Skip to main content

Posts

Showing posts from July, 2020

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ຕອນນີ້ບໍລິສັດໃຕ້ຫວັນຫຼາຍໆບໍລິສັດກຳລັງພະຍາຍາມສຶກສາຊ່ອງທາງໃນການເພິ່ງພາເສດຖະກິດຂອງຈີນໃຫ້ໜ້ອຍລົງ ຍ້ອນບໍ່ຢາກໂດນລູກຫຼົງຂອງສົງຄາມການຄ້າຈົນເຮັດໃຫ້ຍອດຂາຍຕົກລົງອີກ. ໜຶ່ງໃນປະເທດເປົ້າໝາຍທີ່ຢູ່ໃນແຜນການຍ້າຍຖານການລົງທຶນໃນຄັ້ງນີ້ກໍ່ຄື: ປະເທດອິນເດຍ ທີ່ມີຕະຫຼາດໃຫຍ່ຮອງລົງມາຈາກຈີນ, ຈາກການທີ່ອິນເດຍມີປະຊາກອນບໍ່ຕໍາກວ່າ 1,000 ລ້ານກວ່າຄົນ ແຖມຄ່າຈ້າງກຳມະກອນກໍ່ຍັງຖືກອີກດ້ວຍ ແລະ ຍັງມີມາດຕະການລຸດຜ່ອນພາສີໃຫ້ອີກດ້ວຍ ເຊັ່ນວ່າ:  ບໍລິສັດ Pegatron ທີ່ເປັນຮຸ້ນສ່ວນຂອງບໍລິສັດ Apple ທີ່ມີລາຍໄດ້ຫຼາຍກວ່າ 4 ໝື່ນລ້ານໂດລາ ໃນປີ 2019 ເຊິ່ງຕອນນີ້ກຳລັງວາງແຜນທີ່ຈະຍ້າຍໂຮງງານຂອງໂຕເອງອອກຈາກຈີນແລ້ວໄປຕັ້ງຢູ່ປະເທດອິນເດຍແທນ (ກຳລັງຢູ່ໃນຂັ້ນຕອນການຂໍອະນຸຍາດສ້າງຕັ້ງໂຮງງານ). ສາເຫດທີ່ອິນເດຍນັ້ນກຳລັງກາຍເປັນຈຸດສົນໃຈ ແລະ ເປົ້າໝາຍໃນການລົງທຶນຄັ້ງໃຫມ່ຂອງບໍລິສັດໃຕ້ຫວັນນັ້ນ ເປັນຍ້ອນຄວາມພະຍາຍາມຂອງ ນາຍົກລັດຖະມົນຕີອິນເດຍ ທ່ານ ນາເລນທຼາ ໂມດີ ທີ່ໄດ້ລຸດພາສີເງິນໄດ້ນິຕິບຸກຄົນລົງຈາກ 30% ໃຫ້ເຫຼືອ 20% ເພື່ອດຶງດູດນັກລົງທຶນຕ່າງປະເທດໃຫ້ເຂົ້າມາລົງທຶນໃນອິນເດຍ. ການຍ້າຍຖານການລົງທຶນຂອງ Pegatron ໃນຄັ້ງນີ້ບໍ່ແມ່ນເປັນບໍລິສັດທຳອິດທີ່ມີການຍ່າຍຖານ. ຈາກສະຖິຕິແລ້ວ ໃນ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ປະເດັນກ່ຽວກັບສົງຄາມການຄ້າ ແລະ ການປ່ຽນແປງຂອງລະບົບຕ່ອງໂສ້ອຸປະທານລະດັບໂລກທີ່ເກີດຂຶ້ນຈາກຄວາມຂັດແຍ່ງລະຫວ່າງ ຈີນ ກັບ ສະຫະລັດ ໃນຊ້ວງ 2-3 ປີທີ່ຜ່ານມານັ້ນໄດ້ສ້າງຄວາມເສັຍຫາຍ ແລະ ຜົນກະທົບຢ່າງຮຸນແຮງໃນວົງກວ້າງ. ທັງໃນຂົງເຂດອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ເອີຣົບ, ຕາເວັນອອກກາງ, ອັບຟຣີກາ ຫຼື ອາເມລິກາເອງ. ດັ່ງທີ່ເຫັນໄດ້ຈາກທີ່ຫຼາຍໆປະເທດຕ້ອງພະຍາຍາມປັບໂຕເຂົ້າຫາແນວຄິດການລວມກຸ່ມໃນລະດັບເຂດຂົດພາກພື້ນຫຼາຍຍິ່ງຂຶ້ນ ເນື່ອງຈາກປະເທດເລົ່ານີ້ເລີ່ມຮູ້ສຶກໂຕແລ້ວວ່າລະບົບເສດຖະກິດໂລກທີ່ເຄີຍຂຶ້ນຢູ່ກັບສະຫະລັດນັ້ນກຳລັງກ້າວມາເຖີງຈຸດປ່ຽນ. ສະຫະລັດໃນຖານະຜູ້ນໍາຝ່າຍໂລກເສລີນິຍົມກຳລັງປະກາດຖອນໂຕອອກຈາກເຄືອຂ່າຍລະຫວ່າງປະເທດ. ປະທານາທິບໍດີ ໂດນໍ ທຣໍ້າ ພະຍາຍາມອອກມາຖະແຫຼງຂ່າວຂົ່ມຂູ່ໂລກເກືອບທຸກມື້, ບໍ່ວ່າຈະເປັນການດຶງເອົາສະຫະລັດອອກຈາກອົງການອະນາໄມໂລກ ຫຼື WHO. ມາຮອດທ້າຍປີທີ່ຜ່ານມາກໍ່ຍັງມີການເວົ້າເຖີງຄວາມສໍາຄັນຂອງລະບົບເຄືອຂ່າຍຄວາມໝັ້ນຄົງລະດັບຂົງເຂດພາກພື້ນຢ່າງ ອົງການສົນທິສັນຍາແອັດແລນຕິກເໜືອ ຫຼື NATO ໂດຍອ້າງວ່າປະເທດພັນທະມິດຂອງສະຫະລັດພາຍໃນ NATO ບໍ່ຍອມຈ່າຍເງິນໃຫ້ NATO ຢ່າງພຽງພໍຕາມໂຄຕ້າທີ່ສະຫະລັດກຳນົດ (ຂັ້ນຕໍ່າ 2% ຂອງ GDP). ແລະ ປະເທດທີ່ໄດ້ຮັບ

ເລື່ອງຈີງ: ຈອນ ດວງດາຣາ ຄົນລາວສັນຊາດອາເມລິກາ ຜູ້ພີຊີບໃນສົງຄາມອາການິດສະຖານ

ຈອນ ດວງດາຣາ, ຄົນລາວສັນຊາດອາເມລິກາ ຜູ້ພີຊີບພ້ອມ Seal Team Six 🇺🇸🇱🇦 ໃນສົງຄາມອັບການິດສະຖານ. ** Seal Team Six ແມ່ນໜ່ວຍປະຕິບັດການພິເສດຂອງກອງທັບເຮືອສະຫະລັດອາເມລິກາ ເຊິ່ງເປັນໜ່ວຍຮົບພິເສດທີ່ມີຊື່ສຽງອັນດັບຕົ້ນໆຂອງໂລກ. ຈອນ ດວງດາຣາ ເປັນເຈົ້າໜ້າທີ່ K9 ທີ່ເປັນບຸກຂະລາກອນຂອງໜ່ວຍບັນຊາການສົງຄາມພິເສດທາງເຮືອສະຫະລັດ, ເຮັດໜ້າທີ່ສະໜັບສະໜູນພາລະກິດພາຍໃນ Seal Team Six ໃນທີມ Gold Squadron. ຈອນ ດວງດາຣາ ເສັຍຊີວິດໃນເຫດການ ເຮລີຄອບເຕີ Ch-47D Chinook ຫຼື Extortion 17 ຖືກກຸ່ມຕາລີບັນໂຈມຕີ ໂດຍການຍິງຈະຫຼອດ RPG ໃສ່ຂະນະກຳລັງລໍາລຽງທີມຕອບໂຕ້ໄວ (QRF) ເຂົ້າໄປຊ່ວຍທີມ US Army Ranger ທີ່ກຳລັງຖືກກຸ່ມຕາລີບັນອ້ອມໄວ້ ຈົນເປັນເຫດໃຫ້ເຈົ້າໜ້າທີ່ຢູ່ເຮລີຄອບເຕີລໍານີ້ເສັຍຊີວິດທັງໝົດ 38 ຄົນ ລວມທັງໂຕ ຈອນ ດວງດາຣ ນໍາ. ຄອບຄົວຂອງລາວໄດ້ອົບພະຍົກໜີອອກຈາກປະເທດລາວໄປສະຫະລັດໃນປີ 1979. ຈອນ ເກີດຫຼັງຈາກທີ່ຄອບຄົວຂອງລາວອົບພະຍົກໄປຢູ່ສະຫະລັດໄດ້ 4-5 ປີ ທີ່ເມືອງ South Sioux. ຕອນເປັນເດັກນ້ອຍ, ຈອນ ເປັນຄົນທີ່ມັກເຮັດກິດຈະກຳໃນໂຮງຮຽນ ແລະ ເປັນຄົນທີ່ມີອາລົມດີ, ແຕ່ລາວເປັນຄົນເວົ້າບໍ່ຄ່ອຍເກັ່ງປານໃດ. ລາວເປັນຄົນໂຕນ້ອຍ, ມີຄວາມສູງພຽງແຕ່ 165 cm. ລາວຈົ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ປະຈຸບັນຢູ່ປະເທດມຽນມາກຳລັງມີປະເດັນຮ້ອນແຮງ, ນັ້ນກໍ່ຄືພວກເຂົາກຳລັງພະຍາຍາມຈະແກ້ກົດໝາຍໃຫ້ການເພາະພັນສັດປ່າທີ່ຫາຍາກ ແລະ ສັດປ່າທີ່ໃກ້ຈະສູນພັນ ເພື່ອຈຸດປະສົງທາງດ້ານການຄ້າໃຫ້ເປັນເລື່ອງຖືກກົດໝາຍ. ຄວາມພະຍາຍາມແກ້ກົດໝາຍໃນຄັ້ງນີ້, ລັດຖະບານອ້າງວ່າ: ເຫດຜົນທີ່ຈະຈັບສັດປ່າສະຫງວນ ແລະ ສັດຫາຍາກມາລ້ຽງແລ້ວເພາະພັນພວກມັນກໍ່ເພື່ອເປັນການພະຍາຍາມອະນຸລັກ ແລະ ຊ່ວຍເພີ່ມປະຊາກອນສັດປ່າສະຫງວນໃນປ່າຂອງມຽນມາ ແລະ ຫຼຸດຜ່ອນໂອກາດທີ່ຈະສູນພັນຂອງພວກມັນລົງເທົ່ານັ້ນ. ເລື່ອງນີ້ໄດ້ເລີ່ມຕົ້ນຈາກກະຊວງຊັບພະຍາກອນປ່າໄມ້ຂອງມຽນມາ ໄດ້ອອກມາປະກາດນະໂຍບາຍໃໝ່ວ່າ: ‘’ສວນສັດ ຫຼື ສະຖາບັນການລ້ຽງສັດເອກກະຊົນກຸ່ມໃດທີ່ມີຄວາມສົນໃຈ ສາມາດເຂົ້າມາຕິດຕໍ່ຂໍຮັບໃບອະນຸຍາດໃນການເພາະພັນສັດປ່າຫາຍາກ ຫຼື ສັດປ່າສະຫງວນ ຈໍານວນ 90 ກວ່າສາຍພັນໄດ້ເລີຍຈາກກະຊວງ’’ ເຊິ່ງເຈົ້າໜ້າທີ່ຂອງລັດຖະບານໄດ້ອອກຖະແຫຼງຂ່າວວ່າ ການນຳນະໂຍບາຍດັ່ງກ່າວນີ້ມາໃຊ້ຈະຊ່ວຍຫຼຸດຜ່ອນບັນຫາການຄ້າສັດປ່າຜິດກົດໝາຍໃນບັນດາກຸ່ມນາຍພານລົງ ເພື່ອບໍ່ໃຫ້ມີການດຳລົງຊີວິດແບບຜິດກົດໝາຍ ແລະ ເອົາຊັບພະຍາກອນທຳມະຊາດຂອງປະເທດໄປຂາຍໃນຕະຫຼາດມືດອີກ. ສຳລັບສັດປ່າທີ່ລັດຖະບານຈະອະນຸຍາດໃຫ້ມີການເພາະພັນໂດຍເອກກະຊົນໄດ້ນັ້ນຈະມີຕັ້ງແຕ່ເສືອໂຄ່ງ, ຊ້

ຜູ້ນໍາສອງຊາດ ຈີນ-ຣັດເຊຍ ຈັບມືຕໍ່ຕ້ານລັດທິມະຫາອຳນາດຂົ້ວດຽວ

ວັນທີ 8 ກໍລະກົດ, ທ່ານ ສີ ຈີ້ນຜິງ, ປະທານປະເທດຈີນ ໄດ້ໂທລະສັບເພື່ອໂອລົມກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ໂດຍເປັນການລົມກັນເປັນຄັ້ງທີ 4 ຂອງຜູ້ນໍາທັງສອງຊາດນັບຕັ້ງແຕ່ເກີດເຫດການແພ່ລະບາດຂອງພະຍາດ Covid-19. ຜູ້ນໍາຈີນໄດ້ຢັ້ງຢືນອີກຄັ້ງວ່າ ຈີນ ແລະ ຣັດເຊຍ ຈະສະໜັບສະໜູນເຊິ່ງກັນແລະກັນ ເພື່ອຕໍ່ຕ້ານການແຊກແຊງຈາກພາຍນອກ ແລະ ປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດໃນການພັດທະນາຂອງສອງຊາດ. ຜູ້ນໍາຈີນຍັງໄດ້ກ່າວອີກວ່າ ຣັດເຊຍ ໄດ້ສົ່ງສັນຍານໃຫ້ກັບໂລກໂດຍການຈັດພິທີສະເຫຼີມສະຫຼອງວັນແຫ່ງໄຊຊະນະ (Victory Day) ໃນວັນທີ 24 ເດືອນມິຖຸນາ ທີ່ຜ່ານມາ ເພື່ອເປັນການລະລຶກເຖີງເລື່ອງຂອງປະຫວັດສາດ ແລະ ສັນຍາລັກຂອງການປົກປ້ອງສັນຕິພາບ. ນອກຈາກນີ້, ການລົງຄະແນ່ນສຽງຢ່າງຫຼວງຫຼາຍຂອງປະຊາຊົນຣັດເຊຍ ເພື່ອເຫັນດີໃຫ້ມີການແກ້ໄຂລັດຖະທຳມະນູນໄດ້ສະແດງໃຫ້ເຫັນເຖີງສຽງສະໜັບສະໜູນຂອງປະຊາຊົນທີ່ມີຕໍ່ລັດຖະບານຣັດເຊຍຊຸດປະຈຸບັນ. ຈີນຈະສະໜັບສະໜູນເສັ້ນທາງການພັດທະນາຂອງຣັດເຊຍໄປຕະຫຼອດ ຫາກເສັ້ນທາງນັ້ນເໝາະສົມກັບສະຖານະການຂອງຈີນ ແລະ ຍັງຈະສະໜັບສະໜູນຄວາມພະຍາຍາມຂອງຣັດເຊຍ ສໍາລັບເປົ້າໝາຍພັດທະນາ ແລະ ຟື້ນຟູປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື່ອຍໆ. ສໍາລັບສະຖານະການໂລກທ

ຄວາມສໍາພັນ ຈີນ-ອົດສະຕາລີ ກຳລັງຕົກຕໍ່າລົງເລື້ອຍໆ

ຄວາມສໍາພັນລະຫວ່າງ ຈີນ-ອົດສະຕາລີ ນັ້ນມີບັນຫາມາໄດ້ຈັກໄລຍະໜຶ່ງແລ້ວ ຕັ້ງແຕ່ລະດັບປະຊາຊົນໄປຈົນເຖີງລະດັບລັດຖະບານ. ຖ້າທ່ານໃດໄດ້ຕິດຕາມຂ່າວສານການເມືອງລະຫວ່າງປະເທດ ໜ້າຈະພໍຮູ້ວ່າຊ້ວງ 2-3 ປີມານີ້ມັກຈະມີຂ່າວກຽວກັບນັກສຶກສາຈີນທີ່ຮຽນຢູ່ອົດສະຕາລີ ຕີກັນກັບນັກສຶກສາຮ່ອງກົງ ແລະ ນັກສືກສາອົດສະຕາລີ ຢູ່ຕະຫຼອດ. ຫຼ້າສຸດຕອນ 2 ເດືອນກ່ອນ ກໍ່ໄດ້ມີຄຣີບວີດີໂອທີ່ນັກສຶກສາຈີນຕີກັນກັບນັກສືກສາອົດສະຕາລີທີ່ຈັບປ້າຍປະທ້ວງລັດຖະບານຈີນ. ເຊັ່ນດຽວກັນ, ລະດັບລັດຖະບານອົດສະຕາລິກໍ່ມີຄວາມກັງວົນ ແລະ ຢ້ານອິດທິພົນຂອງລັດຖະບານຈີນຂ້ອນຂ້າງສູງ. ຕັ້ງແຕ່ເລື່ອງຄວາມໝັ້ນຄົງທີ່ອົດສະຕາລີຫາວ່າຈີນພະຍາຍາມສົ່ງສາຍລັບເຂົ້າມາໃນອົດສະຕາລີ ເພື່ອລັກຂໍ້ມູນ ແລະ ພະຍາຍາມປຸກລະດົມການປັ່ນປ່ວນສັງຄົມອົດສະຕາລິໃຫ້ເກີດຄວາມວຸ້ນວາຍ. ປີກາຍນີ້ກໍ່ມີເລື່ອງສະຖາບັນຂົງຈື້ຂອງຈີນ ເຊິ່ງດໍາເນີນການຢູ່ມະຫາວິທະຍາໄລຫຼາຍໆແຫ່ງທົ່ວໂລກພະຍາມຍອມທີ່ຈະແຊກແຊງເສລີພາບທາງວິຊາການພາຍໃນມະຫາວິທະຍາໄລຂອງອົດສະຕາລີຈົນເຮັດໃຫ້ເກີດກະແສຮຽກຮ້ອງກັນຂະໜາດໃຫຍ່ໃຫ້ປິດສະຖາບັນທີ່ຮັບໃຊ້ລັດຖະບານຈີນໄປໃຫ້ໝົດໃນອົດສະຕາລີ (ຝ່າຍອົດສະຕາລີກ່າວຫາວ່າເປັນແບບນີ້). ຫຼ້າສຸດກໍ່ເລື່ອງທາງການເມືອງພາຍໃນຂອງຮ່ອງກົງນີ້ລະທີ່ເຮັດໃ

ໃຜເປັນຜູ້ຄິດຄົ້ນຄໍາວ່າ "ສົງຄາມເຢັນ"

ຫຼາຍໆຄົນອາດຈະຮູ້ມາກ່ອນແລ້ວວ່າ ຫຼັງຈາກສົງຄາມໂລກຄັ້ງທີ 2 ໄດ້ຈົບລົງໃນປີ 1945. ໂລກຂອງເຮົາກໍ່ໄດ້ເຂົ້າສູ່ຄວາມຂັດແຍ່ງຄັ້ງໃຫຍ່ລະຫວ່າງສອງມະຫາອຳນາດ ກໍ່ຄື ຝ່າຍໂລກເສລີປະຊາທິປະໄຕທີ່ນໍາໂດຍສະຫະລັດອາເມລິກາ ກັບຝ່າຍຄອມມູນິດທີ່ນໍາໂດຍສະຫະພາບໂຊຫວຽດ ເຊີ່ງເອີນຍຸກນີ້ວ່າ: "ສົງຄາມເຢັນ". ແຕ່ທ່ານຮູ້ຫຼືບໍ່ວ່າ ຄໍາວ່າ "ສົງຄາມເຢັນ" ມີຈຸດເລີ່ມຕົ້ນ ຫຼື ໃຜເປັນຜູ້ທີ່ຄິດຄົ້ນ ປະດິດຄໍາໆນີ້ເປັນຄົນທຳອິດ. ດັ່ງນັ້ນ, ໃນບົດຄວາມນີ້ ເຮົາຈະມາໄຂຂໍ້ສົງໃສນີ້ນໍາກັນ. ທິດສະດີທຳອິດເຊື່ອວ່າຜູ້ທີ່ຄິດຄົ້ນຄໍາວ່າ "ສົງຄາມເຢັນ" ຄືນັກຂຽນຄົນອັງກິດທີ່ມີຊື່ວ່າ: ຈອດ ອໍເວວ (George Orwell). ບົດຄວາມທີ່ມີຊື່ວ່າ "ເຈົ້າ ແລະ ລະເບີດປາລໍາມະນູ ຫຼື You and the Atomic Bomb ທີ່ ຈອດ ອໍເວວ ໄດ້ຂຽນໄວ້ໃນໜັງສືພິມ Tribune ສະບັບວັນທີ 19 ຕຸລາ 1945 ເຊິ່ງໃນບົດຄວາມນີ້ກໍ່ໄດ້ປາກົດຄໍາວ່າ "Cold War ຫຼື ສົງຄາມເຢັນ" ຂຶ້ນເປັນຄັ້ງທຳອິດນັ້ນເອງ. ສ່ວນທິດສະດີທີສອງເຊື່ອວ່າ ຜູ້ທີ່ຄິດຄົ້ນ ແລະ ປະດິດຄໍາວ່າ "ສົງຄາມເຢັນ" ນັ້ນກໍ່ຄື ເບີນາດ ບາຣຸດ (Bernard Baruch), ນັກທຸລະກິດຄົນອາເມລິກາ ແລະ ເປັນທີ່ປຶກສາຂອງ ທ່ານ ແຮຣີ ເອສ໌. ທຣູແມນ

ລັດຖະບານອິນເດຍ ຈະແບນ Huawei ຫຼື ບໍ່?

ຫຼັງຈາກລັດຖະບານອິນເດຍໄດ້ປະກາດແບນແອັບສັນຊາດຈີນຈໍານວນ 59 ແອັບແລ້ວ ດ້ວຍເຫດຜົນທາງດ້ານຄວາມປອດໄພ ແລະ ເພີ່ມຄວາມສ່ຽງໃນການຖືກລັກຂໍ້ມູນທາງດ້ານການທະຫານ ເນື່ອງຈາກບໍ່ພໍໃຈຈີນຈາກເຫດການປະທະກັນທາງທະຫານຂອງທັງສອງຝ່າຍຢູ່ເຂດຊາຍແດນຈົນເຮັດໃຫ້ມີການເສັຍຊີວິດ. ປະຈຸບັນນອກຈາກຂໍ້ຂັດແຍ່ງທາງດ້ານຊາຍແດນແລ້ວ, ອິນເດຍ ແລະ ຈີນກໍ່ຍັງມີຂໍ້ຂັດແຍ່ງກັນເລື່ອງໂຄງການ Belt and Road Initiative ອີກດ້ວຍ. ດັ່ງນັ້ນ, ລັດຖະບານອິນເດຍຈຶ່ງໄດ້ມີການປະຊຸມເພີ່ມເຕີ່ມກ່ຽວກັບນະໂຍບາຍທີ່ກ່ຽວຂ້ອງກັບເຕັກໂນໂລຊີ 5G ເພື່ອຫາມາດຕະການຂວໍ້າບາດເຕັກໂນໂລຊີຂອງຈີນ ເຊັ່ນ: Huawei ແລະ ZTE. ເນື່ອງຈາກວ່າ Huawe ນັ້ນເປັນໜຶ່ງໃນບໍລິສັດເຈົ້າຂອງເຕັກໂນໂລຊີ 5G ທີ່ຢູ່ໃນລິດລາຍຊື່ບໍລິສັດທີ່ຈະເຂົ້າຮ່ວມປະມູນແຂ່ງຂັນກັນພາຍໃນປະເທດອິນເດຍ. ແຕ່ປະຈຸປັນການປະມູນສິດພັດທະນາ 5G ນັ້ນຖືກເລື່ອນໄປຢ່າງບໍ່ມີກຳນົດ ຍ້ອນການລະບາດຂອງ ພະຍາດ Covid-19 ໃນອິນເດຍ. ອີກປັດໃຈໜຶ່ງທີ່ເຮັດໃຫ້ລັດຖະບານອິນເດຍຕັດສິນໃຈອາດຈະແບນ Huawei ກໍ່ຄື ລັດຖະບານສະຫະລັດໄດ້ພະຍາຍາມລະດົມ ແລະ ຊັກຊວນໃຫ້ປະເທດພັນທະມິດທົ່ວໂລກ ລວມທັງອິນເດຍເພື່ອໃຫ້ຮ່ວມມືກັນຂວໍ້າບາດ Huawei. ເຮັດໃຫ້ອິນເດຍມີແນວໂນ້ມ ແລະ ແຮງຈູງໃຈຫຼາຍຂຶ້ນໃນການຈະຕັດສິນໃຈແ

ທ່ານ ໂດນໍ ທຣໍາ ຕຽມແບນ Tik Tok

ວັນທີ 7 ກໍລະກົດ 2020, ທ່ານ ໄມ ປອມເປໂອ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະຫະລັດ ໄດ້ອອກມາຖະແຫຼງການເລື່ອງທີ່ວ່າປະທານາທິບໍດີສະຫະລັດ, ທ່ານ ໂດນ ທຣໍາ ກຳລັງມີແຜນຈະສັ່ງແບນແອັບຍອດນິຍົມ Tik Tok ແລະ ແອັບສື່ສັງຄົມອ່ອນໄລນ໌ຂອງຈີນອີກຫຼານແອັບ ດ້ວຍເຫດຜົນທາງດ້ານຄວາມໜັ້ນຄົງ ແບະ ຄວາມບໍ່ປອດໄພຕໍ່ຂໍ້ມູນສ່ວນໂຕຂອງຜູ້ໃຊ້. ທ່ານ ໄມ ບອມເປໂອ ຍອມຮັບກັບນັກຂ່າວແບບກົງໄປກົງມາວ່າຕອນນີ້ທາງລັດຖະບານສະຫະລັດກຳລັງພະຍາຍາມສຶກສາຫົນທາງ ແລະ ຄວາມເປັນໄປໄດ້ຢູ່ວ່າຈະແບນ Tik Tok ຫຼື ແອັບພີເຄຊັ້ນອື່ນໆແບບໃດດີ, ແຕ່ຮັບຮອງວ່າຈະມີການອອກມາດຕະການບາງຢ່າງມາຈັດການບັນຫານີ້ແນ່ນອນ. ນອກຈາກນີ້, ລາວຍັງໄດ້ກ່າວເຕືອນປະຊາຊົນອາເມລິກາອີກວ່າ "ເຖີງຄົນທີ່ກໍາລັງໃຊ້ແອັບ Tik Tok ຢູ່ວ່າ ຖ້າບໍ່ຢ້ານລັດຖະບານພັກຄອມມູນິດຂອງຈີນແອບເບິ່ງ ແລະ ລັກຂໍ້ມູນສ່ວນໂຕຂອງພວກທ່ານ ກໍ່ຈົ່ງໃຊ້ແອັບນີ້ຕໍ່ໄປ". ອີກຢ່າງໜຶ່ງ, ໃນສາຍຕາຂອງສະຫະລັດ ແລະ ລັດຖະບານຂອງ ທ່ານ ໂດນໍ ທຣໍາ ນັ້ນ, ແອັບ Tik Tok ເຖິງແມ່ນວ່າຈະມີຄະນະຜູ້ບໍລິຫານ ແລະ CEO ເປັນຄົນອາເມລິກາກໍ່ຕາມ, ແຕ່ເຈົ້າຂອງແອັບກໍ່ຍັງແມ່ນບໍລິສັດສັນຊາດຈີນທີ່ຊື່ ByteDance ຢູ່ດີ ແລະ ການເປັນແອັບສັນຊາດຈີນຂອງ Tik Tok ນັ້ນ ກໍ່ຍ່ອມທີ່ຈະເປ

ປະທານາທິບໍດີ ທຣໍາ ຕ້ອງການເຊີນຣັດເຊຍ ແລະ ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ ເຂົ້າກຸ່ມ G7

ປະທານາທິບໍດີ ທຣໍາ ຕ້ອງການເຊີນຣັດເຊຍ ແລະ ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ ເຂົ້າກຸ່ມ G7, ແຕ່ຝຣັ່ງ ຄັດຄ້ານຣັດເຊຍ ສ່ວນຍີ່ປຸ່ນຄັດຄ້ານເກົາຫຼີໃຕ້. ຊ້ວງເດືອນພຶດສະພາ 2020 ທີ່ຜ່ານມາ, ທາງດ້ານປະທານາທິບໍ່ດີສະຫະລັດ ທ່ານ ໂດນໍ ທຣໍາ ໄດ້ອອກມາປະກາດວ່າ ຄວນຈະມີການເລື່ອນການປະຊຸມ G7 ອອກໄປກ່ອນ ເນື່ອງຈາກການລະບາດຂອງພະຍາດ Covid-19 ແລະ ໃນຂະນະດຽວກັນທ່ານຍັງໄດ້ບອກວ່າກຸ່ມສະມາຊິກທີ່ມີຢູ່ນີ້ຂ້ອນຂ້າງທີ່ຈະບໍ່ໄດ້ສະທ້ອນພາບເສດຖະກິດໂລກໃນປະຈຸບັນແລ້ວ. ກຸ່ມປະເທດ G7 ແມ່ນກຸ່ມປະເທດອຸດສະຫະກຳຊັ້ນນໍາຂອງໂລກ, ກໍ່ຕັ້ງຂຶ້ນໃນປີ 1975. ປະຈຸບັນປະເທດໃນກຸ່ມ G7 ປະກອບດ້ວຍສະຫະລັດ, ຍີ່ປຸ່ນ, ເຢັຍລະມັນ, ແຄນນາດາ, ສະຫະລາດສະອານາຈັດ, ຝຣັ່ງ ແລະ ອິຕາລີ ເຊິ່ງປະທານາທິບໍດີ ທຣໍາ ຕ້ອງການເຊີນປະເທດອື່ນໆເຂົ້າມາອີກ ເຊັ່ນ: ຣັດເຊຍ, ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ, ແຕ່ຝຣັ່ງຂ້ອນຂ້າງທີ່ຈະຕໍ່ຕ້ານປະເທດຣັດເຊຍ ເນື່ອງຈາກໃນຊ້ວງປີ 2014 ມີບັນຫາກັນໃນເລື່ອງທີ່ລັດເຊຍໄດ້ຍຶດເອົາແຫຼມໄຄຣເມຍເຂົ້າເປັນສ່ວນໜຶ່ງຂອງປະເທດຣັດເຊຍ. ຂະນະທີ່ຍີ່ປຸ່ນເອງກໍ່ໄດ້ອອກມາປະກາດວ່າ: ເກົາຫຼີໃຕ້ບໍ່ເໝາະສົມທີ່ຈະເຂົ້າມາໃນກຸ່ມ G7 ແລະ ບໍ່ຢາກໃຫ້ມີປະເທດອື່ນໆໃນທະວີບອາຊີເຂົ້າມາຮ່ວມໃນກຸ່ມ G7. ໄລຍະຫຼັງໆມ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ຖືວ່າເປັນຄັ້ງທຳອິດທີ່ມະຫາວິທະຍາໄລແຫ່ງໜຶ່ງໃນປະເທດຍີ່ປຸ່ນໄດ້ມອບໃບປະກາດລະດັບປະລິນຍາໂທໃຫ້ແກ່ນັກສຶກສາທີ່ຈົບການສຶກສາໃນສາຂາວິຊານິນຈາ ເຊິ່ງເປັນຄົນທຳອິດໃນປະເທດຍີ່ປຸ່ນ ແລະ ໃນໂລກ. ທ່າວ ຈີນີຊິ ມິດຊູຫາຊິ (Genichi Mitsuhashi) , ອາຍຸ 45 ປີໃຊ້ເວລາ 2 ປີ ເພື່ອສຶກສາ ແລະ ຝຶກທັກສະດ້ານທັກສະດ້ານສິລະປະ ແລະ ສະຕາຍການຕໍ່ສູ້ໃນແບບນິນຈາທີ່ມະຫາວິທະຍາໄລມິເອະ ( Mie University) ທ່າວ ມິດຊູຫາຊິ ກ່າວວ່າ: ນອກເໜືອຈາກການຄົ້ນຄວ້າເອກະສານທາງປະຫວັດສາດແລ້ວ ລາວຍັງໄດ້ຮຽນຮູ້ ແລະເຂົ້າໃຈວິທີການຢ່າງເລີກເຊິ່ງຂອງນິນຈາ ເຊິ່ງນິນຈາຈະໃຊ້ເວລາຕອນເຊົ້າເພື່ອເຮັດກະສິກຳ ແລະ ຝຶກທັກສະດ້ານສິລະປະ ການຕໍ່ສູ້ ແລະ ໃຊ້ອາວຸດໃນຕອນສວຍ. ດັ່ງນັ້ນ , ທ້າວ ມິດຊູຫາຊິ ຈຶ່ງໄດ້ປູກຜັກ ແລະ ຮຽນຮູ້ເຕັກນິກການນຳໃຊ້ສິລະປະການຕໍ່ສູ້ເພີ່ມເຕີມ ນອກເໜືອຈາກການຮຽນໃນຫ້ອງຮຽນ ເຊິ່ງລາວໄດ້ເວົ້າວ່າ: ການຮຽນແບບປະສົມແນວນີ້ຈະຊ່ວຍໃຫ້ລາວສາມາດຮຽນຮູ້ກ່ຽວກັບນິນຈາ ໄດ້ຢ່າງແທ້ຈິງ ແລະ ນິນຈາຍັງຖກກ່າວເຖິງວ່າເປັນນັກຂ້າທີ່ລັກສັງຫານໃນຊຸດດໍາ ທີ່ມີຊື່ສຽງໃນການຮັກສາຄວາມລັບ ແລະ ນິນຈາ ຍັງມີທັກສະການເອົາໂຕໄດ້ເປັນຢ່າງດີອີກດ້ວຍ. ນອກຈາກນັ້ນ , ທ້າວ ມິດຊູຫາຊິ ຍັງໄດ້ສຶກສາດ້ານກັງຟູ ແລະ ສິລະການຕໍ່ສ