Skip to main content

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ທຳນຽບຂາວໄດ້ເຜີຍແຜ່ຄຣີບຂອງ ທ່ານ ທຣໍາ ໃນຄືນວັນພະຫັດ ທີ 31 ທັນວາ 2020, ກ່ອນເຂົ້າສູ່ມື້ປີໃໝ່ຕາມເວລາທ້ອງຖີ່ນຂອງສະຫະລັດ ໂດຍມີເນື້ອຫາສຳຄັນໃນການຂອບໃຈຄວາມກ້າຫານ, ການຮ່ວມກັນຕໍ່ສູ້ ແລະ ຄວາມອົດທົນຂອງຄົນອາເມລິກາ ເຊິ່ງຕ້ອງພະເຊີນກັບການກົດດັນຢ່າງຫຼວງຫຼາຍຕະຫຼອດປີ 2020 ໂດຍສະເພາະວິກິດໂລກລະບາດໂຄວິດ-19.

ຫຼັງຈາກນັ້ນ, ຜູ້ນໍາສະຫະລັດໄດ້ໃຊ້ເວລາສ່ວນໃຫຍ່ກ່າວເຖີງຄວາມສະເລັດຂອງໂຄງການພັດທະນາວັກຊີນ ເຊິ່ງ ທ່ານ ທຣໍາ ກ່າວໄດ້ວ່າ: ໂດຍປົກກະຕິແລ້ວການພັດທະນາວັກຊີນຕ້ອງໃຊ້ເວລາດົນເຖີງ 10 ປີ, ແຕ່ຜູ້ຊ່ຽວຊານຂອງສະຫະລັດໃຊ້ເວລາບໍ່ຮອດ 1 ປີ ແລະ ສາມາດແຈກຢາຍວັກຊີນໃຫ້ປະຊາຊົນໄດ້ໃຊ້ຢ່າງກວ້າງຂວງກ່ອນສຸດປີ 2020. ຕອນນີ້ວັກຊີນຂອງສະຫະລັດກຳລັງໄດ້ຮັບການສົ່ງມອບຕໍ່ເນື່ອງໄປທົ່ວໂລກ ແລະ ທຸກຄົນຕ້ອງຂອບໃຈລາວ.

ໃນຂະນະດຽວກັນ, ທ່ານ ທຣໍາ ຍັງໄດ້ກ່າວອີກວ່າ: ລັດຖະບານຊຸດນີ້ຈໍາເປັນທີ່ຈະຕ້ອງໄດ້ຈື່ຈໍາສຳລັບສິ່ງທີ່ໄດ້ດຳເນີນການຕະຫຼອດໄລຍະເວລາທີ່ຜ່ານມາ ແລະ ປິດທ້າຍໂດຍການຂໍໃຫ້ພະເຈົ້າຄຸ້ມຄອງຄົນອາເມລິກາ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ