Skip to main content

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ໜັງສືປົກຂາວຂອງລັດຖະບານຈີນ ວ່າດ້ວຍ "ການພັດທະນາຢ່າງຍືນຂອງການຂົນສົ່ງໃນຈີນ" ລະບຸວ່າຈີນໄດ້ພັດທະນາຢ່າງຕໍ່ເນື່ອງຈາກການເປັນຕາມກາຍເປັນຜູ້ນໍາໄປສູ່ດ້ານເຕັກໂນໂລຊີການຂົນສົ່ງ ເຊິ່ງຈີນໄດ້ພັດທະນາເຕັກໂນໂລຊີທີ່ສໍາຄັນຂຶ້ນຢ່າງຫຼວງຫຼາຍ ທັງຍັງໄດ້ສ້າງຄວາມກ້າວໜ້າທີ່ສຳຄັນຫຼາຍຄັ້ງ ໃນແວດວົງໂຄງສ້າງພື້ນຖານ ແລະ ອຸປະກອນຂົນສົ່ງ ດັ່ງຈະເຫັນໄດ້ຈາກໂຄງການຂະໜາດໂຄງການຂະໜາດໃຫຍ່ ແລະ ໂຄງການລະດັບໂລກ. ລາຍງານຍັງໄດ້ລະບຸວ່າ ຈີນເປັນຜູ້ສ້າງລົດໄຟໃນພື້ນທີ່ສູງ ພ້ອມທັງມີອຸນຫະພູມທີ່ຕໍ່າຫຼາຍ ແລະ ລາງລົດໄຟທີ່ບັນທຸກສີນຄ້າໜັກ. 

ຈີນໄດ້ແກ້ບັນຫາທາງດ້ານເຕັກນິກທີ່ທ້າທາຍທີ່ສຸດໃນການກໍ່ສ້າງທາງຫຼວງບົນສະພາບທາງທໍລະນວິທະຍາທີ່ຍາກລໍາບາກ ເຊັ່ນ: ເຂດພູສູງທີ່ມີຊັ້ນດີນຄົງໂຕ ແລະ ທະເລຊາຍ. ນອກຈາກນີ້ ຈີນຍັງເປັນຜູ້ນໍາທາງດ້ານເຕັກໂນໂລຊີໃນການສ້າງທ່າເຮືອ, ຊາຍຝັ່ງ, ການປັບປຸງແມ່ນໍ້າຂະໜາດໃຫຍ່ ແລະ ທາງນໍ້າຍາວ ລວມທັງການສ້າງເດີນຍົນຂະໜາດໃຫຍ່.

ພາຍໃນປີ 2019, ຄວາມຍາວລວມຂອງທາງລົດໄຟຄວາມໄວສູງທົ່ວປະເທດຈີນທະລຸ 35 ພັນກີໂລແມັດ ເຊິ່ງຕົກເປັນ 2 ໃນ 3 ຂອງທາງລົດໄຟຄວາມໄວສູງທັງໝົດຂອງໂລກ. ຈີນໄດ້ສ້າງທາງລົດໄຟຄວາມໄວສູງປັກກິງ-ກວາງໂຈ ເຊິ່ງເປັນທາງລົດໄຟຄວາມໄວສູງທີ່ຍາວທີ່ສຸດໃນໂລກສໍາເລັດແລ້ວ 100%. ຂະນະທີ່ທາງລົດໄຟຄວາມໄວສູງ ຮາບິນ-ຕ້າຫຼຽນ ເຊິ່ງເປັນທາງລົດໄຟຄວາມໄວສູງສາຍທຳອິດຂອງໂລກທີ່ແລ່ນໃນພື້ນທີ່ອຸນຫະພູມຕໍ່າໃນລະດູໜາວ ກໍ່ໄດ້ເປີດໃຫ້ບໍລິການແລ້ວ. ບໍ່ພຽງເທົ່ານັ້ນ, ທາງລົດໄຟບັນທຸກສີນຄ້າ ຕ້າຫຼຽນ-ຕ້າທົງ ແລະ ຊິນຫົວ-ສິ່ງເຕົາ ຍັງຕິດອັງດັບທາງລົດໄຟຊັ້ນນໍາຂອງໂລກໃນດ້ານປະລິມານຂົນສົ່ງຕໍ່ປີອີກດ້ວຍ. ນອກຈາກນີ້, ຈີນຍັງເປັນຜູ້ນໍາຂອງໂລກທັງໃນດ້ານຈໍານວນ ແລະ ຄວາມຍາວລວມຂອງຂົວ ແລະ ອຸໂມງທາງຫຼວງທີ່ເປີດໃຫ້ບໍລິການແລ້ວ ແລະ ທີ່ຍັງຢູ່ລະຫວ່າງການກໍ່ສ້າງ. 

ຜົນງານວິສະວະກຳຂັ້ນສູງຂອງຈີນຄອງອັນດັບຕົ້ນໆຂອງໂລກຢ່າງຫຼວງຫຼາຍ ເຊັ່ນ: ຂົວສູງທີ່ຍາວທີ່ສຸດ 7 ໃນ 10 ແຫ່ງ, ຂົວລອຍຟ້າ 6 ໃນ 10 ແຫ່ງ, ຂົວຂ້າມທະເລທີ່ຍາວທີ່ສຸດ 6 ໃນ10 ແຫ່ງ ແລະ ຂົວທີ່ສູງທີ່ສຸດ 8 ໃນ 10 ແຫ່ງທົ່ວໂລກ. ນອກຈາກນັ້ນ, ລົດໄຟຟ້າ ຟູ້ຊິງ ຂອງຈີນທີ່ແລ່ນດ້ວຍຄວາມໄວສູງສຸດຂອງໂລກຢູ່ທີ່ 350 ກີໂລແມັດຕໍ່ຊົ່ວໂມງ ໃຫ້ບໍລິການໃນຫຼາຍເສັ້ນທາງ ເຊັ່ນ: ລົດໄຟຄວາມໄວສູງປັກກິ່ງ-ຊຽງໄຮ້, ປັກກິ່ງ-ທຽນຈິນ, ປັກກິ່ງ-ຈ່າງຈືໂຄ.

ຈີນກາຍເປັນປະເທດທຳອິດຂອງໂລກທີ່ຕິດຕັ້ງລະບົບຂັບເຄື່ອນອັດຕະໂນມັດເທິງລົດໄຟທີ່ແລ່ນດ້ວຍຄວາມໄວ 350 ກີໂລແມັດຕໍ່ຊົ່ວໂມງ. ຈີນໄດ້ສ້າງເຕັກໂນໂລຊີການຜະລິດເຮືອ, ເຄື່ອງຈັກວິສະວະກຳທາງທະເລແບບພິເສດ ແລະ ຊຸດອຸປະກອນຄົບວົງຈອນລະດັບແນວໜ້າຂອງໂລກສຳລັບຈັດການຕູ້ຄອນເທັນເນີ້ຂະໜາດໃຫຍ່ ແລະ ຂະໜາດຈໍາເພາະ ດ້ວຍລະບົບອັດຕະໂນມັດ. ຈີນໄດ້ເປັນຜູ້ນຊາໃນການພັດທະນາລະບົບຄົມມະມາຄົມຂອງປະເທດ. ນອກຈາກນີ້ແລ້ວ ຈີນຍັງໄດ້ເຂົ້າຮ່ວມພັດທະນາລະບົບຄົມມະນາຄົມຂົນສົ່ງທົ່ວໂລກອີກດ້ວຍ. ດັ່ງນັ້ນ, ຈຶ່ງຖືໄດ້ວ່າປະຈຸບັນຈີນໄດ້ກາຍເປັນຜູ້ນໍາລະດັບໂລກທາງດ້ານລົດໄຟໄປແລ້ວນັ້ນເອງ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ