Skip to main content

Posts

ຫົວຂໍ້ຂ່າວຕ່າງໆ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

Recent posts

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ໃນວັນທີ 30 ທັນວາ 2020, ສຳນັກຂ່າວຊິນຫົວຂອງຈີນໄດ້ລາຍງານວ່າ: ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສຳເລັດການວາງລະບົບລາງແຕ່ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງແລ້ວ ເຊິ່ງເປັນໄປຕາມເປົາໝາຍຂອງແຜນການທີ່ກຳນົດໄວ້. ທ່ານ ຈູກົ໋ວຈຽງ, ປະທານບໍລິສັດ ໄຊນາ ລຽວເວ ອິນເຕີເນເຊີນນໍ ຈໍາກັດ (China Railway International) ແລະ ບໍລິສັດການລົດໄຟລາວ-ຈີນ ຈໍາກັດ (LCRC) ໄດ້ໃຫ້ສຳພາດໃນວັນທີ 28 ທັນວາ 2020 ທີ່ຜ່ານມາວ່າ: ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19, ທາງທີມງານກໍ່ສ້າງຂອງບໍລິສັດໄດ້ກຳນົດ ແລະ ນໍາໃຊ້ມາດຕະການທີ່ເຂັ້ມງວດໃນການປ້ອງກັນການລະບາດຂອງພະຍາດ ເພື່ອໃຫ້ການກໍ່ສ້າງສາມາດດຳເນີນການໄດ້ຢ່າງສະດວກ ໂດຍບໍ່ມີຜູ້ຕິດເຊື້ອໃນລະວ່າງການກໍ່ສ້າງ ສົ່ງຜົນເຮັດໃຫ້ທີມງານວິຊະວະກອນຈີນ, ທີມງານວັດສະດຸອຸປະກອນ ແລະ ກຳມະກອນ ສາມາດສ້າງທາງລົດໄຟໄດ້ຕາມເປົ້າໝາຍໃຫ້ສຳເລັດຕາມທີ່ໄດ້ຕັ້ງເອົາໄວ້. ທາງລົດໄຟລາວ-ຈີນ ໄດ້ດຳເນີນການວາງລະບົບລາງສໍາເລັດແລ້ວດ້ວຍໄລຍະທາງ 240 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ເຊິ່ງເທົ່າກັບ 57% ຂອງໄລຍະທາງທັງໝົດ ນັບຕັ້ງແຕ່ມີການວາງລະບົດລາງແຕ່ວັນທີ 27 ມີນາ 2020 ທີ່ຜ່ານມາ. ທ່ານ ຈູ ຍັງໄດ້ກ່າວເສີມອີກວ່າ: ປະຈຸບັນ ບັນດາອຸໂມງລົດໄຟ 75 ແຫ່ງ, ຂົວ 164 ແຫ່ງ ແລະ ຄັນທາງແມ່ນຖ

ສະຫະລັດສົ່ງເຮືອພິຄາດ ຈໍານວນ 2 ລໍາ ຜ່ານຊ່ອງແຄບໄຕ້ຫວັນ ເປັນຄັ້ງທີ 2 ໃນຮອບ 1 ເດືອນ

ຈີນມີທ່າທີບໍ່ພໍໃຈທຸກຄັ້ງຕໍ່ມາດຕະການຕ່າງໆທີ່ສະຫະລັດສະໜັບສະໜູນເກາະແຫ່ງນີ້. ໃນນັ້ນລວມເຖີງການຂາຍອາວຸດ ແລະ ສົ່ງເຮືອຮົບຜ່ານຊ່ອງແຄບໄຕ້ຫວັນ ເຮັດໃຫ້ຄວາມສຳພັນຂອງສອງຊາດເຄັງຕຶງຫຼາຍຍິ່ງຂຶ້ນ. ທັງນີ້ ປັກກິ່ງອ້າງວ່າໄຕ້ຫວັນທີ່ປົກຄອງດ້ວຍລະບົບປະຊາທິປະໄຕເປັນສ່ວນໜຶ່ງຂອງດິນແດນຈີນ. ໃນວັນທີ 31 ທັນວານີ້, ກອງທັບເຮືອສະຫະລັດໄດ້ລະບຸວ່າ ເຮືອພິຄາດ ຢູເອັສເອັສ ຈອນເອັສ. ແມັກເຄນ ແລະ ຢູເອັສເອັສ ເຄຕິສ ວິລເບີ ໄດ້ລ່ອງເຮືອຕາມປົກກະຕິຜ່ານຊ່ອງແຄບໄຕ້ຫວັນ ເຊິ່ງສອດຄ່ອງກັບກົດໝາຍລະຫວ່າງປະເທດ. "ເຮືອຮົບລ່ອງຜ່ານຊ່ອງແຄບໄຕ້ຫວັນ ເພື່ອສະແດວເຖີງພັນທະສັນຍາຂອງສະຫະລັດຕໍ່ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ. ສະຫະລັດຍັງຄົງເດີນໜ້າບິນ, ລ່ອງເຮືອ ແລະ ປະຕິບັດການໃດໆກໍ່ຕາມ ຕາມກົດໝາຍລະຫວ່າງປະເທດອຸນຸຍາດ". ໂຄສົກກອງທັບເຮືອສະຫະລັດກ່າວ. ລວມແລ້ວໃນປີ 2020 ນີ້ ກອງທັບເຮືອສະຫະລັດປະຕິບັດການລ່ອງເຮືອຮົບຜ່ານຊ່ອງແຄບໄຕ້ຫວັນທັງໝົດ 13 ຄັ່ງ. ສ່ວນກະຊວງປ້ອງກັນປະເທດຂອງຈີນຍັງບໍ່ໄດ້ອອກມາໂຕ້ຕອບໃດໆຕໍ່ພາລະກິດລ່ອງເຮືອຮົບລ່າສຸດຂອງສະຫະລັດ. ຄັ້ງລ້າສຸດກ່ອນໜ້ານີ້, ກອງທັບຈີນສະແດງຄວາມບໍ່ພໍໃຈຢ່າງແຮງຕໍ່ກໍລະນີທີ່ເຮືອຮົບສະຫະລັດແລ່ນຜ່ານຊ່ອງແຄບໄຕ້ຫວັນໃນວັນທີ 19 ທັນວາ ທີ່ຜ່ານມາ ແລະ ປະ

ສະຫະລັດຕຽມອະນຸມັດຂາຍຈະຫຼວດອັດຊະລິຍະ SDB i ໃຫ້ແກ່ ຊາອຸດິອາຣາເບຍ ເພື່ອເອົາໄວ້ຈັດການກັບອີຣ່ານ

ຄວາມເປັນໄປໄດ້ທີ່ຈະຂາຍອາວຸດໃນຄັ້ງນີ້ ເກີດຂຶ້ນໃນວັນທ້າຍໆຂອງວາລະດຳລົງຕໍາແໜ່ງປະທານາທິບໍດີ ຂອງ ທ່ານ ດໍໂນ ທຣໍາ ໃນຂະນະທີ່ວາທີ່ປະທານາທິບໍດີຜູ້ໃໝ່ ທ່ານ ໂຈໄບ ເດນ ເຄີຍປະກາດວ່າຈະລະງັບການຂາຍອາວຸດໃຫ້ແກ່ຊາອຸດິອາຣາເບຍ ເຊິ່ງເປັນຊາດຜູ້ຊື້ອາວຸດໃຫຍ່ທີ່ສຸດຂອງສະຫະລັດໃນຕາເວັນອອກກາງ, ເນື່ອງຈາກ ທ່ານ ໂຈໄບ ເດນ ຕ້ອງການທີ່ຈະກົດດັນໃຫ້ຊາອຸດິອາຣາເບຍ ຢຸດຕິສົງຄາມໃນປະເທດເຢເມນ ເຊິ່ງກໍ່ວິກິດດ້ານມະນຸດຊະທຳຄັ້ງຮ້າຍແຮງທີ່ສຸດຂອງໂລກ. ການຂາຍອາວຸດຄັ້ງນີ້ປະກອບດ້ວຍຈະຫຼວດອັດຊະລິຍະນໍາວິຖີ GBU-39 Small Diameter Bomb i ຫຼື SDB i ຈໍານວນ 3 ພັນລູກ, ອຸປະກອນສະໜັບສະໜູນ,  ອາໄລ່ ແລະ ການສະໜັບສະໜູນທາງເຕັກນິກ ເຊິ່ງມີມູນຄ່າທັງໝົດ 2.9 ແສນລ້ານໂດລາ. "ການຂາຍອາວຸດໃນຄັ້ງນີ້ ຈະເປັນການປັບປຸງປະສິດທິພາບຂອງກອງທັບຊາອຸດິອາຣາເຍຍ ໃຫ້ທັນກັບໄພຄຸກຄາມໃນປະຈຸບັນ ແລະ ໃນອານາຄົດ ໂດຍສິເພາະແມ່ນລະບົບຈະຫຼວດຍິງຈາກອາກາດສູ່ພື້ນດິນທີ່ມີຄວາມແມ້ນສຸດໆ ແລະ ມິໄລຍະການຍິງທີ່ໄກ" ກະຊວງປ້ອງກັນປະເທດຂອງສະຫະລັດຖະແຫຼງ. ຖະແຫງການຍັງໄດ້ລະບຸວ່າ: "ເນື່ອງຈາກຂະໜາດ ແລະ ຄວາມແມ້ນສຸດໆຂອງລະເບີດອັດສະລິຍະ SDB i ເຮັດໃຫ້ມັນເປັນຈະຫຼວດທີ່ມີປະສິດທິພາບ ແລະ ສ້າງຄວາມເສຍຫາຍຕໍ່ເຂດຂ້າງຄຽງໜ້ອຍກວ່າຈະຫຼວດ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ທ່ານ ຊັນວາດໍ ອິດສ໌ລາ, ລັດຖະມົນຕີກະຊວງສາທາລະນະສຸກຂອງສະເປນ ໄດ້ຢັ້ງຢືນຜ່ານສະຖານນີທໍລະທັດທ້ອງຖີ່ນວ່າ: "ລັດຖະບານຈະບໍ່ອອກກົດບັງຄັບໃຫ້ພົນລະເມືອງທຸກຄົນຕ້ອງສັກວັກຊີນປ້ອງກັນ ໂຄວິດ-19. ແຕ່ພວກເຮົາຈະຂຶ້ນທະບຽນບຸກຄົນທີ່ປະຕິເສດຂໍ້ສະເໜີນີ້ ແລະ ແຊໃຫ້ປະເທດຫຸ້ນສ່ວນໃນສະຫະພາບເອີຣົບຮູ້, ແຕ່ເອກະສານຊຸດນີ້ຈະບໍ່ຖືກເປີດເຜີຍແພ່ຕໍ່ສາທາລະນະ ແລະ ຈະມີມາດຕະການປ້ອງກັນຂໍ້ມູນສ່ວນບຸກຄົນຢ່າງສູງສຸດ". "ວິທີການທີ່ຈະເອົາຊະນະໄວຣັດກໍ່ຄື: ການສັກວັກຊີນໃຫ້ກັບທຸກຄົນ ຍີ່ງຫຼາຍເທົ່າໃດຍີ່ງດີ" ທ່ານ ລັດຖະມົນຕີສາທາ ສະເປນ ກ່າວປິດທ້າຍ. ຜົນສຳຫຼວດຂອງສະຖາບັນວິໃຈ CIS ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະເປນ ພົບວ່າ: ພົນລະເມືອງສະເປນ ຈໍານວນ 40.5% ຍີນດີທີ່ຈະສັກຊັກຊີນ ໂຄວິດ-19 ທັນທີທີ່ເປັນໄປໄດ້ ແລະ ອີກ16.2% ຈະສັກກໍ່ຕໍ່ເມື່ອຈະມີຂໍ້ພິສູດທີ່ຢັ້ງຢືນຄວາມໜ້າເຊື່ອຖື. ສ່ວນຜົນສຳຫຼວດລ້າສຸດພົບວ່າ: ຄົນສະເປນທີ່ປະຕິເສດການຊັກວັກຊີນ ໂຄວິດ-19 ລຸດລົງຈາກ 47% ໃນເດືອນພະຈີກ ເຫຼືອພຽງ 28% ໃນເດືອນທັນວານີ້. ສະເປນເປັນໜຶ່ງໃນຊາດທີ່ປະສົບກັບການລະບາດຂອງພະຍາດໂຄວິດ-19 ຢ່າງນັກໜ່ວງທີ່ສຸດໃນທະວີບເອີຣົບ ເຊິ່ງໂຕເລກຜູ້ເສັຍຊີວິດລວມ (ວັນທີ 28 ທັນວ່າ 2020) ມີສູງເຖີງ 5 ໝື່ນຄົ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 29 ທັນວາ ທີ່ຜ່ານມາ, ທ່ານ ນາຍົກ ຮຸນເຊນ ຂອງກຳປູເຈຍໄດ້ປະກາດວ່າ: ກຳປູເຈຍຜະລິດນໍ້າມັນດິບຢອດທຳອິດຢູ່ໜ້ານໍ້າທາງທະເລຂອງຕົນເອງໄດ້ສຳເລັດແລ້ວ ເຊິ່ງເປັນຄວາມສຳເລັດທີ່ລໍຖ້າມາຢ່າງຍາວນານ. ບໍລິສັດເຊບຣອນເປັນຜູ້ສໍາຫຼວດ ແລະ ຄົ້ນພົບນໍ້າມັນດິຍຢູ່ເຂດອ່າວຊາຍຝັ່ງກຳປູເຈຍ ບໍລິເວນອ່າວໄທ ໃນປີ 2005, ແຕ່ການຜະລິດຕ້ອງຢຸດຕິລົງ ເນື່ອງຈາກລັດຖະບານ ແລະ ບໍລິສັດຍັກໃຫຍ່ຂອງສະຫະລັດລາຍນີ້ບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້ ກ່ຽວກັບ ການແບ່ງປັນລາຍໄດ້ ເຮັດໃຫ້ບໍລິສັດເຊບຣອນ ຂາຍຮຸ້ນໃຫ້ແກ່ບໍລິສັດ ຄຣິດເອນເນີເຈີ ຂອງສິງກະໂປ ໃນປີ 2015. ທ່ານ ຮຸນເຊນ ກ່າວຍ້ອງຍໍການຜະລິດນໍ້າມັນດິບ ໃນຄັ້ງນີ້ວ່າ: "ເປັນຄວາມສຳເລັດຄັ້ງໃໝ່ສໍາລັບເສດຖະກິດຂອງກຳປູເຈຍ. ນໍ້າມັນດິບຢອດທຳອິດຖືກຜະລິດອອກມາແລ້ວ. ປີ 2021 ທີ່ກຳລັງຈະມາຮອດນີ້, ພວກເຮົາໄດ້ຮັບຂອງຂັວນທີ່ຍິ້ງໃຫຍ່ສຳລັບປະເທດຂອງເຮົາ ນັ້ນກໍ່ຄືການຜະລິດນໍ້າມັນຄັ້ງທຳອິດໃນດິນແດນຂອງພວກເຮົາ".  ນໍ້າມັນດິບຖືກດູດຂຶ້ນມາຈາກພື້ນທະເລເຂດນອກຊາຍຝັ່ງຕະເວັນຕົກສຽງໃຕ້ຂອງສິຫະນຸວິວລ໌. ການຄົ້ນພົບແຫຼ່ງນໍ້າມັນດິບຂອງບໍລິສັດ ເຊບຣອນ ເຮັດໃຫ້ກຳປູເຈຍຫວັງທີ່ຈະເປັນປະເທດທີ່ສົ່ງອອກນໍ້າມັນລາຍຕໍ່ໄປຂອງພາກພື້ນ ໂດຍລັດຖະບານໄດ້ປະເມີ

ຟິລິປິນຂູ່ຕັດສຳພັນທາງທະຫານກັບສະຫະລັດ ຖ້າຫາກຍັງບໍ່ສົ່ງວັກຊີນໂຄວິດ-19 ມາໃຫ້

ປະທານາທິບໍດີຟີລິປິນ, ທ່ານ ໂຣດີໂກ ດູເຕີເຕ ບໍ່ພໍໃຈທີ່ສະຫະລັດບໍ່ຍອມສົ່ງວັກຊີນລອດໃຫຍ່ທີ່ສັ່ງໄວ້ມາໃຫ້ຟີລິປິນປານນີ້ ທັໆທີ່ປະເທດຟິລິປິນມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງໃນອາຊີ. ແຕ່ເປັນຫຍັງສິງກະໂປຈຶ່ງໄດ້ຮັບວັກຊີນກ່ອນ ທັງທີ່ຄົນຕິດເຊື້ອມີໜ້ອຍກ່ອນ ແລະ ຄົນຕາຍກໍ່ໜ້ອຍກ່ອນ ເຊິ່ງສິງກະໂປມີຄົນຕິດເຊື້ອບໍ່ຮອດ 6 ໝື່ນຄົນ, ຕາຍບໍ່ຮອດ 50 ຄົນເລີຍ. ໃນຂະນະທີ່ຟີລິປິນມີຄົນຕິດພະຍາດໂຄວິດ-19 ປະມານ 4 ແສນກວ່າຄົນ, ຕາຍໄປເກືອບໝື່ນຄົນ ອີກທັງງົບປະມານໃນການຈັດຊື້ວັດຊີນຕ່າງໆຂອງຟິລິປິນກໍ່ໄດ້ຕຽມໄວ້ໝົດແລ້ວ. ທ່ານ ດູເຕີເຕ ກໍເລີຍອອກມາປະກາດບໍ່ພໍໃຈຕໍ່ສະຫະລັດວ່າ: "ຟິລິປິນກູຈ່າຍເງິນຊື້ວັກຊີນໃດ ບໍ່ໄດ້ຂໍວັກຊິນມາໃຊ້ຟີຼໆ". ເນື່ອງຈາກວ່າ, ຖ້າວັກຊິນມາຊ້າເທົ່າໃດ ປະຊາຊົນຟິລິປິນກໍ່ຍິ່ງຈະດ່າຜູ້ນໍາຂອງເຂົາແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ຮອບນີ້ ທ່ານ ດູເຕີເຕ ເລີຍອອກມາສະແດງຄວາມບໍ່ພໍໃຈ ພ້ອມທັງໄດ້ຍື່ນເງື່ອນໄຂໄປເລີຍວ່າ: "ຟິລິປິນຕ້ອງການວັກຊິນ 20 ລ້ານໂດສ໌ ສໍາລັບຄົນ 10 ລ້ານຄົນ. ໂດຍບອກວ່າ ຖ້າຫາກສະຫະລັດຍັງຊັກຊ້າຢູ່ອີກ, ລັດຖະບານຟິລິປິນຈະຍົກເລີກສັນຍາ VFA (Visiting Forces Agreement) ເຊິ່ງເປັນການຮ່ວມມືທາງທະຫານກັບສະຫະລັດທີ່ເຄີຍເຮັດໄວ້ຕອນ 20 ປີກ່ອນ. ຂໍ້ຕົ

ຟອມກຳລັງມາ..! ຫວຽດນາມຂຶ້ນເປັນເບີ 1 ຂອງການຄ້າລະຫວ່າງຊຽງໄຮ-ອາຊຽນ

ຫ້ອງການຄວບຄຸມສິນຄ້ານໍາເຂົ້າ-ສົ່ງອອກຂອງນະຄອນຊຽງໄຮໄດ້ອອກມາເປີດເຜີຍໂຕເລກການຄ້າລະຫວ່າງ ນະຄອນຊຽງໄຮ ແລະ ອາຊຽນ ວ່າ: ໄດ້ຂະຫຍາຍໂຕຢ່າງເຂັ້ມແຂງໃນປີ 2020 ນີ້ ເຖີງແມ່ນວ່າຈະປະສົບກັບບັນຫາການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ. ການນໍາເຂົ້າສີນຄ້າຂອງຊຽງໄຮຈາກອາຊຽນໃນຊ້ວງ 11 ເດືອນຂອງປີ 2020 ນີ້ ມີມູນຄ່າສູງເຖີງ 3.39 ແສນລ້ານຢວນ, ເພີ່ມຂຶ້ນ 6.1% ເມື່ອທຽບກັບປີກາຍນີ້. ສ່ວນການສົ່ງອອກສີນຄ້າຈາກຊຽງໄຮໄປອາຊຽນ ມີມູນຄ່າຢູ່ທີ່ 4.33 ແສນລ້ານຢວນ, ລຸດລົງ 4.1% ເຊິ່ງສາເຫດໜຶ່ງທີ່ເຮັດໃຫ້ລຸດລົງແມ່ນມາຈາກການລະບາດຂອງພະຍາດໂຄວິດ-19. ສີນຄ້າປະເພດແຜນວົນຈອນແມ່ນປະເພດກຸ່ມສີນຄ້າທີ່ຊຽງໄຮນໍາເຂົາຫຼາຍທີ່ສຸດຈາກອາຊຽນ ໂດຍມີມູນຄ່າ 8.56 ໝື່ນລ້ານຢວນ ເພີ່ມຂຶ້ນ 20.5% ເມື່ອທຽບກັບປີກາຍ ແລະ ຕົກເປັນ 25.2% ຂອງມູນຄ່າການນໍາເຂົ້າທັງໝົດຂອງຊຽງໄຮຈາກອາຊຽນ  ສໍາລັບຫວຽດນາມ ແມ່ນໄດ້ເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຊຽງໄຮຈາກອາຊຽນ ໂດຍຄິດເປັນ 27.4% ຂອງມູນຄ່າທັງໝົດລະຫວ່າງຊຽງໄຮ ກັບ ອາຊຽນ. _______________ 👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເສດຖະກິດຈີນຂະຫຍາຍໂຕໄວກ່ອນທີ່ຄິດ ຕຽມແຊງໜ້າສະຫະລັດເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ປີ 2028 ເນື່ອງຈາກລະດັບການຟື້ນໂຕທາງເສດຖະກິດທີ່ແຕກຕ່າງກັນຂອງສອງມະຫາອຳນາດໃນຊ້ວງການລະບາດຂອງພະຍາດໂຄວິດ-19. ສູນວິໄຈເສດຖະກິດ ແລະ ທຸກລະກິດ (Centre for Economics and Business Research - CEBR)ຂອງສະຫະລັດ ໄດ້ເຜີຍແຜ່ລາຍງານປະຈຳປີໃນວັນທີ 26 ທັນວ່າທີ່ຜ່ານມາ ໂດຍໄດ້ລະບຸວ່າ: ການລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບທາງເສດຖະກິດທີ່ເກີດຂຶ້ນເຮັດໃຫ້ຈີນກາຍເປັນຝ່າຍທີ່ໄດ້ປຽບຫຼາຍຂຶ້ນໃນການແຂ່ງຂັນຄັ້ງນີ້". CEBR ເຫັນວ່າ: ທັກສະດ້ານການຈັດການໂລກລະບາດຂອງຈີນເຊິ່ງຕັດສິນໃຈໃຊ້ມາດຕະການລ໊ອກດາວທີ່ເຂັ້ມຂຸ້ນຕັ້ງແຕ່ທຳອິດ ລວມເຖີງການທີ່ພະຍາດໂຄວິດ-19 ສົ່ງຜົນກະທົບຢ່າງຮຸນແຮງ ແລະ ຍືດເຍື້ອຍຍາວນານຕໍ່ການຂະຫຍາຍໂຕທາງເສດຖະກິດຂອງໂລກຕາເວັນຕົກ ມີສ່ວນເຮັດໃຫ້ພາບລວມເສດຖະກິດຈີນເປັນໄປໃນທິດທາງທີ່ດີຂຶ້ນ. ເສດຖະກິດຈີນມີແນວໂນ້ມທີ່ຈະຂະຫຍາຍໂຕສະເລັ່ຍ 5.7% ຕໍ່ປີ ໃນຊ້ວງລະຫວ່າງປີ 2021-2025 ກ່ອນທີ່ຈະຊະລໍໂຕລົງມາສະເລັ່ຍຢູ່ທີ່ 4.5% ຕໍ່ປີ ໃນຊ້ວງປີ 2026-2030 ຕາມການປະເມີນຂອງ CEBR. ສ່ວນສະຫະລັດຄາດວ່າເສດຖະກິດຈະກັບມາຟື້ນໂຕຢ່າງຊັດເຈນໃນປີ 2021 ແລະ ມີການຂະຫຍາຍໂຕສະເລັ່ຍ 1.9% ຕໍ່ປີໃນຊ້ວງລະຫ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ກອງທັບອາກາດຈີນ-ຣັດເຊຍ ໄດ້ຈັດບີນລ້າຕະເວນຢູ່ເຂດພາກພື້ນອາຊີ-ປາຊີຟີກ ຮ່ວມກັນເປັນຄັ້ງທີ 2 ເຊິ່ງຕໍ່ໄປຈະຖືເປັນກິດຈະກຳຫຼັກທາງການທະຫານຮ່ວມກັນຂອງກອງທັບທັງສອງຊາດ. ໂດຍຈີນໄດ້ສົ່ງເຄື່ອງບີນຖື້ມລະເບີດ H6K ຈໍານວນ 4 ລໍາ ແລະ ຣັດເຊຍ ໄດ້ສົ່ງເຄື່ອງບີນຖື້ມລະເບີດ Tu95 ຈໍານວນ 2 ລໍາ ເພື່ອບີນລ້າຕະເວນໃນທະເລຍີ່ປຸ່ນ ແລະ ທະເລຈີນຕາເວັນອອກ. ໃນລະຫວ່າງການບິນ, ເຄື່ອງບິນຮົບຂອງທັງສອງຊາດໄດ້ປະຕິບັດຕາມກົດໝາຍລະຫວ່າງປະເທດ ແລະ ບໍ່ໄດ້ເຂົ້າສູ່ເຂດນ່ານຟ້າຂອງປະເທດອື່ນແຕ່ຢ່າງໃດ. ຖະແຫຼງການໄດ້ລະບຸວ່າ ພາລະກິດດັ່ງກ່າວເປັນເຫດການທີ່ໄດ້ລະບຸໄວ້ໃນແຜນການຮ່ວມມືທາງທະຫານປະຈໍາປີຂອງຈີນ ແລະ ຣັດເຊຍ ໂດຍບໍ່ໄດ້ຕັ້ງເປົ້າໄປໃສ່ປະເທດທີສາມແຕ່ຢ່າງໃດ. ທັງນີ້ການລ້າຕະເວນເຊິງຍຸດທະສາດທາງອາກາດຮ່ວມກັນຄັ້ງທຳອິດຂອງຈີນ ແລະ ຣັດເຊຍ ເຄີຍເກີດຂຶ້ນຕັ້ງແຕ່ເດືອນກໍລະກົດ 2019 ເຊິ່ງຕອນນັ້ນຈີນໄດ້ສົ່ງ H6K ຈໍານວນ 2 ລໍາ ແລະ ຣັດເຊຍ ໄດ້ສົ່ງ Tu95 ຈໍານວນ 2 ລໍາ ເພື່ອລ້າຕະເວນຮ່ວມກັນໃນທະເລຍີ່ປຸ່ນ ແລະ ທະເລຈີນຕາເວນອອກເຊັ່ນດຽວກັນກັບຄັ້ງນີ້, ແຕ່ໃນຄັ້ງນີ້ ຈີນໄດ້ເພີ່ມຈໍານວນເຄື່ອງບີນ H6K ຈາກ 2 ລໍາ ເປັນ 4 ລໍາ ສໍາລັບການລ້າຕະເວນຮ່ວມໃນປີນີ້ ເຊິ່ງເປັນສັນຍານຂອງການຂະຫຍາຍຂິດຄວາມສາມາດທີ່ເພີ່ມຂຶ້ນຂອງກອງທັບອາ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ໜັງສືປົກຂາວຂອງລັດຖະບານຈີນ ວ່າດ້ວຍ "ການພັດທະນາຢ່າງຍືນຂອງການຂົນສົ່ງໃນຈີນ" ລະບຸວ່າຈີນໄດ້ພັດທະນາຢ່າງຕໍ່ເນື່ອງຈາກການເປັນຕາມກາຍເປັນຜູ້ນໍາໄປສູ່ດ້ານເຕັກໂນໂລຊີການຂົນສົ່ງ ເຊິ່ງຈີນໄດ້ພັດທະນາເຕັກໂນໂລຊີທີ່ສໍາຄັນຂຶ້ນຢ່າງຫຼວງຫຼາຍ ທັງຍັງໄດ້ສ້າງຄວາມກ້າວໜ້າທີ່ສຳຄັນຫຼາຍຄັ້ງ ໃນແວດວົງໂຄງສ້າງພື້ນຖານ ແລະ ອຸປະກອນຂົນສົ່ງ ດັ່ງຈະເຫັນໄດ້ຈາກໂຄງການຂະໜາດໂຄງການຂະໜາດໃຫຍ່ ແລະ ໂຄງການລະດັບໂລກ. ລາຍງານຍັງໄດ້ລະບຸວ່າ ຈີນເປັນຜູ້ສ້າງລົດໄຟໃນພື້ນທີ່ສູງ ພ້ອມທັງມີອຸນຫະພູມທີ່ຕໍ່າຫຼາຍ ແລະ ລາງລົດໄຟທີ່ບັນທຸກສີນຄ້າໜັກ.  ຈີນໄດ້ແກ້ບັນຫາທາງດ້ານເຕັກນິກທີ່ທ້າທາຍທີ່ສຸດໃນການກໍ່ສ້າງທາງຫຼວງບົນສະພາບທາງທໍລະນວິທະຍາທີ່ຍາກລໍາບາກ ເຊັ່ນ: ເຂດພູສູງທີ່ມີຊັ້ນດີນຄົງໂຕ ແລະ ທະເລຊາຍ. ນອກຈາກນີ້ ຈີນຍັງເປັນຜູ້ນໍາທາງດ້ານເຕັກໂນໂລຊີໃນການສ້າງທ່າເຮືອ, ຊາຍຝັ່ງ, ການປັບປຸງແມ່ນໍ້າຂະໜາດໃຫຍ່ ແລະ ທາງນໍ້າຍາວ ລວມທັງການສ້າງເດີນຍົນຂະໜາດໃຫຍ່. ພາຍໃນປີ 2019, ຄວາມຍາວລວມຂອງທາງລົດໄຟຄວາມໄວສູງທົ່ວປະເທດຈີນທະລຸ 35 ພັນກີໂລແມັດ ເຊິ່ງຕົກເປັນ 2 ໃນ 3 ຂອງທາງລົດໄຟຄວາມໄວສູງທັງໝົດຂອງໂລກ. ຈີນໄດ້ສ້າງທາງລົດໄຟຄວາມໄວສູງປັກກິງ-ກວາງໂຈ ເຊິ່ງເປັນທາງລົດໄຟຄວາມໄວສູງທີ່ຍາວທີ່ສຸດໃນໂລກສໍາເລັດແລ້ວ 100%

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ. ເນື່ອງຈາກລູກຊາຍມັກຈະເສັງໄດ້ "ສູນ (0)" ຄະແນນມາໂດຍຕະຫຼອດ. ເຫດການນີ້ເກີດຂຶ້ນຢູ່ປະເທດຈີນ ເຊິ່ງມີພໍ່ຄົນຈີນລາຍໜຶ່ງຊື່ ທ້າວ ຈ່າວ, ເປັນກຳມະກອນຢູ່ໃນເຂດອຸດສະຫະກຳໂຮງງານສີມັງ ເກີດຄວາມພູມໃຈໃນໂຕລູກຊາຍຫຼາຍ ຍ້ອນວ່າລູກຊາຍຂອງລາວເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ ເຊິ່ງພໍ່ຄົນຈີນຜູ້ນີ້ຖືວ່າເປັນຄວາມສຳເລັດອັນຍີ້ງໃຫຍ່ຂອງລູກຊາຍລາວ ເພາະຕະຫຼອດເວລາທີ່ຜ່ານມາ ລູກຊາຍຂອງລາວມັກຈະເສັງຕົກໂດຍໄດ້ "ສູນ (0)" ຄະແນນມາຕະຫຼອດ. ຜູ້ເປັນພໍຈຶ່ງໄດ້ຕັດສີນໃຈມອບລາງວັນໃຫ້ກັບລູກຊາຍດ້ວຍການຈູດກະໂພກ ແລະ ບັ້ງໄຟຊຸດໃຫຍ່ ລວມມູນຄ່າ 1,000 ຢວນ ຫຼື ປະມານ 1 ລ້ານ 5 ແສນກີບ ຂົນກັບມາບ້ານຂອງລາວ ແລ້ວຈັດວາງ ແລະ ຈູດ ສະຫຼອງໃຫ້ກັບລູກຊາຍໄດ້ເຫັນ ໂດຍໃຊ້ເວລາດົນກວ່າ 10 ນາທີ ກະໂພກ ແລະ ບັ້ງໄຟສີຈຶ່ງຈະຢຸດເຊົາ ເພື່ອສະຫຼອງໃຫ້ກັບ 7 ຄະແນນຂອງລູກຊາຍທີ່ໄດ້ມາ. ແລະ ຈາກການທີ່ ທ້າວ ຈ່າວ ສະຫຼອງແບບນີ້ ເຮັດໃຫ້ລູກຊາຍມີກຳລັງໃຈໃນການຮຽນຫຼາຍຂຶ້ນ ຈົນສາມາດເສັງໄດ້ 57 ຄະແນນໃນຄັ້ງຕໍ່ມາ. ສ່ວນເພື່ອນບ້ານໃກ້ຄຽງຕ່າງພາກັນສົງໃສວ່າ ທ້າວ ຈ່າວ ຈູດກະໂພກ ແລະ ບັ້ງໄຟສີເນື່ອງໃນໂອກາດຫຍັງ ເຊິ່ງ ທ້າວ ຈ