ່າງປະເທດສະຫະລັດ, ທ່ານ ໄມ ປອມ ເປໂອ ຖະແຫຼງການໃນກອງປະຊຸມອາຊ້ຽນ (ເປັນກອງປະຊຸມແບບວິດີໂອຄໍຜ່ານທາງໄກ) ທີ່ນະຄະຫຼວງຮ່າໂນ້ຍ, ສສ. ຫວຽດນາມ ຕໍ່ໜ້າລັດຖະມົນຕີຕ່າງປະເທດຂອງສະມາຊິກປະເທດອາຊຽນ 10 ຊາດ ແລະ ຍັງມີອີກ 27 ຊາດທົ່ວໂລກເຂົ້າຮ່ວມການປະຊຸມລວມເຖີງ ຈີນ, ຣັດເຊຍ, ຍີ່ປຸ່ນ, ອົດສະຕາລີ, ເກົາຫຼີໃຕ້ ແລະ ອິນເດຍ ວ່າ: ວໍຊິງຕັນຕ້ອງການໃຫ້ປະເທດອາຊີຕາເວັນອອກສຽງໃຕ້ຕັດສຳພັນກັບບໍລິສັດຈີນທີ່ຊ່ວຍປັກກິ່ງສ້າງເກາະທຽມກາງທະເລຈີນໃຕ້. ເຊິ່ງບັນຍາກາດຂອງກອງປະຊຸມເຕັມໄປດ້ວຍອິດທິພົນຂອງຄວາມຂັດແຍ່ງລະຫວ່າງສະຫະລັດກັບຈີນ. "ເຖີງເວລາແລ້ວທີ່ລັດຖະບານປະເທດອາຊີຕາເວັນອອກສຽງໃຕ້ຕ້ອງພິຈາລະນາທົບທວນຄວາມສຳພັນທາງທຸລະກິດກັບບໍລິສັດຈີນທີ່ກ່ຽວຂ້ອງກັບການສ້າງເກາະທຽມໃນທະເລຈີນໃຕ້ ເຊິ່ງເປັນພື້ນທີ່ພິພາດ. ມັນບໍ່ແມ່ນແຕ່ເວົ້າລະລ້າ, ມັນແຕ່ຕ້ອງເຮັດນໍາ. ບໍລິສັດຈີນເລົ່ານີ້ທີ່ມີລັດຖະບານຈີນເປັນເຈົ້າຂອງໄດ້ເຮັດນັກເລັງໃສ່ບັນດາປະເທດສະມາຊີກແຖບແຄມຟັງທະເລຈີນໃຕ້. ຢ່າປ່ອຍໃຫ້ພັກຄອມມູນິດຈີນຢຽບສັກສີພວກເຮົາ ແລະ ປະຊາຊົນຂອງພວກເຮົາ". ທ່ານ ປອມເປໂອ ກ່າວຖະແຫຼງ. ຊ້ວງເດືອນທີ່ຜ່ານມາສະຫະລັດໄດ້ຂຶ້ນບັນຊີດຳບໍລິສັດຈີນທີ່ມີປັກກິ່ງເປັນເຈົ້າຂອງໂດຍໃຫ້ເຫດຜົນວ່າ ບໍລິສັດເລົ່ານີ້ຊ່ວຍເຫຼ

3 ຂໍ້ທີ່ສະຫະລັດຍອມຮັບເອງວ່າຈີນໄດ້ພັດທະນາທາງດ້ານການທະຫານທຽບເທົ່າ ຫຼື ແຊງໜ້າສະຫະລັດໄປແລ້ວ

ກະຊວງປ້ອງກັນປະເທດສະຫະລັດ ໄດ້ອອກບົດລາຍງານປະຈໍາປີ 2020 ເພື່ອສົ່ງໃຫ້ສະພາຂອງສະຫະລັດ ໂດຍມີຫົວຂໍ້ວ່າ: "ການພັດທະນາດ້ານການທະຫານ ແລະ ຄວາມໜັ້ນຄົງ ກ່ຽວກັບ ສປ. ຈີນ ຫຼື Military And Security Developments Involving The People's Republic of China 2020" ເຊິ່ງເປັນບົດລາຍງານທີ່ຈະຖືກຂຽນຂຶ້ນມາທຸກປີ ເພື່ອວິເຄາະພັດທະນາການທາງດ້ານການທະຫານ ແລະ ຄວາມໝັ້ນຄົງຂອງຈີນ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ແນວໂນ້ມທີ່ເປັນໄປໄດ້ໃນອານາຄົດ. ໃນອາທິດແລ້ວນີ້, ພາຍຫຼັງທີ່ບົດລາຍງານສະບັບນີ້ໄດ້ຖືກເຜີຍແຜ່ອອກມາ, ສໍານັກຂ່າວຕ່າງໆກໍ່ໄດ້ເອົາເນື້ອໃນສຳຄັນຂອງບົດລາຍງານໄປຂຽນຂ່າວເປັນຫົວຂໍ່ເດັ່ນໆ ແລະ ນໍາສະເໜີອອກໄປທົ່ວໂລກມາແລ້ວ ເຊັ່ນວ່າ: "ສະຫະລັດມີຄວາມກັງວົນວ່າຈີນຈະເພີ່ມຫົວຣົບນິວເຄຍເປັນ 2 ເທົ່າໃນອີກ 10 ຂ້າງໜ້າ" ຫຼື "ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານ (ຖານທັບ) ໃນພາກພື້ນປະເທດອາຊີ" ເລົ່ານີ້ເປັນຕົ້ນ.  ແຕ່ຍັງມີອີກປະເດັນໜຶ່ງທີ່ສຳຄັນທີ່ໄດ້ຂຽນໄວ້ໃນບົດລາຍງານທີ່ຍັງບໍ່ທັນເປັນຂ່າວ. ສະນັ້ນ, ມື້ນີ້ເລີຍຈະຍົກເອົາປະເດັນສຳຄັນອີກປະເດັນໜຶ່ງທີ່ໄດ້ຂຽນໄວ້ໃນບົດລາຍງານສະບັບນີ້ມານໍາສະເໜີໃຫ້ທຸກທ່ານໄດ້ອ່ານນໍາກັນ. ເຮົາມາເລີ່ມກັນເລີຍ: "3

ສະຫະລັດຕຽມຂຶ້ນບັນຊີດຳ ບໍລິສັດ SMIC ທີ່ເປັນຜູ້ຜະລິດຊິບລາຍໃຫຍ່ທີ່ສຸດຂອງຈີນ

ຄະນະບໍລິຫານຂອງ ທ່ານ ໂດນໍ ທຣໍ້າ, ປະທານາທິບໍດີສະຫະລັດ ກຳລັງເຮັດວຽກຮ່ວມກັນກັບໜ່ວຍງານອື່ນໆຂອງລັດຖະບານ ລວມເຖີງທືມງານຈາກກະຊວງປ້ອງກັນປະເທດ ເພື່ອກວດສອບວ່າບໍລິສັດຜະລິດຊິບລາຍໃຫຍ່ທີ່ສຸດຂອງຈີນຢ່າງ SMIC ໄດ້ເຮັດຄວາມຜິດຫຼືບໍ່ ແລະ ກຳລັງພິຈາລະນາຕຽມຂຶ້ນບັນຊີດຳບໍລິສັດນີ້ອີກດ້ວຍ. ປະຈຸບັນສະຫະລັດກຳລັງສົງໃສວ່າບໍລິສັດຜະລິດຊິບລາຍໃຫຍ່ແຫ່ງນີ້ອາດມີການພົວພັນ ແລະ ເຮັດວຽກຮ່ວມກັນກັບກອງທັບຈີນ ແລະ ຖ້າຫາກສະຫະລັດມີການໃຊ້ຊີ້ນສ່ວນໃດໆຈາກບໍລິສັດແຫ່ງນີ້ກໍ່ຈະເຮັດໃຫ້ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດໄດ້. ແຕ່ມາຮອດດຽວນີ້ ສະຫະລັດຍັງບໍ່ທັນໄດ້ອອກມາສະແດງຫຼັກຖານວ່າ SMIC ໄດ້ລະເມີດກົດເທື່ອ. ແຕ່ຫຼັງຈາກຂ່າວນີ້ປະກາດອອກມາເຮັດໃຫ້ລາຄາຮຸ້ນຂອງບໍລິສັດຜະລິດຊິບລາຍໃຫຍ່ແຫ່ງນີ້ຕົກລົງຢ່າງໝັກເຖີງ 20%. ສ່ວນທາງດ້ານຜູ້ບໍລິຫານຂອງ SMIC ກໍ່ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວວ່າ ບໍລິສັດບໍ່ໄດ້ມີການພົວພັນ ຫຼື ເຊື່ອມໂຍງໃດໆກັບກອງທັບຈີນເລີຍ ແລະ ບອກວ່າຊິບຂອງພວກເຂົານັ້ນນໍາໄປໃຊ້ກັບຄົວເຮືອນ ຫຼື ປະຊາຊົນເທົ່ານັ້ນ, ບໍ່ໄດ້ນໍາໄປໃຊ້ໃນດ້ານການທະຫານຂອງລັດຖະບານຈີນຕາມທີ່ຖືກກ່າວຫາແຕ່ຢ່າງໃດ. _______________ 👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

ຜູ້ນໍາເກົາຫຼີເໜືອ ສົ່ງສະມາຊີກພັກລະດັບສູງ 12,000 ຄົນ ລົງຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຈາກພາຍຸໄຕ້ຝຸ່ນຖະລົ່ມ

ສຳນັກຂ່າວ ເອເອເຟພີ ລາຍງານຂ່າວໃນວັນທີ 6 ກັນຍາ ວ່າ ທ່ານ ຄືມ ຈອງອຶນ, ຜູ້ນໍາສູງສຸດເກົາຫຼີເໜືອ ສັ່ງການໃຫ້ສະມາຊິກພັກລະດັບສູງຂອງພັກກຳມະກອນເກົາຫຼີ ລົງພື້ນທີ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຈາກພາຍຸໄຕ້ຝຸ່ນຢູ່ແຂວງຮຳກະຍອງເໜືອ ແລະ ແຂວງຮຳກະຍອງໃຕ້. ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງ 1 ມື້ຫຼັງຈາກລັດຖະບານເກົາຫຼີເໜືອປະກາດວ່າຈະລົງໂທດເດັດຂາດກັບເຈົ້າໜ້າທີ່ລະດັບສູງຫຼາຍຄົນ ໂທດຖານປະຕິບັດໜ້າທີ່ດ້ວຍຄວາມປະໝາດຈົນເປັນເຫດໃຫ້ມີຜູ້ເສັຍຊີວິດ, ບາດເຈັບ ຫຼື ສູນຫາຍຈາກເຫດຟາຍຸທະລົ່ມ. ຢ່າງໃດກໍ່ຕາມທາງການບໍ່ໄດ້ລະບຸຈໍານວນຜູ້ເສັຍຊີວິດ ແລະ ບາດເຈັບ. ແຕ່ທາງດ້ານສຳນັກຂ່າວ KCNA ໄດ້ລາຍງານວ່າເຮືອນຂອງປະຊາຊົນຫຼາຍກວ່າ 1,000 ຫຼັງ ລວມທັງອາຄານສາທາລະນະ ແລະ ພື້ນທີ່ການກະເສດໄດ້ຮັບຄວາມເສັຍຫາຍຢ່າງຮຸນແຮງຈາກນໍ້າຖ້ວມເປັນພື້ນທີ່ກວ້າງ. ດັ່ງນັ້ນ, ຜູ້ນໍາເກົາຫຼີເໜືອຈຶ່ງໄດ້ສັ່ງໃຫ້ສະມາຊີກພັກລະດັບສູງ 12,000 ຄົນເຂົາຊ່ວຍເຫື້ອໃນການຟື້ນຟູສອງແຂວງດັ່ງກ່າວທີ່ໄດ້ຮັບຜົນກະທົບຈາກພາຍຸ. ໂດຍເນື້ອໃນຈົດໝາຍຄໍາສັ່ງຂອງຜູ້ນໍາເກົາຫຼີເໜືອມີໃຈຄວາມວ່າ: "ພວກເຮົາບໍ່ສາມາດປ່ອຍໃຫ້ປະຊາຊົນຈໍານວນຫຼວງຫຼາຍຂອງແຂວງຮຳກະຍອງເໜືອ ແລະ ຮຳກະຍອງໃຕ້ທີ່ຫາກໍ່ປະສົບໄພພິບັດໃຊ້ເວລາໃນຊ້ວງວັນພັກໂດຍບໍ່ມີທີ່ຢູ່ອາໃສ.

ລັດຖະບານປະເທດຄູເວດໃກ້ເຈ້ງ, ບໍ່ມີເງິນທີ່ຈະຈ່າຍໃຫ້ພະນັກງານ

ຫາກລາຄານໍ້າມັນຍັງບໍ່ສູງຂຶ້ນ ເງິນທີ່ໃຊ້ສອຍໃນຕອນນີ້ຄືການຖອນອອກຈາກກອງທຶນສຳຮອງຂອງປະເທດ ແລະ ກໍ່ຈະໝົດທັນທີ ເນື່ອງຈາກການຂາດດຸນຂອງຄູເວດສູງເຖີງ 18.44 ພັນລ້ານໂດລາ ສໍາລັບປີງົບປະມານ 2019-2020 ແລະ ມາຮອດເດືອນມີນາ 2020 ທີ່ຜ່ານມາ, ການຂາດດຸນຍັງສືບຕໍ່ຂະຫຍາຍວົງກວ້າງອອກໄປອີກເປັນ 45.78 ພັນລ້ານໂດລາ ເຊິ່ງເພີ່ມຂຶ້ນຈາກການຂາດດຸດກ່ອນໜ້ານີ້ຢູ່ທີ່ 25.18 ພັນລ້ານໂດລາ ເນື່ອງຈາກລາຄານໍ້າມັນຕົກຕໍ່າ ແລະ ການລະບາດຂອງພະຍາດໂຄວິດ-19. ຝ່າຍບໍລິຫານຂອງສະພາຄູເວດກຳລັງປຶກສາຫາລືກັນເລື່ອງກົດໝາຍໜີ້ສະບັບໃຫມ່ ເພື່ອທີ່ຈະປົດໜີ້ຂອງລັດຖະບານໂດຍການກູ້ຢືມເງິນສູງເຖີງ 65.4 ພັນລ້າໂດລາ ໃນຊ້ວງ 30 ປີຂ້າງໜ້າ. ຄູເວດເປັນໜຶ່ງໃນຫົກປະເທດເສດຖະກິດຂອງອ່າວອາລັບທີ່ເພີ່ງພາລາຍໄດ້ຈາກນໍ້າມັນຫຼາຍເກີນໄປ ເພື່ອຄວາມສະດວກສະບາຍຂອວຕົນເອງ. ຈາກການຄາດການລ້າສຸດຂອງນັກວິເຄາະທີ່ສຳຫຼວດໂດຍຣອຍເຕີ້ ຄາດວ່າລາຄານໍ້າມັນຈະລຸດລົງໃນປີນີ້ກ່ອນທີ່ຈະດິດໂຕຂຶ້ນໃນປີ 2021, ແຕ່ກໍ່ບໍ່ແມ່ນວ່າທຸກປະເທດຈະຟື້ນໂຕໄດ້ຢ່າງໄວວາ. ດັ່ງນັ້ນ, ຄູເວດວາງແຜນທີ່ຈະລຸດສ່ວນແບ່ງລາຍໄດ້ໃຫ້ຜູ້ອົບພະຍົກຕ່າງຊາດລົງຈາກ 70% ໃຫ້ເຫຼືອພຽງ 30% ເພື່ອແກ້ໄຂບັນຫາຄວາມບໍ່ສົມດຸນທາງປະຊາກອນເຊັ່ນດຽວກັນກັບເພື່ອນບ້ານໃນອ່າວອາລັບ. ເນື່ອງຈາກບັນດາປະເທ

ອີຣ່ານສະສົມຢູເລນ້ຽມເກີນລະດັບທີ່ອະນຸຍາດພາຍໃຕ້ຂໍ້ຕົກລົງລະຫວ່າງປະເທດເຖີງ 10 ເທົ່າ

ພາຍຫຼັງທີ່ອີຣ່ານໃຫ້ຜູ້ກວດສອບຈາກອົງການພະລັງງານປະລຳມະນູລະຫວ່າງປະເທດ (IAEA) ສາມາດເຂົ້າເຖີງໜຶ່ງໃນສອງພື້ນທີ່ຕ້ອງສົງໃສເຄີຍເປັນພື້ນທີ່ນິວເຄຍ ເພື່ອເກັບຕົວຢ່າງສິ່ງແວດລ້ອມມາວິເຄາະໃນຫ້ອງປະຕິບັດການໃນເຄືອຂອງ IAEA. IAEA ລະບຸວ່າຄັງຢູ່ເລນ້ຽມຂອງອີຣ່ານມີນໍ້າໜັກເຖີງ 2,105 ກີໂລກຼາມ ທຽບເທົ່າກັບຢູ່ເລນ້ຽມໃນຮູບແບບສານປະກອບສະເພາະ (UF6) ທີ່ 300 ກີໂລກຼາມ. ສ່ວນພື້ນຖີ່ນິວເຄຍອີກແຫ່ງໜຶ່ງ, IAEA ຈະເກັບຕົວຢ່າງພາຍໃນເດືອນນີ້. ສະມາຄົມຄວບຄຸມອາວຸດສະຫະລັດ (Arms Control Association) ລະບຸວ່າ ເພື່ອຜະລິດອາວຸດນິວເຄຍ ອີຣ່ານຕ້ອງຜະລິດຢູ່ເລນ້ຽມ 3.67% ນໍ້າໜັກ 1,050 ກີໂລກຼາມ, ແຕ່ຈະຕ້ອງເພີ່ມສະມັດທະພາບໃຫ້ຫຼາຍຂຶ້ນເຖີງ 90%. ຢູ່ເລນ້ຽມສະມັດທະພາບຕໍ່າມີຄວາມເຂັ້ມຂຸ້ນຂອງຢູ່ເລນ້ຽມ 235 (U-235) ລະຫວ່າງ 3-5% ສາມາດນໍາມາໃຊ້ຜະລິດເຊື້ອໄຟໃຫ້ໂຮງງານໄຟຟ້າ, ແຕ່ຫາກມີຄວາມເຂັ້ມຂຸ້ນລະດັບອາວຸດຈະຢູ່ທີ່ 90% ຂຶ້ນໄປ. ຜູ້ຊ່ຽວຊານລະບຸວ່າ ຫາກລັດຖະບານອີຣ່ານເລືອກທີ່ຈະດຳເນີນຂະບວນການເສີມສະມັດທະພາບຢູ່ເລນ້ຽມຈະກີນເວລາທີ່ດົນນານ. ໃນອາທິດແລ້ວນີ້, ອີຣ່ານໄດ້ຕົກລົງໃຫ້ຜູ້ກວດສອບອາວຸດເຂົ້າເຖີງພື້ນທີ່ນິວເຄຍເກົ່າທັງສອງແຫ່ງ ເພື່ອແກ້ບັນຫາທີ່ຄົງຄ້າງກ່ຽວກັບຂໍ້ຕົກລົງການປ້ອງກັນນິວເຄຍ ພາຍຫຼັງທີ່ຖ

ສື່ຈີນ Global Time ທີ່ເປັນກະບອກສຽງຂອງພັກຄອມມູນິດຈີນ ໄດ້ເຜີຍແຜ່ບົດຄວາມເຕືອນອິນເດຍ

ສື່ຈີນ Global Time ທີ່ເປັນກະບອກສຽງຂອງພັກຄອມມູນິດຈີນ ໄດ້ເຜີຍແຜ່ບົດຄວາມເຕືອນອິນເດຍ. ໂດຍມີເນື້ອໃນດັ່ງນີ້: "ອິນເດຍປະເມີນຄວາມທະເຍີທະຍານໃນການປ້ອງກັນທຸກສ່ວນຂອງເຂດແດນຈີນຕໍ່າເກີນໄປ". "ອິນເດຍອາດຈະຄິດວ່າຈີນກຳລັງພະເຊີນກັບແຮງກົດດັນຢ່າງໜັກຈາກສະຫະລັດ ທັງໃນເລື່ອງຊ່ອງແຄບໄຕ້ຫວັນ ແລະ ທະເລຈີນໃຕ້ ຈົນຄິດໄປເອງວ່ານີ້ຈະເປັນໂອກາດດີທີ່ຈະບີບໃຫ້ຈີນຍອມອ່ອນຂໍ້ໃຫ້ອິນເດຍ". "ເຊິ່ງຖ້າຫາກອິນເດຍເຮັດສຳເລັດກໍ່ຈະກາຍເປັນຄວາມສຳເລັດຄັ້ງສຳຄັນທີ່ຈະໃຊ້ໃນການອອດອ້າງຕໍ່ຊະຊາຊົນຂອງຕົນເອງ ແລະ ບ່ຽງເບນຄວາມສົນໃຈຈາກການລະບາດຢ່າງຮ່າຍແຮງຂອງພະຍາດໂຄວິດ-19 ໃນອິນເດຍ ລວມເຖີງສະພາບເສດຖະກິດທີ່ກຳລັງຕົກຕໍ່າໃນຂະນະນີ້". "ແຕ່ຖ້າຫາກກອງທັບອິນເດຍຮຸກຮານເຂດແດນຈີນ ຫຼື ໂຈມຕີກອງທັບຈີນ, ອິນເດຍຈະຕ້ອງຈ່າຍຄືນໃນລາຄາແພງ". "ການຍົ້ວຍຸທີ່ຫາເກີດຂຶ້ນວັງກີ້ນີ້ ໄດ້ພິສູດໃຫ້ເຫັນວ່າ ອິນເດຍຕ້ອງການໃຫ້ຈີນຍອມອ່ອນຂໍ້ໃຫ້ຫຼາຍກວ່າເກົ່າ". "ຫຼັງຈາກການເຈລະຈາຮ່ວມກັນຫຼາຍຄັ້ງນັບຕັ້ງແຕ່ເກີດການປະທະກັນໃນວັນທີ 15 ມິຖຸນາ ອັນສົ່ງຜົນໃຫ້ມີຜູ້ບາດເຈັບລົ້ມຕາຍຈາກທັງສອງຝ່າຍ. ທະຫານຈີນ ແລະ ອິນເດຍຕ່າງກໍ່ຍອມຖອຍຈາກບາງເຂດ ເຊັ່ນ: ພຸເຂົາແມ່ນໍ້າກົວວານ. "ແຕ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ສະຫະລັດບອກວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ ພ້ອມທັງເລັງພື້ນທີ່ໃນປະເທດຕ່າງໆໃນອາຊີເພື່ອສ້າງຖານທັບ. ສ່ວນທາງດ້ານຈີນປະຕິເສດວ່າບໍ່ໄດ້ຫວັງຂະຫຍາຍອຳນາດ, ແຕ່ຕ້ອງການສ້າງສັນຕິພາບ. ກະຊວງປ້ອງກັນປະເທດສະຫະລັດໄດ້ເຜີຍແຜ່ເອກກະສານເລື່ອງອຳນາດທາງທະຫານຂອງຈີນຕໍ່ສະພາບຄອງເກຣດ ໂດຍລະບຸວ່າ ຈີນກຳລັງສ້າງເຄືອຂ່າຍການຂົນສົ່ງທາງການທະຫານ ເພື່ອໃຫ້ຄວບຄຸມພາກພື້ນມະຫາສະມຸດອິນເດຍ ແລະ ຍັງບອກອີກວ່າ ອີກສອງທົດສະວັດ, ກອງທັບເຮືອຈີນຈະກາຍເປັນກອງທັບທີ່ໃຫຍ່ທີ່ສຸດໃນໂລກ ລວມເຖີງຈະມີຄັງອາວຸດ ແລະ ຂີປະນາວຸດເຕັກໂນໂລຊີຂັ້ນສູງ. ປະຈຸບັນກອງທັບເຮືອຂອງຈີນມີເຮືອຮົບເທີງໜ້ານໍ້າ ແລະ ເຮືອດຳນໍ້າໄວ້ໃນການຄອຍຄອງກວ່າ 350 ລໍາ. ຂະນະທີ່ສະຫະລັດມີເຮືອປະຈໍາການໃນກອງທັບ 293 ລໍາ. ເອກກະສານກວ່າ 200 ໜ້າດັ່ງກ່າວຂອງກະຊວງປ້ອງກັນປະເທດສະຫະລັດ ຍັງໄດ້ລະບຸວ່າຈີນອາດຈະໃຊ້ມຽນມາ, ໄທ, ສິງກະໂປ, ອິນໂດເນເຊຍ, ປາກິສະຖານ, ສີລັງກາ ແລະ ປະເທດອື່ນໆໃນທະວີບອັບຟຼີກາ ແລະ ອາຊີກາງ ໃນການສ້າງຖານທັບເພື່ອລໍາລຽງອາວຸດທາງການທະຫານ. ແຕ່ໃນຂະນະດຽວກັນຜູ້ຊ່ຽວຊານລະບຸວ່າຫຼາຍປະເທດຈະບໍ່ຍອມໃຫ້ຈີນຕັ້ງຖານທັບໃນພື້ນທີ່ຂອງປະເທດເລົ່ານີ້ ໂດຍສະເພາະໃນສິງກະໂປ, ອິນໂດເນເຊຍ ແລະ ມຽນມາ. ປະຈຸບັນຈີນມີຖານທັບແຫ່ງດຽວທີ