Skip to main content

Posts

Showing posts from January, 2021

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ທຳນຽບຂາວໄດ້ເຜີຍແຜ່ຄຣີບຂອງ ທ່ານ ທຣໍາ ໃນຄືນວັນພະຫັດ ທີ 31 ທັນວາ 2020, ກ່ອນເຂົ້າສູ່ມື້ປີໃໝ່ຕາມເວລາທ້ອງຖີ່ນຂອງສະຫະລັດ ໂດຍມີເນື້ອຫາສຳຄັນໃນການຂອບໃຈຄວາມກ້າຫານ, ການຮ່ວມກັນຕໍ່ສູ້ ແລະ ຄວາມອົດທົນຂອງຄົນອາເມລິກາ ເຊິ່ງຕ້ອງພະເຊີນກັບການກົດດັນຢ່າງຫຼວງຫຼາຍຕະຫຼອດປີ 2020 ໂດຍສະເພາະວິກິດໂລກລະບາດໂຄວິດ-19. ຫຼັງຈາກນັ້ນ, ຜູ້ນໍາສະຫະລັດໄດ້ໃຊ້ເວລາສ່ວນໃຫຍ່ກ່າວເຖີງຄວາມສະເລັດຂອງໂຄງການພັດທະນາວັກຊີນ ເຊິ່ງ ທ່ານ ທຣໍາ ກ່າວໄດ້ວ່າ: ໂດຍປົກກະຕິແລ້ວການພັດທະນາວັກຊີນຕ້ອງໃຊ້ເວລາດົນເຖີງ 10 ປີ, ແຕ່ຜູ້ຊ່ຽວຊານຂອງສະຫະລັດໃຊ້ເວລາບໍ່ຮອດ 1 ປີ ແລະ ສາມາດແຈກຢາຍວັກຊີນໃຫ້ປະຊາຊົນໄດ້ໃຊ້ຢ່າງກວ້າງຂວງກ່ອນສຸດປີ 2020. ຕອນນີ້ວັກຊີນຂອງສະຫະລັດກຳລັງໄດ້ຮັບການສົ່ງມອບຕໍ່ເນື່ອງໄປທົ່ວໂລກ ແລະ ທຸກຄົນຕ້ອງຂອບໃຈລາວ. ໃນຂະນະດຽວກັນ, ທ່ານ ທຣໍາ ຍັງໄດ້ກ່າວອີກວ່າ: ລັດຖະບານຊຸດນີ້ຈໍາເປັນທີ່ຈະຕ້ອງໄດ້ຈື່ຈໍາສຳລັບສິ່ງທີ່ໄດ້ດຳເນີນການຕະຫຼອດໄລຍະເວລາທີ່ຜ່ານມາ ແລະ ປິດທ້າຍໂດຍການຂໍໃຫ້ພະເຈົ້າຄຸ້ມຄອງຄົນອາເມລິກາ. _______________ 👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ໃນວັນທີ 30 ທັນວາ 2020, ສຳນັກຂ່າວຊິນຫົວຂອງຈີນໄດ້ລາຍງານວ່າ: ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສຳເລັດການວາງລະບົບລາງແຕ່ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງແລ້ວ ເຊິ່ງເປັນໄປຕາມເປົາໝາຍຂອງແຜນການທີ່ກຳນົດໄວ້. ທ່ານ ຈູກົ໋ວຈຽງ, ປະທານບໍລິສັດ ໄຊນາ ລຽວເວ ອິນເຕີເນເຊີນນໍ ຈໍາກັດ (China Railway International) ແລະ ບໍລິສັດການລົດໄຟລາວ-ຈີນ ຈໍາກັດ (LCRC) ໄດ້ໃຫ້ສຳພາດໃນວັນທີ 28 ທັນວາ 2020 ທີ່ຜ່ານມາວ່າ: ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19, ທາງທີມງານກໍ່ສ້າງຂອງບໍລິສັດໄດ້ກຳນົດ ແລະ ນໍາໃຊ້ມາດຕະການທີ່ເຂັ້ມງວດໃນການປ້ອງກັນການລະບາດຂອງພະຍາດ ເພື່ອໃຫ້ການກໍ່ສ້າງສາມາດດຳເນີນການໄດ້ຢ່າງສະດວກ ໂດຍບໍ່ມີຜູ້ຕິດເຊື້ອໃນລະວ່າງການກໍ່ສ້າງ ສົ່ງຜົນເຮັດໃຫ້ທີມງານວິຊະວະກອນຈີນ, ທີມງານວັດສະດຸອຸປະກອນ ແລະ ກຳມະກອນ ສາມາດສ້າງທາງລົດໄຟໄດ້ຕາມເປົ້າໝາຍໃຫ້ສຳເລັດຕາມທີ່ໄດ້ຕັ້ງເອົາໄວ້. ທາງລົດໄຟລາວ-ຈີນ ໄດ້ດຳເນີນການວາງລະບົບລາງສໍາເລັດແລ້ວດ້ວຍໄລຍະທາງ 240 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ເຊິ່ງເທົ່າກັບ 57% ຂອງໄລຍະທາງທັງໝົດ ນັບຕັ້ງແຕ່ມີການວາງລະບົດລາງແຕ່ວັນທີ 27 ມີນາ 2020 ທີ່ຜ່ານມາ. ທ່ານ ຈູ ຍັງໄດ້ກ່າວເສີມອີກວ່າ: ປະຈຸບັນ ບັນດາອຸໂມງລົດໄຟ 75 ແຫ່ງ, ຂົວ 164 ແຫ່ງ ແລະ ຄັນທາງແມ່ນຖ