Skip to main content

ລັດຖະບານອິນເດຍ ຈະແບນ Huawei ຫຼື ບໍ່?


ຫຼັງຈາກລັດຖະບານອິນເດຍໄດ້ປະກາດແບນແອັບສັນຊາດຈີນຈໍານວນ 59 ແອັບແລ້ວ ດ້ວຍເຫດຜົນທາງດ້ານຄວາມປອດໄພ ແລະ ເພີ່ມຄວາມສ່ຽງໃນການຖືກລັກຂໍ້ມູນທາງດ້ານການທະຫານ ເນື່ອງຈາກບໍ່ພໍໃຈຈີນຈາກເຫດການປະທະກັນທາງທະຫານຂອງທັງສອງຝ່າຍຢູ່ເຂດຊາຍແດນຈົນເຮັດໃຫ້ມີການເສັຍຊີວິດ. ປະຈຸບັນນອກຈາກຂໍ້ຂັດແຍ່ງທາງດ້ານຊາຍແດນແລ້ວ, ອິນເດຍ ແລະ ຈີນກໍ່ຍັງມີຂໍ້ຂັດແຍ່ງກັນເລື່ອງໂຄງການ Belt and Road Initiative ອີກດ້ວຍ.

ດັ່ງນັ້ນ, ລັດຖະບານອິນເດຍຈຶ່ງໄດ້ມີການປະຊຸມເພີ່ມເຕີ່ມກ່ຽວກັບນະໂຍບາຍທີ່ກ່ຽວຂ້ອງກັບເຕັກໂນໂລຊີ 5G ເພື່ອຫາມາດຕະການຂວໍ້າບາດເຕັກໂນໂລຊີຂອງຈີນ ເຊັ່ນ: Huawei ແລະ ZTE. ເນື່ອງຈາກວ່າ Huawe ນັ້ນເປັນໜຶ່ງໃນບໍລິສັດເຈົ້າຂອງເຕັກໂນໂລຊີ 5G ທີ່ຢູ່ໃນລິດລາຍຊື່ບໍລິສັດທີ່ຈະເຂົ້າຮ່ວມປະມູນແຂ່ງຂັນກັນພາຍໃນປະເທດອິນເດຍ. ແຕ່ປະຈຸປັນການປະມູນສິດພັດທະນາ 5G ນັ້ນຖືກເລື່ອນໄປຢ່າງບໍ່ມີກຳນົດ ຍ້ອນການລະບາດຂອງ ພະຍາດ Covid-19 ໃນອິນເດຍ.

ອີກປັດໃຈໜຶ່ງທີ່ເຮັດໃຫ້ລັດຖະບານອິນເດຍຕັດສິນໃຈອາດຈະແບນ Huawei ກໍ່ຄື ລັດຖະບານສະຫະລັດໄດ້ພະຍາຍາມລະດົມ ແລະ ຊັກຊວນໃຫ້ປະເທດພັນທະມິດທົ່ວໂລກ ລວມທັງອິນເດຍເພື່ອໃຫ້ຮ່ວມມືກັນຂວໍ້າບາດ Huawei. ເຮັດໃຫ້ອິນເດຍມີແນວໂນ້ມ ແລະ ແຮງຈູງໃຈຫຼາຍຂຶ້ນໃນການຈະຕັດສິນໃຈແບບ Huawei ອອກຈາກການກະມູນ 5G ໃນອິນເດຍ. ອີກຢ່າງ ຖ້າອີກເດຍແບນ Huawei ຕາມການຊັກຊວນຂອງສະຫະລັດ, ອິນເດຍອາດຈະໄດ້ສິດທິພິເສດທາງການຄ້າຈາກສະຫະລັດ ເພື່ອເປັນການຕອບແທນກໍ່ເປັນໄດ້.

ຢ່າງໃດກໍ່ຕາມ, ຕອນນີ້ຍັງບໍ່ມີການແບນ Huawei ເກີດຂຶ້ນເທື່ອ. ຂະນະນີ້ຍັງຢູ່ໃນລະດັບການປະຊຸມປຶກສາຫາລື ເພື່ອວາງແຜນ ແລະ ພິຈາລະນທຄວາມເປັນໄປໄດ້ຢູ່ວ່າຈະແບນດີ ຫຼື ບໍ່ ລວມເຖິງຂໍ້ດີ-ຂໍ້ເສັຍຂອງການແບນ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ