Skip to main content

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ. ເນື່ອງຈາກລູກຊາຍມັກຈະເສັງໄດ້ "ສູນ (0)" ຄະແນນມາໂດຍຕະຫຼອດ.

ເຫດການນີ້ເກີດຂຶ້ນຢູ່ປະເທດຈີນ ເຊິ່ງມີພໍ່ຄົນຈີນລາຍໜຶ່ງຊື່ ທ້າວ ຈ່າວ, ເປັນກຳມະກອນຢູ່ໃນເຂດອຸດສະຫະກຳໂຮງງານສີມັງ ເກີດຄວາມພູມໃຈໃນໂຕລູກຊາຍຫຼາຍ ຍ້ອນວ່າລູກຊາຍຂອງລາວເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ ເຊິ່ງພໍ່ຄົນຈີນຜູ້ນີ້ຖືວ່າເປັນຄວາມສຳເລັດອັນຍີ້ງໃຫຍ່ຂອງລູກຊາຍລາວ ເພາະຕະຫຼອດເວລາທີ່ຜ່ານມາ ລູກຊາຍຂອງລາວມັກຈະເສັງຕົກໂດຍໄດ້ "ສູນ (0)" ຄະແນນມາຕະຫຼອດ.
ຜູ້ເປັນພໍຈຶ່ງໄດ້ຕັດສີນໃຈມອບລາງວັນໃຫ້ກັບລູກຊາຍດ້ວຍການຈູດກະໂພກ ແລະ ບັ້ງໄຟຊຸດໃຫຍ່ ລວມມູນຄ່າ 1,000 ຢວນ ຫຼື ປະມານ 1 ລ້ານ 5 ແສນກີບ ຂົນກັບມາບ້ານຂອງລາວ ແລ້ວຈັດວາງ ແລະ ຈູດ ສະຫຼອງໃຫ້ກັບລູກຊາຍໄດ້ເຫັນ ໂດຍໃຊ້ເວລາດົນກວ່າ 10 ນາທີ ກະໂພກ ແລະ ບັ້ງໄຟສີຈຶ່ງຈະຢຸດເຊົາ ເພື່ອສະຫຼອງໃຫ້ກັບ 7 ຄະແນນຂອງລູກຊາຍທີ່ໄດ້ມາ.
ແລະ ຈາກການທີ່ ທ້າວ ຈ່າວ ສະຫຼອງແບບນີ້ ເຮັດໃຫ້ລູກຊາຍມີກຳລັງໃຈໃນການຮຽນຫຼາຍຂຶ້ນ ຈົນສາມາດເສັງໄດ້ 57 ຄະແນນໃນຄັ້ງຕໍ່ມາ. ສ່ວນເພື່ອນບ້ານໃກ້ຄຽງຕ່າງພາກັນສົງໃສວ່າ ທ້າວ ຈ່າວ ຈູດກະໂພກ ແລະ ບັ້ງໄຟສີເນື່ອງໃນໂອກາດຫຍັງ ເຊິ່ງ ທ້າວ ຈ່າວ ກໍ່ໄດ້ຕອບເພື່ອນບ້ານໄປຕາມຄວາມຈິງວ່າ ລາວສະຫຼອງໃຫ້ກັບລູກຊາຍຂອງລາວທີ່ສາມາດເສັງໄດ້ 7 ຄະແນນ ແລະ ລາວກໍ່ໄດ້ອັດຄີບວີດີໂອ ເພື່ອໂພດລົງໃນໂລກໂຊຊ້ຽວອີກດ້ວຍ.
ຖືວ່າເປັນການໃຫ້ກຳລັງໃຈ ແລະ ລົງທຶນທີ່ຄຸ້ມຄ່າສຳລັບ ພໍ່ຄົນຈີນຜູ້ນີ້ອີ່ຫຼີ ເຖີງແມ່ນວ່າຈະເປັນຄະແນນທີ່ໜ້ອຍ, ແຕ່ກໍ່ຊ່ວຍໃຫ້ລູກພັດທະນາການຮຽນໄດ້ດີຂຶ້ນ.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ