Skip to main content

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ໃນວັນທີ 30 ທັນວາ 2020, ສຳນັກຂ່າວຊິນຫົວຂອງຈີນໄດ້ລາຍງານວ່າ: ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສຳເລັດການວາງລະບົບລາງແຕ່ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງແລ້ວ ເຊິ່ງເປັນໄປຕາມເປົາໝາຍຂອງແຜນການທີ່ກຳນົດໄວ້.

ທ່ານ ຈູກົ໋ວຈຽງ, ປະທານບໍລິສັດ ໄຊນາ ລຽວເວ ອິນເຕີເນເຊີນນໍ ຈໍາກັດ (China Railway International) ແລະ ບໍລິສັດການລົດໄຟລາວ-ຈີນ ຈໍາກັດ (LCRC) ໄດ້ໃຫ້ສຳພາດໃນວັນທີ 28 ທັນວາ 2020 ທີ່ຜ່ານມາວ່າ: ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19, ທາງທີມງານກໍ່ສ້າງຂອງບໍລິສັດໄດ້ກຳນົດ ແລະ ນໍາໃຊ້ມາດຕະການທີ່ເຂັ້ມງວດໃນການປ້ອງກັນການລະບາດຂອງພະຍາດ ເພື່ອໃຫ້ການກໍ່ສ້າງສາມາດດຳເນີນການໄດ້ຢ່າງສະດວກ ໂດຍບໍ່ມີຜູ້ຕິດເຊື້ອໃນລະວ່າງການກໍ່ສ້າງ ສົ່ງຜົນເຮັດໃຫ້ທີມງານວິຊະວະກອນຈີນ, ທີມງານວັດສະດຸອຸປະກອນ ແລະ ກຳມະກອນ ສາມາດສ້າງທາງລົດໄຟໄດ້ຕາມເປົ້າໝາຍໃຫ້ສຳເລັດຕາມທີ່ໄດ້ຕັ້ງເອົາໄວ້.

ທາງລົດໄຟລາວ-ຈີນ ໄດ້ດຳເນີນການວາງລະບົບລາງສໍາເລັດແລ້ວດ້ວຍໄລຍະທາງ 240 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ເຊິ່ງເທົ່າກັບ 57% ຂອງໄລຍະທາງທັງໝົດ ນັບຕັ້ງແຕ່ມີການວາງລະບົດລາງແຕ່ວັນທີ 27 ມີນາ 2020 ທີ່ຜ່ານມາ.

ທ່ານ ຈູ ຍັງໄດ້ກ່າວເສີມອີກວ່າ: ປະຈຸບັນ ບັນດາອຸໂມງລົດໄຟ 75 ແຫ່ງ, ຂົວ 164 ແຫ່ງ ແລະ ຄັນທາງແມ່ນຖືກກໍ່ສ້າງສຳເລັດແລ້ວ. ລົດໄຟລາວ-ຈີນ ໄລຍະທາງ 422 ກິໂລແມັດ ຈະເລີ່ມແລ່ນຈາກບໍ່ເຕັນທາງພາກເໜືອຂອງລາວໄປຫານະຄອນຫຼວງຽງຈັນດ້ວຍຄວາມໄວ 160 ກິໂລແມັດ/ຊົວໂມງ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2016 ໂດຍມີກຳນົດໃຫ້ສຳເລັດ ແລະ ເປີດດຳເນີນງານໃນເດືອນທັນວາ 2021.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ສື່ຈີນເຢີ້ຍ ທ່ານ ທໍ້າ