Skip to main content

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້


ປະຈຸບັນຢູ່ປະເທດມຽນມາກຳລັງມີປະເດັນຮ້ອນແຮງ, ນັ້ນກໍ່ຄືພວກເຂົາກຳລັງພະຍາຍາມຈະແກ້ກົດໝາຍໃຫ້ການເພາະພັນສັດປ່າທີ່ຫາຍາກ ແລະ ສັດປ່າທີ່ໃກ້ຈະສູນພັນ ເພື່ອຈຸດປະສົງທາງດ້ານການຄ້າໃຫ້ເປັນເລື່ອງຖືກກົດໝາຍ.

ຄວາມພະຍາຍາມແກ້ກົດໝາຍໃນຄັ້ງນີ້, ລັດຖະບານອ້າງວ່າ: ເຫດຜົນທີ່ຈະຈັບສັດປ່າສະຫງວນ ແລະ ສັດຫາຍາກມາລ້ຽງແລ້ວເພາະພັນພວກມັນກໍ່ເພື່ອເປັນການພະຍາຍາມອະນຸລັກ ແລະ ຊ່ວຍເພີ່ມປະຊາກອນສັດປ່າສະຫງວນໃນປ່າຂອງມຽນມາ ແລະ ຫຼຸດຜ່ອນໂອກາດທີ່ຈະສູນພັນຂອງພວກມັນລົງເທົ່ານັ້ນ. ເລື່ອງນີ້ໄດ້ເລີ່ມຕົ້ນຈາກກະຊວງຊັບພະຍາກອນປ່າໄມ້ຂອງມຽນມາ ໄດ້ອອກມາປະກາດນະໂຍບາຍໃໝ່ວ່າ: ‘’ສວນສັດ ຫຼື ສະຖາບັນການລ້ຽງສັດເອກກະຊົນກຸ່ມໃດທີ່ມີຄວາມສົນໃຈ ສາມາດເຂົ້າມາຕິດຕໍ່ຂໍຮັບໃບອະນຸຍາດໃນການເພາະພັນສັດປ່າຫາຍາກ ຫຼື ສັດປ່າສະຫງວນ ຈໍານວນ 90 ກວ່າສາຍພັນໄດ້ເລີຍຈາກກະຊວງ’’ ເຊິ່ງເຈົ້າໜ້າທີ່ຂອງລັດຖະບານໄດ້ອອກຖະແຫຼງຂ່າວວ່າ ການນຳນະໂຍບາຍດັ່ງກ່າວນີ້ມາໃຊ້ຈະຊ່ວຍຫຼຸດຜ່ອນບັນຫາການຄ້າສັດປ່າຜິດກົດໝາຍໃນບັນດາກຸ່ມນາຍພານລົງ ເພື່ອບໍ່ໃຫ້ມີການດຳລົງຊີວິດແບບຜິດກົດໝາຍ ແລະ ເອົາຊັບພະຍາກອນທຳມະຊາດຂອງປະເທດໄປຂາຍໃນຕະຫຼາດມືດອີກ. ສຳລັບສັດປ່າທີ່ລັດຖະບານຈະອະນຸຍາດໃຫ້ມີການເພາະພັນໂດຍເອກກະຊົນໄດ້ນັ້ນຈະມີຕັ້ງແຕ່ເສືອໂຄ່ງ, ຊ້າງປ່າ, ໂຕລີ່ນ, ແຮ້ງປ່າ ລວມເຖີງແຂ້ນໍ້າຈືດ ເປັນຕົ້ນ ເພາະຖືວ່າເປັນສັດປ່າທີ່ເຂົ້າຂ່າຍຢູ່ໃນກຸ່ມສ່ຽງທີ່ຈະສູນພັນ (ປະຈຸບັນປະຊາກອນເສືອໃນມຽນມາເຫຼືອຢູ່ບໍ່ຮອດ 25 ໂຕ). 

ໃນເວລາດຽວກັນ ການປ່ຽນແປງກົດລະບຽບການລ້ຽງສັດປ່າທີ່ຫາຍາກທີ່ລັດຖະບານມຽນມາປະກາດອອກມານັ້ນ ອາດຈະເປີດທາງໃຫ້ມີການເພາະພັນສັດປ່າທີ່ຫາຍາກ ແລະ ສັດທີ່ໃກ້ຈະສູນພັນຂຶ້ນເປັນຟາມເອົາໄວ້ສົ່ງອອກຊີ້ນສັດທີ່ຫາຍາກແລ້ວສົ່ງໄປຂາຍທີ່ປະເທດຈີນ. ເນື່ອງຈາກປະເທດມຽນມານັ້ນເບື້ອງຕົ້ນເປັນທີ່ຮູ້ຈັກກັນດີວ່າເປັນຜູ້ຈັບສັດປ່າທີ່ຫາຍາກ ແລະ ເປັນສະໜາມໃຫ້ພວກນາຍພານເຂົ້າໄປລ່າສັດອອກມາແລ້ວສົ່ງໄປຂາຍໃຫ້ຕະຫຼາດມືດເປັນປົກກະຕິຢູ່ແລ້ວ. ມູນຄ່າການສົ່ງອອກສັດປ່າທີ່ຫາຍາກທີ່ມາຈາກຕະຫຼາດມືດຂອງປະເທດມຽນມາ ແລະ ບັນດາປະເທດອາຊຽນນັ້ນຢູ່ທີ່ 2 ໝື່ນລ້ານໂດລາ. ສະນັ້ນ, ຖ້າມຽນມາເປີດທາງໃຫ້ແກ່ການລ້ຽງສັດທີ່ຫາຍາກ ຈະເປັນຄືກັບການເຮັດທຸລະກິດຢູ່ໃຕ້ດິນ ແລະ ເປັນການຍົກຕະຫລາດມືດເຫຼົ່ານັ້ນຂຶ້ນມາໄວ້ເທີງດີນຢ່າງຖືກກົດໝາຍ.

ແລະ ອີກບໍ່ດົນຫຼັງຈາກນີ້ ມຽນມາອາດຈະກາຍເປັນສູນກາງການຄ້າຂາຍສັດປ່າ ແລະ ການຄ້າຂາຍຊີ້ນສັດແປກໆ ທີ່ຄ້າຍຄືຕະຫຼາດສົດຢູ່ເມືອງ ອູຮັ້ນ (Wuhan) ແລະ ຈາກນັ້ນກໍ່ສົ່ງອອກຊີ້ນເສືອ, ຊີ້ນແຂ້ ແລະ ຊີ້ນລີ່ນ ລວມໄປເຖີງຊີ້ນເຈຍ ເພື່ອໄປຂາຍໃຫ້ປະເທດອື່ນ ໂດຍສະເພາະປະເທດຈີນ ເຊິ່ງຈະກາຍເປັນຕະຫຼາດສົດສົ່ງອອກຊີ້ນສັດທີ່ຫາຍາກຂອງມຽນມາໃນອານາຄົດ. ສິ່ງທີ່ເປັນຕາຢ້ານທີ່ສຸດແມ່ນ ມຽນມາເປັນປະເທດທີ່ກຳລັງພັດທະນາ ເຊິ່ງຢູ່ໃນອັນດັບທ້າຍໆດັດຊະນີການພັດທະນາຂອງໂລກ, ລະບົບສາທາລະນະສຸກ ແລະ ລະບົບຮັກສາຄວາມປອດໄພກໍ່ຕ້ອງຢູ່ໃນລະດັບຕໍ່າ. 

ອາດຈະບໍ່ມີໂຄງສ້າງ ຫຼື ຮູບແບບແຜນການບໍລິຫານອີຫຍັງທີ່ເປັນຮູບປະທຳພໍທີ່ຈະຄວບຄຸມຄວາມສະອາດຂອງຊີ້ນ ຫຼື ມາດຕະຖານ ສຳລັບພະຍາດຕິດຕໍ່ ແລະ ໂລກລະບາດ. ຖ້າເກີດມີບາງຢ່າງຜິດພາດຂຶ້ນມາແບບອູຮັ້ນ ແລ້ວມີການຕິດເຊື້ອຈາກສັດສູ່ຄົນ, ມຽນມາກໍ່ອາດຈະເປັນສູນກາງຂອງການລະບາດຂອງການລະບາດໃໝ່ໃນອາຊີຕາເວັນອອກສ່ຽງໃຕ້ໃນອະນາຄົດອັນໃກ້ນີ້ກໍ່ເປັນໄດ້. ນອກຈາກນີ້ ເຜີໆອາດມີການຈັບສັດປ່າຫາຍາກຈາກເຂດປ່າສະຫງວນຂອງປະເທດບ້ານໃກ້ເຮືອນຄຽງ ເຊັ່ນ: ໄທ, ລາວ ແລະ ກຳປູເຈຍ ແລ້ວນຳໄປຂາຍຕໍ່ສູ່ຕະຫລາດໃນປະເທດມຽນມາອີກດ້ວຍ. 
----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020 

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ຈີນຈະປ່ຽນມາໃຫ້ຄວາມສຳຄັນການພັດທະນາເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນເປັນ 2 ເທົ່າ

ອິນເດຍ-ຈີນ ເກີດການປະທະກັນຮຸນແຮງຈົນເຮັດໃຫ້ເກີດການເສຍຊີວິດເປັນຄັ້ງທຳອິດໃນຮອບ 40 ກວ່າປີ