Skip to main content

Posts

Showing posts from August, 2020

ລັດຖະບານສະຫະລັດຍື່ນຟ້ອງທີ່ສານນິວຢອກ ໃຫ້ຍຶດຊັບຂອງອີຣ່ານ 1,700 ລ້ານໂດລາ

ທະນາຄານກາງຂອງອີຣ່ານ (Central Bank of Iran ຫຼື CBI) ໄດ້ປະກາດໃນມື້ວັນເສົາ, ວັນທີ 29 ສິງຫາ 2020 ຜ່ານມານີ້ວ່າ ພວກເຂົາກຳລັງດຳເນີນການຕາມຂັ້ນຕອນທາງກົດໝາຍ ເພື່ອໂຕ້ຕອບການຟ້ອງຮ້ອງໃນສານສະຫະລັດທີ່ຕ້ອງການຍຶດຊັບສີນຂອງອີຣ່ານທີ່ມີຢູ່ໃນບໍລິສັດ Clearstream ຂອງປະເທດລັກເຊມເບີກ ເຊິ່ງມີມູນຄ່າ 1,700 ລ້ານໂດລາ. * ບໍລິສັດ Clearstream ເປັນບໍລິສັດຂອງປະເທດລັກເຊມເບີກ ເຊິ່ງໃຫ້ບໍລິການຊໍາລະຄ່າການຊື້-ຂາຍຮຸ້ນແກ່ນັກລົງທຶນ, ແຕ່ບໍ່ລິສັດ Clearstream ແຫ່ງນີ້ ກໍ່ເປັນບໍລິສັດລູກຂອງບໍລິສັດ Deutsche Börse ເຊິ່ງບໍລິສັດເຢັຍລະມັນ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບຂອງປະເທດເຢັຍລະມັນ. ທ່ານ Amir Hossein Tayyebi Fard, ຮອງອຳນວຍການໃຫຍ່ທີ່ຮັບຜິດຊອບດ້ານກົດໝາຍຂອງທະນາຄານກາງອີຣ່ານ ໄດ້ກ່າວວ່າ: "ຫຼັງຈາກທີ່ແພ້ແລ້ວແພ້ອີກຂອງສະຫະລັດໃນການຟ້ອງສານປະເທດລັກເຊມເບີກ, ສະຫະລັດກໍ່ຍັງພະຍາຍາມດຳເນີນການທາງກົດໝາຍໃນສານຍິວຢອກຂອງສະຫະລັດຕໍ່ບໍລິສັດ Clearstream ເຊິ່ງອີຣ່ານຈະດຳເນີນການຢ່າງຈິງຈັງ ເພື່ອໂຕ້ຕອບມາດຕະການນີ້ຂອງສະຫະລັດ". ໃນປີ 2019, ສະຫະລັດໄດ້ເຄີຍຍື່ນຟ້ອງບໍລະສັດ Clearstream ເທື່ອໜຶ່ງແລ້ວໃນຂໍ້ຫາການຟອກເງິນ ແລະ ລະເມີດມາດຕະການຂວໍ້າຂອງບາດຂອງສະຫະລັດທີ່

ອີຣ່ານໃຊ້ເລດ້າຂອງຣັດເຊຍ ເພື່ອຮັບມືກັບເຄື່ອງບິນຮົບລອງຫົນ F-35 ຂອງສະຫະລັດ

ຜູ້ຊ່ຽວຊານດ້ານການທະຫານຂອງອີຣ່ານໄດ້ອ້າງວ່າ, ອີຣ່ານໄດ້ຄົ້ນພົບວິທີຕິດຕາມເຄື່ອງບີນຮົບລອງຫົນ F-35 ຂອງສະຫະລັດ ທີ່ບີນຢູ່ເທີງຟ້າໃກ້ກັບຊາຍແດນຂອງພວກເຂົາ ໂດຍການຊ່ວຍເຫຼືອຂອງເລດ້າ Rezonans-NE ຈາກຣັດເຊຍ ເຊິ່ງພວກເຂົາໄດ້ຮັບມາຈາກມົດສະກູ ເພື່ອເພີ່ມຂິດຄວາມສາມາດໃນການປ້ອງກັນທ້ອງຟ້າຂອງພວກເຂົາ. ທ່ານ ອາເລັກຊານເດີ ສະຕູຊີລີນ, ຮອງຫົວໜ້າສູນວິໄຈເລດ້າ Rezonans ໄດ້ເວົ້າໃນກອງປະຊຸມວິຊາການດ້ານການທະຫານນາໆຊາດປະຈໍາປີ 2020 ທີ່ນະຄອນຫຼວງມົດສະກູວ່າ: "ລາເດ້ປະສົບຜົນສຳເລັດເປັນຢ່າງດີໃນການຕິດຕາມສຸດຍອດເຄື່ອງບີນຮົບຂອງສະຫະລັດ. ໃນຕົນປີ 2020 ນີ້, ລາດ້າຂອງພວກເຮົາໄດ້ຄົ້ນພົບເຄື່ອງບີນຮົບ F-35 ແລະ ສາມາເຕິດຕາມພວກມັນໄດ້". "ເຈົ້າໜ້າທີ່ປະຈໍາເລດ້າໄດ້ສົ່ງຂໍ້ມູນ ແລະ ເສັ້ນທາງການບີນ F-35 ໄດ້ຢ່າງຊັດເຈນ. ດັ່ງນັ້ນ, ຈຶ່ງຢັ້ງຢືນໄດ້ວ່າມັນສາມາດຕິດຕາເຄື່ອງບີນໄດ້ຢ່າງໜ້າເຊື່ອຖື". ທ່ານ ອາເລັກຊານເດີ ກ່າວ. ໃນຊ້ວງຫຼາຍປີທີ່ຜ່ານມາ, ຣັດເຊຍໄດ້ວາງແຜນຍຸດທະສາດໃນການສົ່ງເຕັກໂນໂລຊີຂັ້ນສູງໃນການປ້ອງກັນໄພທາງອາກາດໄປຍັງລູກຄ້າຂອງຕົນ ເຊັ່ນ: ອີຣ່ານ ແລະ ຈີນ. ຣັດເຊຍໄດ້ຕິດຕັ້ງລະບົບປ້ອງກັນໄພໃຫ້ເຕຫາລານ ເພື່ອຢຸດເຄື່ອງບີນຮົບຂອງສະຫະລັດ ແລະ ອິດສະລາເອວ. F-35

ຄົນຈີນສ່ວນໃຫຍ່ຄິດວ່າອິນເດຍບໍ່ສາມາດສູ້ຈີນໄດ້

Global Times, ສື່ຈີນໄດ້ເປີດເຜີຍຜົນສໍາຫຼວດ 90% ຂອງຄົນຈີນສະໜັບສະໜູນໃຫ້ມີການໃຊ້ກຳລັງໂຕ້ຕອບກັບຕໍ່ການທ້າທາຍຈີນຂອງອິນເດຍ. ນອກຈາກນີ້, ພວກເຂົາຍັງຄິດວ່າອິນເດຍບໍ່ສາມາດສູ້ຈີນໄດ້ບໍ່ວ່າຈະເປັນທາງການທະຫານ ຫຼື ທາງເສດຖະກິດ. Global Times ລະບຸໂຕເລກ 57.1% ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາບໍ່ຮູ້ສຶກວ່າ ກອງທັບອິນເດຍບໍ່ສາມາດເຮັດຫຍັງ ຫຼື ຂົ່ມຂູ່ຈີນໄດ້. ໃນຂະນະທີ່ 49.6% ຄິດວ່າເສດຖະກິດຂອງອິນເດຍຍັງຕ້ອງເພີ່ງພາອາໃສຈີນຢ່າງຫຼວງຫຼາຍ. ແລະ ເມືອຖືກຖາມວ່າ "ອຸປະສັກໃດທີ່ກິດຂວງຄວາມສຳພັນຈີນກັບອິນເດຍຫຼາຍທີ່ສຸດ? 30% ຄິດວ່າເປັນເລື່ອງຂໍພິພາດທາງແຊນແດນຂອງສອງປະເທດ. 24% ຄິດວ່າເປັນຍ້ອນການແຊກແຊງຂອງສະຫະລັດ 22.7% ຄິດວ່າຍ້ອນອິນເດຍຢາກເປັນສັດຕູຂອງຈີນ ແນ່ນອນວ່າ, ຄົນອິນເດຍເຫັນຜົນສຳຫຼວດດັ່ງກ່າວ ຈຶ່ງເກີດຄວາມບໍ່ພໍໃຈຂຶ້ນ ເຊິ່ງຫຼາຍຄົນໄດ້ເຂົ້າໄປສະແດງຄວາມຄິດເຫັນຜ່ານໂພດຂອງ Golbal Times ທາງທະວິດເຕີ ໂດຍມີບາງຄວາມເຫັນດັ່ງນີ້: "ຈີນຫັນລະເປັນຜູ້ທ້າທາຍພວກເຮົາກ່ອນ ແລະໃຫ້ຄິດໄວ້ແດ່ເດີວ່າຈະເກີດຫຍັງຂຶ້ນຖ້າຫາກອິນເດຍກັບສະຫະລັດຮ່ວມມືກັນເອົາຄືນຈີນ". "ມາໂລດນາ ຢ່າຂີ້ໂມ້ຫຼາຍ". "100% ຂອງຄົນອີນເດຍ ສະໜັບສະໜູນໃຫ້ທາງການໂຕ້

ກະຊວງປ້ອງກັນປະເທດສະຫະລັດ ອອກຖະແຫຼງການຕໍ່ຕ້ານຈີນຢ່າງເປັນທາງການ

ຊ້ວງຕົ້ນຂອງຖະແຫຼັງການ, ທ່ານ ມາກ ເອັດສະເປີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະຫະລັດ ໄດ້ອະທິບາຍເຖີງຄວາມພະຍາຍາມຂອງຈີນໃນການປັບປຸງກອງທັບໃຫ້ມີຄວາມທັນສະໃໝລະດັບໂລກໃນທຸກໆດ້ານ ແລະ ການທີ່ພັກຄອມມູນິດຂອງຈີນໃຊ້ອຳນາດພະເດັດການໃນການປົກຄອງປະເທດ ແລະ ປະຊາຊົນຂອງຕົນເອງ ພ້ອມທັງຍັງໄດ້ດັດແປງກົດລະບຽບຕ່າງໆ ເຊິ່ງມັນໄດ້ເປັນໄພຕໍ່ຜົນປະໂຫຍດຂອງສະຫະລັດ ແລະ ປະເທດພັນທະມິດ. ທ່ານ ເອັດສະເປີ ໄດ້ຍົກປະເດັນເລົ່ານີ້ຂຶ້ນມາອະທິບາຍກໍ່ເພື່ອຢາກໃຫ້ປະເທດອື່ນໆພິຈາລະນາ ຫຼື ທົບທວນຄືນໃນການເຂົ້າໄປມີສ່ວນກ່ຽວຂ້ອງກັບກອງທັບຈີນນັ້ນເອງ (ບໍ່ຢາກໃຫ້ຈີນມີພັນທະມິດ ຫຼື ຄິດໃຫ້ດີຖ້າຈະເລືອກຢູ່ຟັ່ງຈີນ ອີຫຍັງປະມານນີ້ລະ). ຕໍ່ມາ ທ່ານ ເອັດສະເປີ ໄດ້ກ່າວຫາວ່າຈີນເປັນອັນຕະລາຍຕໍ່ລະບົບຂອງປະເທດໂລກເສລີທີ່ເປັນລະບົບຂອງຄົນທົ່ວໂລກຍອມຮັບ. ດັ່ງນັ້ນ, ດ້ວຍເຫດຜົນດັ່ງກ່າວຈຶ່ງຈໍາເປັນເຮັດໃຫ້ສະຫະລັດຕ້ອງໄດ້ມີການໂຕ້ຕອບຈີນ ໂດຍການປັບໂຕ ແລະ ພັດທະນາກອງທັບສະຫະລັດ ໃຫ້ມີຄວາມທັນສະໄໝ ເພື່ອການແຂ່ງຂັນທີ່ຍິ່ງໃຫຍ່ໂດຍທີຈີນເປັນເປົ້າໝາຍຫຼັກຂອງສະຫະລັດ (ເປີດໜ້າແລກແລ້ວວ່າຈີນຄືຄູ່ແຂ່ງ). ຈາກນັ້ນ ໃນຖະແຫຼງການ, ທ່ານ ເອັດສະເປີ ກໍ່ໄດ້ຍົກ 3 ປະເດັນຫຼັກໃນການຂັດຂວງຈີນ ເຊິ່ງແຕ່ລະປະເດັນປະກອບມີດັ່ງນີ້:

ຈີນຍິງຂິປະນາວຸດຕົງເຟີງ 2 ລູກລົງທະເລຈີນໃຕ້ ເນື່ອງຈາກບໍ່ພໍໃຈສະຫະລັດ

ຄວາມເຄັ່ງຕຶງຂອງສະຫະລັດ ກັບ ຈີນ ໃນເຂດພື້ນທີ່ທະເລຈີນໃຕ້ຍັງບໍ່ມີແວວທີ່ຈະຫາທາງອອກໄດ້ງ່າຍໆ ແລະ ນັບມື້ຍິ່ງເພີ່ມທະວີຄວາມຮຸນແຮງຂຶ້ນເລື່ອຍໆ. ມື້ຄືນນີ້ສໍານັກຂ່າວ South China Morning Post ໄດ້ລາຍງານວ່າ: ກອງທັບປົດປ່ອນປະຊາຊົນຈີນໄດ້ຍິງຂິປະນາວຸດຈໍານວນ 2 ລູກລົງໃນທະເລຈີນໃຕ້ ເພື່ອເປັນການສົ່ງສັນຍານເຕືອນສະຫະລັດ ເນື່ອງຈາກບໍ່ພໍໃຈທີ່ສະຫະລັດໄດ້ສົ່ງເຄື່ອງບີນສອດແນມ U-2 Spy ເຂົ້າມາໃນເຂດຫວງຫ້າມຂອງຈີນ ເພື່ອສອດແນມການຊ້ອມຮົບທາງທະເລຂອງຈີນ. ຕາມການລາຍງານ ຂີປະນາວຸດລູກທຳອິດຖືກຍິງຂຶ້ນຈາກແຂວງຊິງໄຫ່ (Qinghai) ທີ່ຕັ້ງຢູ່ພາກຕາເວັກຕົກສຽງເໜືອຂອງຈີນ, ເປັນຂິປະນາວຸດ ຕົງເຟີງ-ຊາວຫົກບີ (DF-26B) ແລະ ລູກທີສອງແມ່ນຂິປະນາວຸດ ຕົງເຟີງ-ຊາວເອັດດີ (DF-21D) ທີ່ຍິງຂຶ້ນຈາກຖານທັບເຮືອແຂວງເຈີ້ຈຽງທີ່ຕັ້ງຢູ່ທາງຕາເວັນອອກຂອງປະເທດ. ຂິປະນາວຸດທັງສອງລູກໄດ້ຕົກລົງໃນເຂດໄຫໜານ ແລະ ໝູ່ເກາະພາລາເຊວໃນທະເລຈີນໃຕ້. ຂິປະນາວຸດ DF-26B ມີລັດສະໝີໃນການຍິງ 4,000 ກິໂລແມັດ, ສາມດໃຊ້ໂຈມຕີໄດ້ທັງທາງບົກ ແລະ ທາງທະເລ. ສ່ວນຂີປະນາວຸດ DF-21D ມີລັດສະໜີໃນການຍິງ 1,400 ກີໂລແມັດ ເຊິ່ງສື່ທາງການຈີນເຄີຍອະທິບາຍໄວ້ວ່າຂີປະນາວຸດ DF-21D ນີ້ເປັນຂີປະນາວຸດລຸ້ນທຳອິດຂອງໂລກທີ່ທັນສະໄໝທ

ສື່ຈີນເຢີ້ຍ ທ່ານ ທໍ້າ

ຈາກທີ່ ທ່ານ ໂດນໍ ທຣໍ້າ ອະນຸມັດໃຫ້ໃຊ້ "ພຼາດສະມາ" ຮັກສາຜູ້ປ່ວຍພະຍາດໂຄວິດ-19 ໂດຍ ທ່ານ ທຣໍ້າ ໄດ້ລະບຸວ່າ: ເປັນຄວາມກ້າວໜ້າຄັ້ງສຳຄັນຂອງປະຫວັດສາດໃນການຕໍ່ສູ້ກັບ "ໄວຣັດຈີນ" ເຊິ່ງມັນຈະຊ່ວຍຊີວິດຄົນໄດ້ຈໍານວນຫຼາຍ. ຈາກນັ້ນ Global Times ສື່ຂອງຈີນກໍ່ໄດ້ອອກມາສວນກັບ ທ່ານ ທຣໍ້າ ທັນທີ. Global Times ໄດ້ສຳພາດນັກພູມຄຸ້ມກັນວິທະຍາຈາກປັກກິ່ງ ໂດຍໄດ້ຂໍ້ມູນມາວ່າ: ພຼາດສະມາ ຈາກຜູ້ທີ່ຟື້ນໂຕຈາກໂຄວິດ-19 ເປັນວິທີສຸກເສີນໃນການຮັກສາຜູ້ທີ່ກຳລັງອາການໜັກຈາກການຕິດເຊື້ອ ເຊິ່ງມັນບໍ່ແມ່ນວິທີການໃໝ່ອີ່ຫຍັງເລີຍ ແລະ ກໍ່ໄດ້ຮັບການພິສູດແລ້ວວ່າມັນມີປະສິດທິພາບໃນຊ້ວງທຳອິດຂອງການລະບາດທີ່ເມືອງອູຮັ້ນ, ແຂວງເຫີເປີຍ ກ່ອນທີ່ທາງຫ້ອງການຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ຈະນໍາມາໝູນໃຊ້ເປັນວິທີການມາດຕະຖານໃນການຮັກສາພະຍາດໂຄວິດ-19 ນີ້. ສາດສະດາຈານຄົນຈີນປະຈໍາສະຖາບັນຄວາມສຳພັນລະຫວ່າງປະເທດ ໄດ້ໃຫ້ຄວາມເຫັນກັບ Global Times ວ່າ: ການທີ່ ທ່ານ ທຣໍ້າ ອ້າງເລື່ອງ "ຄວາມກ້າວໜ້າ" ທີ່ຈະຮັກສາຊີວິດຂອງຄົນອາເມລິກາຈາກໂຄວິດ-19 ດ້ວຍພຼາດສະມານັ້ນ, ມັນເປັນພຽງການສະແຫວງຫາຜົນປະໂຫຍດທາງການເມືອງເທົ່ານັ້ນ. "ການທີ່ເພີ່ນຂີ້ໂມ້ວ່າພຼາດສະມາເປັນຄວາມກ້າວໜ

ຈີນເຕືອນຈະໂຕ້ຕອບ ຫາກສະຫະລັດເອົາຂິປະນາວຸດມາຈໍ່ໜ້າບ້ານຈີນ

ລັດຖະບານປັກກິ່ງເຕື່ອນວ່າພວກເຂົາຈະໃຊ້ມາດຕະການໂຕ້ຕອບ ຫາກສະຫະລັດເອົາຂີປະນາວຸດມາຕິດຕັ້ງໃນຂົງເຂດພາກພື້ນອາຊີ-ປາຊີຟີກ ໂດຍຈີນຢັ້ງຢືນທີ່ຈະໃຊ້ທຸກມາດຕະການໂຕ້ຕອບ ແລະ ຂົ່ມຂູ່ປະເທດໃດກໍ່ຕາມໃນເຂດນີ້ທີ່ຍິນຍອມໃຫ້ສະຫະລັດເຂົ້າມາຕິດຕັ້ງຂິປະນາວຸດດັ່ງກ່າວ. ທ່ານ ຈ້າວ ລີຈຽນ, ໂຄສົກກະຊວງການຕ່າງປະເທດຈີນ ກ່າວເມືອວັນສຸກທີ່ຜ່ານມານີ້ວ່າ: "ຄວາມພະຍາຍາມຂອງສະຫະລັດໃນການຕີດຕັ້ງຂິປະນາວຸດພິໃສກາງເທິງບົກນັ້ນ ແມ່ນສອດຄ່ອງກັບການມີຢູ່ທາງທະຫານທີ່ເພີ່ມຂຶ້ນໃນອາຊີ-ປາຊີຟີກ ເຊິ່ງໃນຊ້ວງຫຼາຍປີທີ່ຜ່ານມາ ເຊິ່ງເປັນການສະແດງໃຫ້ເຫັນເຖີງຄວາມຄິດຂອງສົງຄາມເຢັນດ້ວຍຄໍາເວົ້າ ແລະ ການກະທຳຂອງສະຫະລັດ ເຊິ່ງໄດ້ທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງໃນລະດັບພາກພື້ນ ແລະ ລະດັບໂລກຢ່າງຮຸນແຮງ". "ທັງໝົດນີ້ສົ່ງຜົນກະທົບຕໍ່ການຄວບຄຸມອາວຸດລະຫວ່າງປະເທດ ແລະ ຂະບວນການປົດອາວຸດ ແລະ ຍັງໄດ້ຫຼຸດຄວາມໄວ້ວາງໃຈເຊິ່ງກັນແລະກັນລະຫວ່າງປະເທດຫຼັກໆ ລວມເຖິງທຳທາຍສັນຕິພາບທາງດ້ານຍຸດທະສາດຂອງໂລກ ເຊິ່ງເປັນອັນຕະລາຍຕໍ່ຜູ້ອື່ນ ແລະ ໂຕເອງ". "ຈີນຄັດຄ້ານແຜນການຂອງສະຫະລັດໃນການຕິດຕັ້ງຂີປະນາວຸດພິໃສກາງເທິງບົກໃນຂົງເຂດອາຊີ-ປາຊີຟີກ ແລະ ພວກເຮົາບໍ່ພໍໃຈຢ່າງຮຸນແຮງຕໍ່ການເຄື່ອນໄຫ

ອີນເດຍເຂັ້ມງວດການອອກວີຊາໃຫ້ຄົນຈີນ ແລະ ກວດຄືນສູນສອນພາສາຈີນໃນອີນເດຍ

ອີນເດຍໄດ້ເພີ່ມຂໍຈຳກັດໃນການຂໍວີຊາ (Visa) ຂອງພົນລະເມືອງຈີນ ແລະ ກວດຄືນການເຊື່ອມຕໍ່ຕ່າງໆຂອງປັກກິ່ງກັບມະຫາວິທະຍາໄລໃນທ້ອງຖີ່ນ ເພື່ອຫຼຸດອິດທິພົນຂອງຈີນໃນອີນເດຍ. ກະຊວງການຕ່າງປະເທດຂອງອີນເດຍ ໄດ້ແຈ້ງວ່າ ການອອກວີຊາສໍາລັບນັກທຸລະກິດ, ນັກວິຊາການ, ຜູ້ຊ່ຽວຊານທາງດ້ານອຸດສະຫະກຳ ແລະ ກຸ່ມຄົນອື່ນໆທີ່ສະໜັບສະໜູນຈີນຈະຕ້ອງຜ່ານການກວດສອບດ້ານຄວາມປອດໄພຈາກເຈົ້າໜ້າທີ່ຂອງອີນເດຍກ່ອນ. ມາດຕະການດັ່ງກ່າວຖືວ່າຄ້າຍຄືກັນກັບມາດຕະການທີ່ອີນເດຍໃຊ້ກັບປາກີສະຖານ ແລະ ປະເທດຄູ່ແຂ່ງສໍາຄັນອື່ນໆຂອງພວກເຂົາ. ເຈົ້າໜ້າທີ່ຄົນໜຶ່ງໄດ້ກ່າວວ່າ: ກິດຈະກຳຂອງມະຫາວິທະຍາໄລຕ່າງໆໃນອີນເດຍທີ່ເຊື່ອມຕໍ່ກັບສະຖາບັນຂອງຈີນ ແມ່ນມີທ່າອ່ຽງທີ່ຈະຖືກຫຼຸດຂະໜາດລົງ ໂດຍລັດຖະບານກຳລັງກວດຄືນ ແລະ ທົບທວນບົດບັນທຶກ 54 ສະບັບທີ່ໄດ້ລົງນາມກັບສະຖາບັນການສຶກສາຕ່າງໆ. ເຊິ່ງລວມເຖີງ ສະຖາບັນເຕັກໂນໂລຊີອີນເດຍ (Indian Institutes of Technology), ມະຫາວິທະຍາໄລ ບານາຣັດ ຮິນດູ (Banaras Hindu University), ມະຫາວິທະຍາໄລ ຈາວາຮາລາ ເນຣູ (Jawaharlal Nehru University) ແລະ ອື່ນໆ ທີ່ເຊື່ອມຕໍ່ກັບສູນຝຶກອົບຮົມພາສາຈີນ ຮັນປັນ (Hanban) ແລະ ສະຖາບັນຂົງຈື້. ຂະບວກການກວດສອບເລົ່ານີ້ແມ່ນມີຈຸດປະສົງເພື່ອໃຫ້ແນ່ໃຈ

ອົດສະຕາລີ, ຍີ່ປຸ່ນ ແລະ ອີນເດຍ ຈັບມືກັນດ້ານ Supply Chain ເພື່ອຫຼຸດຜ່ອນການເພີ່ງພາຈີນ

ລັດຖະບານຂອງ 3 ປະເທດໄດ້ແກ່: ອົດສະຕາລີ, ຍີ່ປຸ່ນ ແລະ ອີນເດຍ ຈັບມືກັນດ້ານຕ່ອງໂສອຸປະທານ (Supply Chain) ເພື່ອຫຼຸດຜ່ອນການເພີ່ງພາຈີນ ແລະ ຜົນກະທົບອື່ນໆທີ່ອາດເກີດຂຶ້ນໃນອານາຄົດ. *ຕ່ອງໂສ້ອຸປະທານ ຫຼື Suppy Chain: ແມ່ນການໃຊ້ລະບົບຂອງຄົນ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ຊັບພະຍາກອນ ມາປະຍຸກໃຊ້ເຂົ້າກັນ ເພື່ອເຄື່ອນຍ້າຍສີນຄ້າ ຫຼື ບໍລິການຈາກຜູ້ຈັດຫາໄປຫາລູກຄ້າ. ການຮ່ວມມືດັ່ງກ່າວນີ້ມາຈາກລັດຖະມົນຕີການຄ້າຂອງຍີ່ປຸ່ນທີ່ໄດ້ຊັກຊວນອີນເດຍ ແລະ ອົດສະຕາລີເຂົ້າຮ່ວມ ເຊິ່ງທາງອີນເດຍກໍ່ເຫັນດີເຂົ້າຮ່ວມນໍາ ເພື່ອຫຼຸດອຳນາດຂອງຈີນໃນດ້ານການຜະລິດລົງ ພາຍຫຼັງທີ່ເກີດຄວາມຂັດແຍ່ງກ່ຽວກັບຊາຍແດນຂອງສອງຊາຍຈີນ-ອີນເດຍຂຶ້ນ. ສ່ວນອົດສະຕາລີເອງກໍ່ຕ້ອງການທີ່ຈະຫຼຸດອັດຕາສ່ວນລາຍໄດ້ຂອງປະເທດທີ່ມາຈາກຈີນລົງ ເພື່ອບໍ່ໃຫ້ຈີນໃຊ້ເປັນເຄື່ອງມືທາງດ້ານເສດຖະກິດໃນການກົດດັນອົດສະຕາລີ. ຫຼັງຈາກນີ້, ລັດຖະມົນຕີດ້ານການຄ້າຂອງ 3 ປະເທດຈະໄດ້ມີການປະຊຸມຮ່ວມກັນໃນອີກ 2-3 ອາທີດທີ່ຈະມາເຖີງນີ້ ແລະ ຈະມີການຈັດຕັ້ງກຸ່ມຄວາມຮ່ວມມືດັ່ງກ່າວຂຶ້ນຢ່າງເປັນທາງການໃນຊ້ວງເດືອນພະຈີກ. ນອກຈາກນີ້, ມີການຄາດຄະເນວ່າກຸ່ມດັ່ງກ່າວຈະມີການຊັກຊວນບັນດາປະເທດອາຊ້ຽນເຂົ້າຮ່ວມນໍາອີກດ້ວຍ. ບັນຫາຄວາມຂັດແຍ່ງ

ສາວອິດສະລາມມັກກັບຊາຍຄິດສະຕຽນ ເລີຍຖືກພໍ່ແມ່ຈັບແຖຫົວໂຫຼ້ນ

ເຫດເກີດຂຶ້ນທີ່ເມືອງເບີຊອງ, ປະເທດຝຣັ່ງ, ສາວນ້ອຍຄົນນີ້ ອາຍຸ 17 ປີ ຖືກຈັບແຖຫົວຈົນໂລ້ນ ແລະ ຍັງຖືກຕີ. ຕໍາຫຼວດໄດ້ຈັບພໍ່-ແມ່ ລວມທັງລຸງ ແລະ ປ້າຂອງສາວນ້ອຍຄົນນີ້, ຕໍ່ມາພວກເຂົາໄດ້ຖືກປ່ອຍໂຕພາຍໃຕ້ຄໍາສັ່ງສານ ໂດຍທີ່ຫ້າມບໍ່ໃຫ້ພວກເຂົາຕິດຕໍ່ກັບສາວນ້ອຍ ຫຼັງຖືກແຍກໂຕອອກມາຢູ່ພາຍໃຕ້ການເບິ່ງແຍງຂອງສານ. ພວກເຂົາ (ພວກທີ່ຕີ) ຈະຖືກສານຕັດສີນໃນປີນີ້ ໃນຂໍ້ຫາ "ໃຊ້ຄວາມຮຸນແຮງກັບເຍົາວະຊົນ". ຜູ້ຊວຍໄອຍາການ ທ່ານ ນາງ ມາກາເລັດ ປາຣີເອັດຕີ ບອກກັບນັກຂ່າວວ່າ: "ສາວນ້ອຍຄົນນີ້ ຍົກຍ້າຍມາຈາກປະເທດບອດເນຍ-ເຮີເຊໂກວິນາ ເມື່ອສອງປີກ່ອນພ້ອມກັບຄອບຄົວຂອງລາວ. ຕໍ່ມາສາວນ້ອຍໄດ້ໄປມັກຮັກກັບຜູ້ຊາຍເຊື້ອສາຍເຊີເບຍຄົນໜຶ່ງທີ່ອາໃສຢູ່ໃນອາພາດເມັ້ນດຽວກັນມາໄດ້ຫຼາຍເດືອນ. ທັງສອງຄອບຄົວຮູ້ຈັກກັນ ແລະ ຄວາມສຳພັນຂອງພວກເຂົາກໍ່ບໍ່ໄດ້ມີບັນຫາຫຍັງເລີຍ, ແຕ່ເມື່ອພວກເຂົາເລີ່ມທີ່ຈະລົມກັນເຖີງເລື່ອງແຕ່ງງານ ພໍ່ແມ່ຂອງສາວນ້ອຍບອກລູກສາວວ່າ: "ພວກເຮົາເປັນສາດສະໜາອິດສະລາມ ລູກຈະແຕ່ງງານກັບຄົນສາດສະໜາຄິດສະຕຽນບໍ່ໄດ້". ຄອບຄົວໄດ້ຍຶດໂທລະສັບຂອງສາວລາວ ແລະ ຫ້າມບໍ່ໃຫ້ຕິດຕໍ່ກັບແຟນຂອງລາວອີກ, ທັງສອງເລີຍໜີໄປນໍາກັນໄດ້ 4 ມື້. ຫຼັງຈາກນັ້ນພວກເຂົາໄດ້ກັບມາທີ່ອາພາດເມັນຂອງຄອບ

ຈົບປະລິນຍາຕີ ເຮັດວຽກມາໄດ້ 24 ປີ, ແຕ່ຖືກໄລ່ອອກເນື່ອງຈາກຕອນສະມັກວຽກຫ້ອງການປະກາດເອົາຄົນຈົບລະດັບມັດທະຍົມປາຍເທົ່ານັ້ນ

ວັນທີ 14 ສິງຫາ 2020 ທີາຜ່ານມາ, ຫ້ອງການນໍ້າປະປາເມືອງໂກເບ ໄດ້ມີຄໍາສັ່ງໃຫ້ພະນັກງານຊາຍອາຍຸ 48 ປີ ອອກຈາກວຽກ ຫຼື ໄລ່ອອກນັ້ນເອງ. ພະນັກງານຄົນດັ່ງກ່າວເຮັດວຽກໃນຫ້ອງການແຫ່ງນີ້ມາໄດ້ດົນເຖີງ 24 ປີ, ແຕ່ທາງຫ້ອງການດັ່ງກ່າວໄດ້ກວດພົບວ່າຕອນທີ່ລາວສະມັກເຂົ້າເຮັດວຽກນັ້ນ ລາວໄດ້ຕົວະວ່າລາວຈົບພຽງແຕ່ມັດທະຍົມປາຍເທົ່ານັ້ນ ເຊິ່ງໃນຄວາມເປັນຈິງແລ້ວລາວຈົບລະດັບປະລິນຍາຕີ. ເລື່ອງຂອງລາວຖືກຈັບໄດ້ ເນື່ອງຈາກວ່າມີຄົນລຶກລັບແຈ້ງປະຫວັດການສຶກສາຂອງລາວວ່າ ລາວບໍ່ໄດ້ຈົບລະດັບມັດທະຍົມປາຍຕາມທີ່ລາວໄດ້ລະບຸໄວ້ໃນຊີວະປະຫວັດຕອນສະມັກວຽກ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຫ້ອງການໄດ້ກວດສອບຊີວະປະຫວັດລາວອີກຄັ້ງ ແລ້ວກໍ່ພົບວ່າລາວໄດ້ຕົວະປະຫວັດການສຶກສາແທ້ຕາມທີ່ມີຄົນແຈ້ງ. ພະນັກງານຄົນນີ້ບອກວ່າຕອນລາວມາສະມັກວຽກເຫັນຫ້ອງການປະກາດວ່າ: "ຕ້ອງການຄົນຈົບລະດັບມັດທະຍົມປາຍ ລາວກໍ່ເລີຍຄິດວ່າລາວຈົບປະລິນຍາຕີກະຄືສິບໍ່ເປັນຫຍັງ ເພາະຈັ່ງໃດລະດັບການສຶກສາຂອງລາວມັນກໍ່ກາຍຕາມທີ່ເຂົາຕ້ອງການຢູ່ແລ້ວ". ແຕ່ການສະມັກວຽກໄດ້ມີການລະບຸໄວ້ຢ່າງຊັດເຈນວ່າ: "ຮັບພຽງແຕ່ຄົນຈົບສູງສຸດໃນລະດັບມັດທະຍົມປາຍເທົ່ານັ້ນ". ເຊິ່ງການຍຶ່ນເອກກະສານທີ່ບໍ່ຖືກກັບຄວາມເປັນຈິງນັ້ນມັນເປັນເລື່ອງໃຫຍ່ຫຼາຍໃນຍີ່ປຸ

ເກົາຫຼີເໜືອອາດມີລະເບີດນິວເຄຍໃນຄັງອາວຸດສູງເຖີງ 60 ລູກ

ກະຊວງທະຫານບົກຂອງສະຫະລັດ ເຜີຍແຜ່ລາຍງານການປະເມີນອາວຸດນິວເຄຍຂອງເກົາຫຼີເໜືອວ່າ: "ເກົາຫຼີເໜືອອາດມີລະເບີດນິວເຄຍຢູ່ໃນຄັງອາວຸດປະມານ 20-60 ລູກ ແລະ ມີອາວຸດເຄມີໃນຄອບຄອງສູງເປັນອັນດັບ 3 ຂອງໂລກ ເຊິ່ງມີຈໍານວນເຖີງ 5,000 ໂຕນ. ນອກຈາກນີ້ແລ້ວ, ເກົາຫຼີເໜືອຍັງມີຄວາມສາມາດ ແລະ ປະສິດທິພາບໃນການຜະລິດລະເບີດນິວເຄຍລູກໃຫມ່ຂຶ້ນມາໄດ້ 6 ລູກຕໍ່ປີອີກດ້ວຍ. ລາຍງານດັ່ງກ່າວໄດ້ຖືກເຜີຍແຜ່ອອກມາໃນເດືອນກໍລະກົດທີ່ຜ່ານມານີ້ ໂດຍມີເນື້ອໃນໃຈຄວາມສໍາຄັນທີ່ສະຫຼຸບໄດ້ວ່າ ລັດຖະບານປຽງຢາງຍັງບໍ່ຍອມສະລະອາວຸດເລົ່ານີ້ ເພື່ອຮັບປະກັນຄວາມໝັ້ນຄົງຂອງຕົນເອງ. ສາເຫດທີ່ເກົາຫຼີເໜືອສະແຫວງຫາອາວຸດນິວເຄຍຈໍານວນຫຼາຍມາຄອບຄອງກໍ່ເນື່ອງຈາກວ່າບັນດາຜູ້ນໍາຂອງລັດຖານບານເຊື່ອໝັ້ນວ່າ ການໂຈມຕີດ້ວຍອາວຸດນິວເຄຍຈະຊ່ວຍປ້ອງກັນບໍ່ໃຫ້ປະເທດອື່ນໆ ເຂົ້າມາແຊກແຊງ ແລະ ປ່ຽນແປງອຳນາດຂອງລັດຖະບານເກົາຫຼີເໜືອໄດ້. ນອກຈາກອາວຸດນິວເຄຍແລ້ວ, ລາຍງານຍັງໄດ້ປະເມີນວ່າ ລັດຖະບານປຽງຢາງໄດ້ຄອບຄອງອາວຸດເຄມີຫຼາຍກວ່າ 20 ຊະນິດ ຫຼື ປະມານ 2,500 - 5,000 ໂຕນ ເຊິ່ງຖືວ່າສູງເປັນອັນດັບ 3 ຂອງໂລກຂອງປະເທດທີ່ມີອາວຸດເຄມີໃນຄອບຄອງ ແລະ ມີທ່າອ່ຽງຄວາມເປັນໄປໄດ້ສູງທີ່ກອງທັບເກົາຫຼີເໜືອຈະໃຊ້ລູກປືນໃຫຍ່ທີ່ບັນຈຸສານເຄມີ. ພ້ອ

ໜຸ່ນຈີນຕິດຄຸກຟຼີ 27 ປີ, ອອກຄຸກມາເກືອບຈື່ໜ້າຄົນໃນຄອບຄົວບໍ່ໄດ້.

ຍ້ອນກັບໄປໃນປີ 1993 ໝຸ່ມຈີນຈາກເມືອງໜານຊາງ, ຊື່ວ່າ ທ້າວ ຈາງ ວີ່ຫວນ ຖືກຈອງຈໍາເນື່ອງຈາກຕົກເປັນຜູ້ຕ້ອງຫາໃນຄະດີຄາດຕະກຳເດັກນ້ອຍຊາຍ 2 ຄົນ, ອາຍຸ 4 ປີ ແລະ 6 ປີ. ຕໍ່ມາໃນເດືອນມັງກອນ ປີ 1995, ສານໄດ້ຕັດສີນປະຫານຊີວິດລາວ, ແຕ່ເນື່ອງຈາກຮັບສາລະພາບສານເລີຍຫຼຸດໂທດໃຫ້ເຫຼືອພຽງແຕ່ຕິດຄຸກຕະຫຼອດຊີວິດ. ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ, ທ້າວ ຈາງ ກໍ່ໄດ້ຖືກຕັດອິດສະລະພາບມາໂດຍຕະຫຼອດ ເຊິ່ງລາວໄດ້ອ້າງມາໂດຍຕະຫຼອດວ່າຕົນເອງເປັນຜູ້ບໍລິສຸດ ແລະ ບໍ່ໄດ້ເປັນຄົນກໍ່ເຫດຄາດຕະກຳດັ່ງກ່າວ, ແຕ່ສາເຫດທີ່ຕ້ອງຍອມຮັບສາລະພາບຜິດນັ້ນ ເປັນຍ້ອນລາວທົນການຖືກທໍລະມານ 6 ມື້ 6 ຄືນ ຕິດຕໍ່ກັນບໍ່ໄຫວ. ນອກຈາກນີ້, ໃນວັນທີ 3 ພະຈິກ 1993, ເຈົ້າໜ້າທີ່ຜູ້ສືບສວນຄະດີຂອງລາວຍັງໄດ້ນໍາເອົາໝາລ່າເນື້ອ 2 ໂຕມາ ແລ້ວຂູ່ລາວວ່າຈະປ່ອຍໃຫ້ໝາກັດລາວຖ້າບໍ່ຍອມຮັບສາລະພາບຜິດ. ທ້າວ ຈາງ ຖືກໝາກັດຈົນໂສ້ງຂາດ, ເລືອດໄຫຼອາບຂາໂຕ້ຂອງລາວ ແລະ ດ້ວຍຄວາມຢ້ານກົວເຖີງຂິດສຸດ ລາວຈຶ່ງໄດ້ຍອມຮັບສາລະພາບວ່າເປັນຄົນລົງມືຂ້າເດັກນ້ອຍທັງ 2 ຄົນດັ່ງກ່າວ. ສ່ວນທາງຄອບຄົວຂອງລາວ ກໍ່ໄດ້ພະຍາຍາມຕໍ່ສູ້ເພື່ອຮຽກຮ້ອງຄວາມເປັນທຳໃຫ້ແກ່ ທ້າວ ຈາງ ມາໂດຍຕະຫຼອດ ໂດຍການຍື່ນອຸທອນໄປຫຼາຍຄັ້ງ, ແຕ່ກໍ່ຖືກປະຕິເສດມາໂດຍຕະຫຼອດ. ອ້າຍຂອງ ທ້າວ ຈາງ ໄດ

ເສັງໄດ້ທີ 4 ຂອງແຂວງ, ແຕ່ເລືອກຮຽນໂບຮານຄະດີເລີຍຖືກດ່າວ່າໂງ່.

2-3 ມື້ມານີ້ ໄດ້ມີເລື່ອງທີ່ເປັນກະແສໃນໂລກອອນໄລນ໌ຂອງຈີນ ໂດຍທີ່ເລື່ອງມີຢູ່ວ່າ: ມີນ້ອງນັກຮຽນຍິງຈີນຄົນໜຶ່ງຮຽນເກັ່ງ ເສັງຈົບຊັ້ນມັດທະຍົມປາຍທົ່ວປະເທດໄດ້ທີ 4 ຂອງແຂວງຫູໜານ ແລະ ສາມາດເຂົ້າຮຽນທີ່ມະຫາວິທະຍາໄລປັກກິ່ງ ດ້ວຍຄະແນນທີ່ສູງ, ແຕ່ລາວພັດເລືອກຮຽນໃນສາຂາໂບຮານຄະດີ ເລີຍເຮັດໃຫ້ຜູ້ຄົນໃນໂລກອອນໄລນ໌ ພາກັນວິພາກວິຈານລາວຢ່າງໃຫຍ່ ໂດຍເວົ້າໃຫ້ລາວວ່າໂງ່. ມະຫາວິທະຍາໄລປັກກິ່ງ (Peking University) ເປັນມະຫາວິທະຍາໄລທີ່ມີຊື່ສຽງອັນດັບຕົ້ນໆຂອງຈີນເລີຍກໍ່ວ່າໄດ້ ແລະ ເປັນອັນດັບທີ 23 ຂອງການຈັດອັນດັບມະຫາວິທະຍາໄລທົ່ວໂລກ. ການທີ່ຈະສອບເສັງ ຫຼື ມີສິດທີ່ຈະສາມາດເຂົ້າຮຽນໃນມະຫາວິທະຍາໄລແຫ່ງນີ້ບໍ່ແມ່ນເລື່ອງງ່າຍໆ. ດັ່ງນັ້ນ, ມັນຈຶ່ງເປັນທີ່ໄຝ່ຝັນຂອງນ້ອງນັກຮຽນ ແລະ ຂອງພໍ່ແມ່ຜູ້ປົກຄອງທີ່ຕ້ອງການໃຫ້ລູກຂອງຕົນໄດ້ເຂົ້າຮຽນໃນມະຫາວິທະຍາໄລແຫ່ງນີ້. ນ້ອງນັກຮຽນຍິງຄົນນີ້ມີຊື່ວ່າ: ນາງ ຈົງ ຟາງຫຼົງ, ເປັນລູກຊາວນາ, ອາໃສຢູ່ທີ່ແຂວງຫູໜານຂອງປະເທດຈີນ. ພໍ່ແມ່ຂອງລາວ ແມ່ນໄປເຮັດວຽກຢູ່ຕ່າງແຂວງ ເລີຍເຮັດໃຫ້ລາວຢູ່ກັບປູ່ ແລະ ຍ່າຂອງລາວມາໂດຍຕະຫຼອດ. ສະນັ້ນ, ເລື່ອງການສຶກສາຮໍ່າຮຽນແມ່ນບໍ່ມີໃຜສາມາດຊ່ວຍລາວໄດ້ນອກຈາກໂຕຂອງລາວເອງທີ່ໄດ້ດຸໝັ່ນ ແລະ ອົດທົນໃນການເອົາໃຈໃສ່ສຶກສາຮໍາຮຽນດ້ວຍຕົນເອ