Skip to main content

Posts

Showing posts from June, 2020

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ບໍລິສັດຫົວເຫວີຍ  ( Huawei)  ເສຍໃຫ້ຂູ່ແຂ່ງ , ບໍ່ໄດ້ວາງເຄືອຂ່າຍລະບົບ   5G  ຢູ່ປະເທດສິງກະໂປ.   ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງສິງກະໂປເລືອກ ບໍລິສັດ   Nokia  ແລະ   Ericsson  ໃຫ້ເປັນຜູ້ວາງເຄືອຂ່າຍ   5G  ຢູ່ສິງກະໂປ. ໃນປະເທດສິງກະໂປມີບໍລິສັດໃຫ້ບໍລິການເຄື່ອຂ່າຍໂທລະສັບມືຖື ແລະ ໂທລະຄົມມະນາຄົມຍັກໃຫຍ່ຫຼາຍບໍລິສັດ ເຊັ່ນ: ບໍລິສັດ   Singtel,  ບໍລິສັດ   StarHub  ແລະ ບໍລິສັດ   M1 . ກ່ອນໜ້ານີ້ , ບໍລິສັດເຫລົ່ານີ້ໄດ້ມີການປຶກສາຫາລືກັນວ່າຈະໃຫ້ບໍລິສັດໃດເຂົ້າມາວາງເຄື່ອຂ່າຍລະບົບ   5G  ໃນປະເທດ ໂດຍມີຊື່ບໍລິສັດທີ່ທີ່ຖືກກ່າວເຖິງ ຄື: ບໍລິສັດ   Nokia, Ericsson  ແລະ   Huawei   ທີ່ເປັນຍັກໃຫຍ່ດ້ານການສື່ສານຂອງຈີນ . ຫຼ້າສຸດ ,  ຊ້ວງອາທິດທີ່ຜ່ານມາ ບໍລິສັດ   Singtel,  ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ໃນສິງກະໂປ. ໄດ້ປະກາດເລືອກເອົາ ບໍລິສັດ   Ericsson   ເຊິ່ງເປັນບໍລິສັດຈາກປະເທດສະວີເດັນ ໃຫ້ເຂົ້າມາວາງເຄືອຂ່າຍລະບົບ   5G  ແລະ    ເຂົ້າມາເປັນສ່ວນຮ່ວມຂອງບໍລິສັດ ເຊິ່ງລັດຖະບານສິງກະໂປເອງກໍ່ໄດ້ອະນຸມັດແລ້ວເປັນທີ່ຮຽບຮ້ອຍ. ໃນຂະນະທີ່ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມໃຫຍ່ອີກ 2 ແຫ່ງຂອງ ສິງກະໂປ ກໍ່ຄື: ບໍລິສັດ  StarHub  ແລະ   M 1 ,  ກໍ່ໄດ້

4 ບໍລິສັດນໍ້າມັນລາຍໃຫຍ່ຂອງຈີນກຳລັງຮ່ວມມືກັນຈັດຕັ້ງເປັນກຸ່ມຊື້ນໍ້າມັນດີບ

4 ບໍລິສັດນໍ້າມັນລາຍໃຫຍ່ຂອງຈີນກຳລັງຮ່ວມມືກັນຈັດຕັ້ງເປັນກຸ່ມຊື້ນໍ້າມັນດີບ ເພື່ອເພີ່ມອໍານາດໃນການຕໍ່ລອງກັບກຸ່ມໂອເປັກ ( OPEC) ແລະ ຫຼີກລ້ຽງການສະເໜີລາຄາແຂ່ງຂັນກັນເອງ. * ກຸ່ມໂອເປັກ ( OPEC) ຫຍໍ້ມາຈາກ Organization of Petroleum Exporting Countries ຫຼື ແປວ່າ "ອົງການກຸ່ມປະເທດຜູ້ສົ່ງອອກນໍ້າມັນ" ຖືກກໍ່ຕັ້ງຂຶ້ນໃນປີ 1960, ມີປະເທດສະມາຊິກຜູ້ກໍ່ຕັ້ງທຳອິດຢູ່ 5 ປະເທດຄື: ຊາອຸດິດອາລາເບຍ , ອີຣັກ , ອີຣ່ານ , ຄູເວດ ແລະ ເວເນສະເວລາ. ທຳອິດມີຫ້ອງການໃຫຍ່ຢູ່ປະເທດສະວິດເຊີແລນ. ປະຈຸບັນກຸ່ມໂອເປັກມີສະມາຊິກເພີ່ມຂຶ້ນມາອີກ 8 ປະເທດຄື: ສະຫະລັດອາຣັບເອມີເລດ , ໄນຈີເລຍ , ເອວຈີເລຍ , ລີເບຍ , ກາບອງ , ແອງໂກລາ , ກີນີ ແລະ ຄອງໂກ ລວມທັງໝົດເປັນ 13 ປະເທດ ແລະ ໄດ້ຍ້າຍຫ້ອງການໃຫຍ່ມາຢູ່ປະເທດອອສເຕຣຍ ຕັ້ງແຕ່ປີ 1965. ຕະຫຼອດໄລຍະ 60 ປີທີ່ຜ່ານມາ , ກຸ່ມໂອເປັກໄດ້ພະເຊີນກັບບັນຫາໃຫຍ່ໆມາໂດຍຕະຫຼອດ ເຊັ່ນວ່າ:   1. ບັນຫາພາຍໃນກຸ່ມປະເທດສະມາຊິກດ້ວຍກັນເອງ ຍ້ອນການບໍ່ຍອມຫຼຸດກຳລັງດານຜະລິດລົງຕາມທີ່ໄດ້ຕົກລົງກັນໄວ້. 2. ບັນຫາກັບບໍລິສັດຜູ້ຜະລິດນໍ້າມັນເຊວອອຍໃນສະຫະລັດ. 3. ບັນຫາທີ່ພະລັງງານທົດແທນຕ່າງໆທີ່ພະຍາຍາມຈະເຂົ້າມາແທນທີ່ນໍ້າມັນ ເຊັ່ນ: ພະລ

ອຳນາດຂອງຈີນໃນດີນແດນທະວີບອັບຟຣີກາ

***************************** ປີ 1971, ສະຫະປະຊາຊາດ (United Nation ຫຼື UN) ໄດ້ມີການລົງຄະແນນເພື່ອເລືອກທີ່ຈະຮັບຮອງໃຫ້ມີລັດຖະບານຈີນພຽງລັດຖະບານດຽວທີ່ຈະສາມາດມີທີ່ນັ່ງໃນເວທີສະຫະປະຊາຊດໄດ້ ເຊິ່ງກໍ່ຄື: ລັດຖະບານຈີນຄອມມູນິດ ແລະ ລັດຖະບານຈີນໃຕ້ຫວັນ. ສະຫະລັດອາເມລີກາຕໍ່ຕ້ານຈີນຄອມມູນິດ ໂດຍມີການພະຍາຍາມຕິດຕໍ່ເພື່ອໃຫ້ຊາດຕ່າງໆໃຫ້ສະໜັບສະໜູນໃຕ້ຫວັນ. ຜົນປະກົດວ່າຝ່າຍຈີນຄອມມູນິດຊະນະ ເຮັດໃຫ້ໄດ້ເປັນລັດຖະບານຈີນດຽວ (ໃຕ້ຫວັນຕົກ) ທີ່ສາມາດນັ່ງໃນເວທີສະຫະປະຊາຊາດໄດ້, ແຕ່ເປັນທີ່ໜ້າສັງເກດວ່າມີປະເທດໃນທະວີບອັບຟຣີກາຈໍານວນ 12 ປະເທດທີ່ເປັນພັນທະມິດຂອງສະຫະລັດໄດ້ຍົກມືໃຫ້ການສະໜັບສະໜູນກັບຝ່າຍລັດຖະບານຈີນຄອມມູນິດ. ອີກ 36 ປີຕໍ່ມາ ໃນປີ 2007, ສະຫະປະຊາຊາດໄດ້ມີການລົງມະຕີປະນາມເກົາຫຼີເໜືອເລື່ອງລະເມີດສິດທິມະນຸດ ເຊິ່ງເກົາຫຼີເໜືອເປັນປະເທດທີ່ມີຄວາມສໍາພັນໃກ້ສິດກັບຈີນ, ປະເທດໃດລົງຄະແນນສຽງຕໍ່ຕ້ານເກົາຫຼີເໜືອກໍ່ສະແດງວ່າເປັນການລົງຄະແນນຕໍ່ຕ້ານຈີນ. ເຖີງຜົນປະກົດວ່າເກົາຫຼີເໜືອຈະເສຍ, ແຕ່ກໍ່ມີປະເທດຄັດຄ້ານເຖີງ 22 ປະເທດ ແລະ ງົບບໍ່ອອກສຽງ 59 ປະເທດ (22+59= 81) ໃນທາງຄວາມໜາຍແລ້ວສະແດງໃຫ້ເຫັນວ່າ 81 ປະເທດເລົ່ານີ້ເລືອກຢູ່ຝ່າຍຈີນ ແລະ ຖ້າເບິ່ງໃຫ້ເລີ

ຈີນເສັຍຄະດີໃຫ້ກັບສະຫະພາບເອີຣົບ ໃນປະເດັນສະຖານະຂອງຈີນບໍ່ໄດ້ເປັນ "ລັດເສດຖະກິດຕະຫຼາດ" ໃນອົງການການຄ້ານໂລກ

ເລື່ອງນີ້ຕ້ອງໄດ້ຍ້ອນກັບຄຶນໄປໃນປີ 2016 ຫຼື ຕອນທີ່ອົງການການຄ້າໂລກ (WTO) ຄົບຮອບ 15 ປີ , ແຕ່ໃນເວລານັ້ນສະຫະພາບເອີຣົບ ຫຼື ອີຢູ (EU) ບໍ່ຍອມຮັບໃນສະຖານະຂອງຈີນເທື່ອ ( ສະຖານະທີ່ຍັງບໍ່ເປັນລັດເສດຖະກິດຕະຫຼາດ ຫຼື Market Economy ) . ສະນັ້ນ , ອີຢູຈຶ່ງໄດ້ຄົງຫຼາຍມາດຕະການໄວ້ເພື່ອສະກັດກັ້ນການຄ້າຈາກຈີນ. ເພາະວ່າອີຢູເຫັນວ່າຈີນຍັງເປັນປະເທດທີ່ລັດຖະບານໃຫ້ການສະໜັບສະໜູນເອກກະຊົນຢ່າງແຂງແຮງ ( ກົດແມ່ນຫ້າມໃຫ້ພາກລັດເຂົ້າໄປໃຫ້ເງິນສະໜັບສະໝູນ ຫຼື ແຊກແຊງບັນດາບໍລິສັດທີ່ເປັນເອກກະຊົນ ) ຈຶ່ງສົ່ງຜົນໃຫ້ສີນຄ້າຂອງຈີນມີລາຄາຖືກກ່ວາຕົ້ນທຶນທີ່ແທ້ຈິງ. ຍ້ອນສາຍເຫດນີ້, ອີຢູ່ຈຶ່ງຄິດວ່າມັນເປັນຄວາມສ່ຽງທີ່ຈະເຮັດໃຫ້ສິນຄ້າຈີນບໍ່ມີສິ່ງກິດຂວາງດ້ານພາສີ ແລະ ສົ່ງຜົນກະທົບຕໍ່ຕະຫຼາດການຄ້າພາຍໃນຂອງອີຢູ . ມັນເປັນໄປໄດ້ວ່າລັດຖະບານຈີນຈະຊ່ວຍບໍລິສັດເອກະຊົນຂອງຈີນຕີຕະຫຼາດເອີຣົບໂດຍການຖົມຂຸມຕະຫຼາດ (ຄວາມໝາຍກໍ່ຄືຂາຍສິນຄ້າໃນລາຄາຖືກກວ່າລາຄາຕົ້ນທຶນແລ້ວກັບໄປເອົາເງິນຊົດເຊີຍສ່ວນຕ່າງກັບລັດຖະບານຈີນຄືນ. ຕົວຢ່າງ: ສິນຄ້າມີຕົ້ນທຶນບວກກໍາໄລແລ້ວຢູ່ທີ່ 10 ໂດລາ/ອັນ, ບໍລິສັດຈະຂາຍພຽງແຕ່ 8-9ໂດລາ/ອັນ, ສ່ວນຕ່າງ 1-2 ໂດລາ/ອັນ, ບໍລິສັດຈະກັບໄປເອົາສ່ວນຕ່າງນີ້ກັບລັດຖະບານຈີນຄືນ. ຈຸດປ

ພາດສະປອດປະເທດໃດຊົງພະລັງທີ່ສຸດໃນໂລກ ແລະ ພາດສະປອດຂອງລາວຢູ່ອັນດັບທີເທົ່າໃດຂອງໂລກ ໃນປີ 2020

ຄົນທຸກໆຊາດທົ່ວໂລກເວລາຈະເດີນທາງໄປຕ່າງປະເທດກໍ່ຈະຕ້ອງມີສິ່ງໜຶ່ງທີ່ຄືກັນ ແລະ ຈໍາເປັນ ນັ້ນກໍ່ຄື: ໜັງສືຜ່ານແດນ ຫຼື ພາດສະປອດ (Passport) ນັ້ນເອງ. ທ່ານຮູ້ບໍ່ວ່າແຕ່ລະປະເທດເຖິງວ່າຈະມີພາດສະປອດໜ້າຕາຄ້າຍເຄືອງກັນ, ແຕ່ພາດສະປອດຂອງທຸກປະເທດນັ້ນມີຂິດພະລັງ ຫຼື ພາວເວີ້ (Power) ບໍ່ເທົ່າກັນ. ໃນມື້ນີ້ທາງ NEP2020 ຈະພາທ່ານມາຮູ້ຈັກກັບພາດສະປອດປະເທດໃດທີ່ມີອຳນາດ ຫຼື ຊົງພະລັງ ທີ່ສຸດໃນໂລກ ແລະ ພາດສະປອດຂອງລາວເຮົາຢູ່ອັນດັບທີເທົ່າໃດຂອງໂລກ? ພາດສະປອດຂອງປະເທດໃດຊົງພະລັງທີ່ສຸດ ເຂົາວັດກັນແນວໃດ? ຄໍາຕອບກໍ່ຄືເຂົາວັດກັນຢູ່ທີ່ວ່າ ພາດສະປອດປະເທດນັ້ນສາມາດເດີນທາງເຂົ້າໄປປະເທດອື່ນໆໄດ້ໂດຍທີ່ບໍ່ຕ້ອງຂໍວີຊາ (Visa) ນັ້ນເອງ. ຄົນລາວຂອງເຮົາອາດຈະຄຸ້ມເຄີຍໃນການກຽມເອກກະສານຕ່າງໆໃນການຂໍວີຊາກ່ອນຈະເດີນທາງໄປຕ່າງປະເທດ ໂດຍສະເພາະແມ່ນປະເທດທີ່ມີຄວາມຈະເລີນ ຫຼື ພັດທະນາແລ້ວ, ແຕ່ມີຫຼາຍປະເທດທີ່ເຂົາມີພາດສະປອດທີ່ຊົງພະລັງເຮັດໃຫ້ສາມາດເດີນທາງໄປໄດ້ທົ່ວໂລກໂດຍທີ່ເກືອບບໍ່ຈໍາເປັນຕ້ອງຂໍວີຊາເລີຍ. ທີ່ກ່າວມາໃນເບື້ອງຕົ້ນນີ້ຫຼາຍຄົນອາດຈະຮູ້ຈັກກັນແດ່ແລ້ວ, ແຕ່ທ່ານຮູ້ບໍ່ວ່າພາດສະປອດຂອງປະເທດໃດທີ່ຊົງພະລັງທີ່ສຸດ? ຫຼາຍຄົນອາດຈະຄິດວ່າຕ້ອງເປັນພາດສະປອດຂອງປະເທດມະຫາອໍານາດຂອງໂລກ ເຊັນ:

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ກ່ອນໜ້ານີ້ , ສປ. ຈີນ ໄດ້ໂຕ້ກັບສະຫະລັດ , ໂດຍການສັ່ງໂຈະການນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດ. ເນື່ອງຈາກບໍ່ພໍໃຈປະທານາທິບໍດີຂອງສະຫະລັດ ສັ່ງໃຫ້ທິມງານເລີ່ມດຳເນີນການຫຼຸດສິດທີ່ປະໂຫຍດທີ່ສະຫະລັດເຄີຍໃຫ້ກັບຮົງກົງເປັນພິເສດ ທາງດ້ານເສດຖະກິດ-ສັງຄົມ , ການເມືອງ ແລະ ເຕັກໂນໂລຊີ ເຊັ່ນ: ສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນ , ສິດທິປະໂຫຍດດ້ານການສົງອອກ ແລະ ການພັດທະນາ ຫຼື ຖ່າຍທອດເຕັກໂນໂລຊີໃຫ້ກັບຮົງກົງ ເພື່ອກົດດັນຈີນ ພາຍຫຼັງທີ່ຈີນໄດ້ຜ່ານກົດໝາຍຄວາມໜັ້ນຄົງຂອງຮົງກົງສະບັບໃຫມ່ອອກມາ. ດັ່ງນັ້ນ , ທາງດ້ານລັດຖະບານຈີນ ຈຶ່ງໄດ້ໂຕ້ກັບໂດຍການສັ່ງໃຫ້ບໍລິສັດທາງດ້ານການກະສິກຳລາຍໃຫຍ່ຂອງຈີນ ເຊັ່ນ: ບໍລິສັດ Cofco ແລະ Sinograin ໂຈະການນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດ ເຊັ່ນ: ຊີ້ນໝູ , ຊີ້ນໄກ່ ແລະ ສິນຄ້າອື່ນໆ. ແຕ່ປະຈຸບັນ , ສະຖານະການສົງຄາມການຄ້າຫຼ້າສຸດຂອງສອງຊາດມະຫາອຳນາດຂອງໂລກ ເລີ່ມມີຂ່າວດີອອກມາ ຫຼັງຈາກທີ່ມື້ວານນີ້ຈີນວາງແຜນຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດ ເຊັ່ນ: ຖົ່ວເຫຼືອງ , ສາລີ , ອາຫານທະເລ ແລະ ອື່ນໆ ເພື່ອປະຕິບັດຕາມຂໍຕົກລົງການຄ້າໄລຍະທີ 1. ທັງນີ້ຈີນໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຊື້ສິນຄ້າທາງດ້ານການກະສິກຳຈາກສະຫະລັດໃຫ້ໄດ້ຕາ