Skip to main content

ອຳນາດຂອງຈີນໃນດີນແດນທະວີບອັບຟຣີກາ


*****************************

ປີ 1971, ສະຫະປະຊາຊາດ (United Nation ຫຼື UN) ໄດ້ມີການລົງຄະແນນເພື່ອເລືອກທີ່ຈະຮັບຮອງໃຫ້ມີລັດຖະບານຈີນພຽງລັດຖະບານດຽວທີ່ຈະສາມາດມີທີ່ນັ່ງໃນເວທີສະຫະປະຊາຊດໄດ້ ເຊິ່ງກໍ່ຄື: ລັດຖະບານຈີນຄອມມູນິດ ແລະ ລັດຖະບານຈີນໃຕ້ຫວັນ. ສະຫະລັດອາເມລີກາຕໍ່ຕ້ານຈີນຄອມມູນິດ ໂດຍມີການພະຍາຍາມຕິດຕໍ່ເພື່ອໃຫ້ຊາດຕ່າງໆໃຫ້ສະໜັບສະໜູນໃຕ້ຫວັນ. ຜົນປະກົດວ່າຝ່າຍຈີນຄອມມູນິດຊະນະ ເຮັດໃຫ້ໄດ້ເປັນລັດຖະບານຈີນດຽວ (ໃຕ້ຫວັນຕົກ) ທີ່ສາມາດນັ່ງໃນເວທີສະຫະປະຊາຊາດໄດ້, ແຕ່ເປັນທີ່ໜ້າສັງເກດວ່າມີປະເທດໃນທະວີບອັບຟຣີກາຈໍານວນ 12 ປະເທດທີ່ເປັນພັນທະມິດຂອງສະຫະລັດໄດ້ຍົກມືໃຫ້ການສະໜັບສະໜູນກັບຝ່າຍລັດຖະບານຈີນຄອມມູນິດ.

ອີກ 36 ປີຕໍ່ມາ ໃນປີ 2007, ສະຫະປະຊາຊາດໄດ້ມີການລົງມະຕີປະນາມເກົາຫຼີເໜືອເລື່ອງລະເມີດສິດທິມະນຸດ ເຊິ່ງເກົາຫຼີເໜືອເປັນປະເທດທີ່ມີຄວາມສໍາພັນໃກ້ສິດກັບຈີນ, ປະເທດໃດລົງຄະແນນສຽງຕໍ່ຕ້ານເກົາຫຼີເໜືອກໍ່ສະແດງວ່າເປັນການລົງຄະແນນຕໍ່ຕ້ານຈີນ. ເຖີງຜົນປະກົດວ່າເກົາຫຼີເໜືອຈະເສຍ, ແຕ່ກໍ່ມີປະເທດຄັດຄ້ານເຖີງ 22 ປະເທດ ແລະ ງົບບໍ່ອອກສຽງ 59 ປະເທດ (22+59= 81) ໃນທາງຄວາມໜາຍແລ້ວສະແດງໃຫ້ເຫັນວ່າ 81 ປະເທດເລົ່ານີ້ເລືອກຢູ່ຝ່າຍຈີນ ແລະ ຖ້າເບິ່ງໃຫ້ເລີກເຂົ້າໄປອີກ 81 ປະເທດເລົ່ານີ້ຕົກເປັນຊາດຈາກທະວີບອັບຟຣີກາເຖີງ 43 ປະເທດ, ຍິງໄປກວ່ານັ້ນເກືອບທັງໝົດຂອງ 43 ປະເທດເລົ່ານີ້ເຄີຍໂວດຕໍ່ຕ້ານລັດຖະບານຈີນ ໃນປີ 1971 ທີ່ໄດ້ກ່າວມາຢູ່ຂ້າງເທິ່ງມາແລ້ວ.


36 ປີ (1971-2007) ຜ່ານໄປ, ເກີດຫຍັງຂຶ້ນກັບຈີນໃນທະວີບອັບຟຣີກາ?
ທະວີບອັບພຣີກາບໍ່ແມ່ນດີນແດນອິດທະພົນຂອງສະຫະລັດອີກຕໍ່ໄປແລ້ວ ຫາກແຕ່ເປັນດີນແດນທີ່ມີຄວາມສຳພັນທີ່ໃກ້ສິດທາງດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນຂອງຈີນ ເຊິ່ງເປັນມະຫາອໍານາດໃໝ່ທີ່ຂະຫຍາຍໂຕຢ່າງວ່ອງໄວ. ຫຼັກການງ່າຍໆຂອງຈີນແມ່ນການທຸ້ມເທງົບປະມານຈໍານວນມະຫາສານລົງໄປໃນທະວີບອັບຟຣີກາ ເຮັດໃຫ້ທະວີບອັບຟຣີກາເປັນຈຸດໝາຍປາຍທາງການລົງທືນຈາກຈີນເປັນອັນດັບ 3 ຮອງຈາກທະວີບອາຊີ ແລະ ເອີຣົບ. ຈີນລົງທືນກວ່າ 3.2 ພັນລ້ານໂດລາ ໃນປະເທດແຄນຢາ ເພື່ອສ້າງທາງລົດໄຟຄວາມຍາວກວ່າ 483 ກີໂລແມັດ ຈາກນະຄອນຫຼວງໄນໂລບີຂອງແຄນຢາຫາເມືອງມອມບາຢາ ເຊີ່ງເປັນເມືອງທ່າທີ່ສໍາຄັນ ແລະ ໃຫຍ່ເປັນອັບດັບສອງແຄນຢາ ເຮັດໃຫ້ໃຊ້ເວລາໃນການເດີນທາງພຽງແຕ່ 4.30 ຊົ່ວໂມງເທົ່ານັ້ນ.

ຈີນທຸ້ມງົບປະມານ 500 ລ້ານໂດລາ ໃນການສ້າງເຂື່ອນໃນປະເທດກີນີ ເພື່ອແກ້ໄຂການຂາດແຄນພະລັງງານໄຟຟ້າພາຍໃນປະເທດ ແລະ ຍັງສາມາດສົ່ງຂາຍໄຟຟ້າໃຫ້ກັບປະເທດອ້ອມຂ້າງໄດ້ອີກດ້ວຍ. ສ່ວນຢູ່ທີ່ນະຄອນຫຼວງແອັດດິດອາບາບາຂອງປະເທດເອທີໂອເປຍ, ຈີນໄດ້ລົງທຶນສ້າງລົດໄຟຂົນສົ່ງສາທາລະນະຂະໜາດເບົາ ມູນຄ່າກວ່າ 475 ລ້ານໂດລາ ເພື່ອລຸດຜ່ອນບັນຫາສະພາບຈາລະຈອນຕິດຂັດໃນເມືອງຫຼວງເຮັດໃຫ້ເອທີໂອເປຍເປັນປະເທດທຳອິດໃນກຸ່ມຊັບສະຫາລ້າທີ່ມີລະບົບຂົນສົ່ງລົດໄຟຂະໜາດເບົາ.

ທາງດ້ານການຂາຍອາວຸດຍຸດໂທປະກອນໃຫ້ກັບກຸ່ມປະເທດໃນອັບຟຣີການັ້ນ, ສະຖາບັນວິໄຈສັນຕິພາບລະຫວ່າງປະເທດສະຕ໋ອກໂຮມ (Stockholm International Peace Research Institute) ລາຍວານວ່າ: ໃນຊ້ວງລະຫວ່າງປີ 2003-2017, ມູນຄ່າການສົ່ງອອກອາວຸດຈາກຈີນເພີ່ມຂຶ້ນເຖີງ 55% ແລະ ຈີນມີອັດຕາສ່ວນແບ່ງໃນການຂາຍອາວຸດ 17% ຈາກເດີມມີພຽງ 7% ໃນທະວີບນີ້. ສ່ວນອັນດັບ 1 ຍັງເປັນຂອງຣັດເຊຍທີ່ມີສ່ວນແບ່ງໃນຕະຫຼາດແຫ່ງນີ້ 32% ແລະ ສະຫະລັດມີ 11% ເຊິ່ງນ້ອຍກວ່າຈີນ.


ຕົວຢ່າງອາວຸດຂອງຈີນທີ່ຂາຍໃຫ້ປະເທດໃນທະວີບອັບຟີຣີກາມີຫຍັງແດ່?

ໃນປີ 2013, ຈີນຂາຍລົດຖັງຈໍານວນ 24 ຄັນ ໃຫ້ກັບປະເທດແທນຊາເນຍ ແລະ ໃຫ້ກັບປະເທດຊາດ໌ ຈໍານວນ 30 ຄັນ. ລົດຖັງເລົ່ານີ້ເປັນລົດຖັງລຸ້ນ VT4 ທີ່ຜະລິດຂຶ້ນມາເພື່ອການສົ່ງອອກຂອງບໍລິສັດໂນລິງໂກຂອງຈີນ, ລົດລຸ້ນນີ້ຈະຕິດຕັ້ງປືນໃຫ້ປະຈໍາລົດຂະໜາດລໍາກ້ອງ 125 ມີລີແມັດ ແລະ ມີຂິດຄວາມສາມາດໃນການຕິດຕັ້ງອາວຸດປ່ອຍນໍາວິຖີປະຈໍາລົດໄດ້ອີກດ້ວຍ. ອາວຸດຂອງຈີນທີ່ເປັນທີ່ນິຍົມໃນທະວີບອັບຟຣີກາອີກຊະນິດໜຶ່ງກໍ່ຄືລົດຫຸ້ມເກາະຕີນຢາງ ແລະ ລົດສູ້ຮົບຂົນທະຫານບົກ. ໃນຊ້ວງ 10 ປີທີ່ຜ່ານມາ, ຈີນຂາຍລົດຫຸ້ມເກາະຕີນຢາງໃຫ້ກັບປະເທດການາ ຈໍານວນ 76 ຄັນ, ປະເທດນາມີເບຍ 21 ຄັນ, ປະເທດແຄນຢາ 32 ຄັນ ລວມທັງຍັງມີລູກຄ້າຈາກປະເທດລາວັນດາ, ປະເທດບູລຸນດີ, ປະເທດໂມແຊມບິກ, ປະເທດກາບອງ ແລະ ປະເທດຊາດ໌ ອີກດ້ວຍ. ລຸ້ນລົດຫຸ້ມເກາະທີ່ເປັນທີ່ສົນໃຈຂອງກຸ່ມປະເທດອັບຟຣີກາກໍ່ຄື: ລົດຫຸ້ມເກາະຕີນຢາງລຸ້ນ ST1 ເຊິ່ງຕິດຕັ້ງປືນໃຫຍ່ປະຈໍາລົດຂະໜາດ 105 ມີລີແມັດ.
ຫຼ້າສຸດໃນເດືອນເມສາ 2020 ທີ່ຜ່ານມາ, ປະເທດໄນຈີເລຍໄດ້ຮັບມອບອາວຸດຍຸດໂທປະກອນຂອງຈີນຈໍານວນ 17 ລາຍການ ເຊິ່ງປະກອບໄປດ້ວຍລົດຖັງລຸ້ນ VT4, ປືນໃຫຍ່ S5 ແລະ ລົດຫຸ້ມເກາະຕີນຢາງ ລຸ້ນ ST1, ຄາດວ່ານີ້ເປັນພຽງການສົ່ງມອບສຸດທຳອິດ ແລະ ຈະມີການສົ່ງມອບໃນຊຸດຕໍ່ໄປອີກດ້ວຍ.

ສ່ວນເຄື່ອງບິນຮົບນັ້ນ, ຈີນກໍ່ເປັນຜູ້ສົ່ງອອກຫຼັກໃນທະວີບອັບຟຣີກາເຊັ່ນດຽວກັນ ເຊິ່ງລູກຄ້າສໍາຄັນກໍ່ຄືປະເທດໄນຈີເລຍ, ປະເທດແທນຊາເນຍ, ປະເທດແຊມເບຍ, ປະເທດນາມີເບຍ, ປະເທດຊີມບັບເວ ແລະ ປະເທດການາ. ເຄື່ອງບີນຮົບຂອງຈີນທີ່ຄອງຕະຫຼາດໃນທະວີບອັບຟຣີກາຄືເຄື່ອງບັນຂັບໄລ່ແບບອະເນກປະສົງ ລຸ້ນ JF-17 Thunder ເຊິ່ງເປັນເຄື່ອງບີນຮົບບ່ອນນັ່ງດຽວ, ເປັນການພັດທະນາຮ່ວມກັນລະຫວ່າງບໍລິສັດເສີງຕູຂອງຈີນ ແລະ ບໍລິສັດອຸສະຫະກຳການບີນຂອງປາກີສະຖານ.
ຍຸດໂທປະກອນອອີກຊະນິດໜຶ່ງຂອງຈີນທີ່ກຳລັງຕີຕະຫຼາດໄດ້ຢ່າງປະສົບຜົນສໍາເລັດໃນທະວີບອັບຟຣີກາກໍ່ຄື: ເຄື່ອງບີນບໍາມີຄົນຂັບ ຫຼື ໂດຼນ. ເຖິງແມ່ນວ່າ, ຈະຍັງບໍ່ມີໂຕເລກຢັ້ງຢືນເປັນທີ່ແນ່ນອນວ່າຍອດການຂາຍໂດຼນຂອງຈີນໃນທະວີບອັບຟຣີການມີສູງຫຼາຍເທົ່າໃດ, ແຕ່ປັດໃຈໜຶ່ງທີ່ສາມາດເຮັດໃຫ້ໂດຼນຂອງຈີນຄອງຕະຫຼາດໃນທະວີບແຫ່ງນີ້ໄດ້ກໍ່ຍ້ອນວ່າສະຫະລັດອາເມລິກາມີນະໂຍບາຍທີ່ຂ້ອນຂ້າງເຂັ້ມງວດ ແລະ ຮັດກຸມ ໃນການຈໍານາຍໂດຼນໃຫ້ກັບປະເທດຕ່າງງສົ່ງຜົນໃຫ້ຫຼາຍປະເທດຫັນມາເປັນລູກຄ້າສັ່ງຊື້ໂດຼນຈາກຈີນ.


ການສົ່ງອອກທັງໃນລັກສະນະເງິນກູ້, ໂຄງການກໍ່ສ້າງ ຕະຫຼອດຈົນຮອດອາວຸດຍຸໂທປະກອນ ແລະ ສີນຄ້ານາໆຊະນິດຂອງຈີນ ເຮັດໃຫ້ທະວີບອັບຟຣີກາມີການພັດທະນາຂຶ້ນຢ່າງວ່ອງໄວ. ໂຄງການນັບຮ້ອຍໆໂຄງການທີ່ຈີນລົງທືນໃນທະວີບອັບຟຣີກາ ບໍ່ວ່າຈະເປັນໂຄງການຂະໜາດນ້ອຍ ແລະ ຂະໜາດໃຫຍ່ທີ່ເອີ້ນກັນວ່າແມັກະໂປຼເຈັກ, ຮູບພາບຂອງບໍລິສັດກໍ່ສ້າງ ແລະ ໂຮງງານອຸສາຫະກຳຕ່າງໆຂອງຈີນມີປະກົດໃຫ້ເຫັນຢູ່ທົ່ວທະວີບອັບຟຣີກາ. ໂຄງການເລົ່ານີ້ກໍາລັງປ່ຽນສະພາບ ແລະ ນໍາຄວາມຈະເລີນມາສູ່ທະວີບອັບຟຣີກາຢ່າງວ່ອງໄວ ຢ່າງໜ້ອຍກໍ່ໃນດ້ານວັດຖຸ ແລະ ພາບລັກຂອງຄວາມຈະເລີນທີ່ສາມາດຈັບຕ້ອງໄດ້. ເດີນແດນທີ່ແຫ້ງແລ້ງ ແລະ ລ້າຫຼັງ ຖືກພັດທະນາໄວປານກັບພີກຝາມື. ຖະໜົນຫົນທາງ, ຫ້າງຊັບພະສີນຄ້າ, ສິ່ງອໍານວຍຄວາມສະດວກ, ສິ່ງສາທາລະນູປະໂພດທີ່ຕິດກາພາສອນຈີນລັ່ງໄຫຼເຂົ້າສູ່ທະວີບນີ້ຢ່າງບໍ່ຢຸດຢັ້ງ, ບາງຄົນເຖິງກັບກ່າວວ່າຈີນກໍາລັງໃຊ້ເງິນຊື້ຄວາມເປັນໝູ່ ແລະ ມິດຂອງຕົນເອງໃນທະວີບອັບຟຣີກາ. ຖ້າຫາກເບິ່ງດ້ວຍໃຈທີ່ເປັນກາງຈະເຫັນໄດ້ວ່າສິ່ງທີ່ຈີນເຮັດໃນຂະນະນີ້ກໍ່ບໍ່ຕ່າງໄປຈາກສິ່ງທີ່ຊາດຕາເວັນຕົກເຄີຍໄດ້ເຮັດໃນຊ້ວງສະຕະຫວັດທີ່ຜ່ານມາໃນຮູບແບບຂອງການລ້າອານານິຄົມນັ້ນເອງ ພຽງແຕ່ງຮູບແບບ, ວີທີການ ແລະ ເຕັກໂນໂລຊີ ໄດ້ປ່ຽນແປງໄປຕາມຍຸກສະໄໝ. ອີກທັງສິ່ງທີ່ກຳລັງຈະເກີດຂຶ້ນໃນຂະນະນີ້ກໍ່ເປັນພຽງຊ້ວງເລີ່ມຕົ້ນເທົ່ານັ້ນເມື່ອປຽບທຽບກັບການລ້າອານານິຄົນຂອງຊາດຕາເວັນຕົກໃນອະດິດ.

ບໍ່ວ່າຄວາມຈິງຈະເປັນແບບໃດກໍ່ຕາມ, ໂຄງການມູນຄ່ານັບໝື່ນລ້ານໂດລາສະຫະລັດທີ່ຈີນໄດ້ທຸ້ມເທລົງໄປໃນທະວີບອັບຟຣີການັ້ນບໍ່ແມ່ນຂອງຟຣີ, ແຕ່ຫາກເປັນເງິນກູ້ຈາກທະນາຄານ ເພື່ອການນໍາເຂົ້າ ແລະ ສົ່ງອອກຂອງຈີນ (The Export-Import Bank of China) ເຊິ່ງປົກກະຕີແລ້ວປະເທດໃນທະວີບອັບຟຣີການັ້ນຢູ່ໃນພາວະສ່ຽງ, ແທບຈະບໍ່ມີທະນາຄານໃດໃນໂລກກ້າໃຫ້ກູ້ເງິນ ຍ້ອນຄວາມບໍ່ໝັ້ນຄົງທາງການເມືອງ, ສົງຄາມກາງເມືອງທີ່ຢືດເຍື້ອຍາວນານ, ລະບົບເສດຖະກິດທີ່ລົ້ມແຫຼວ ຫຼື ຢູ່ໃນໄລຍະທີ່ຟື້ນໂຕ້ຊ້າ ເຊິ່ງບັນດາປະເທດເລົ່ານີ້ມີຄວາມສ່ຽງຕໍ່ການລົງທຶນເປັນຢ່າງສູງ, ແຕ່ທະນາຄານຂອງຈີນບໍ່ໄດ້ກັງວົນຕໍ່ບັນຫາເລົ່ານີ້ເລີຍ ແຖມຍັງໃຫ້ກູ້ໃນອັດຕາດອກເບັ້ຍທີ່ຕໍ່າ ຫຼື ບາງຄັ້ງກໍ່ບໍ່ມີດອກເບັ້ຍ ແລະ ທີ່ສໍາຄັນເງິນທີ່ຈີນລົງໄປນັ້ນມັກຈະເປັນຮູບແບບສິ່ງກໍ່ສ້າງໂຄງລ່າງພື້ນຖານ, ຖະໜົນຫົນທາງ, ເຂື່ອນໄຟຟ້າ, ອາຄານສະຖານທີ່ ບໍ່ແມ່ນການລົງທືນໃນລັກສະນະກູ້ແລ້ວໃຫ້ເອົາໄປໃຊ້ຕາມໃຈຂອງລັດຖະບານ.



ຫຼາຍຄົນຄິດວ່ານີ້ແມ່ນການຊ່ວຍເຫຼືອທາງດ້ານການເງິນໃນລັກສະນະພັດທະນາປະເທດຄືກັບໃຈກ້າຂອງຍີ່ປຸ່ນເຄີຍເຮັດແມ່ນ ຫຼື ບໍ່?
ແຕ່ເປັນທີ່ໜ້າສັງເກດວ່າຈີນມີອີຫຍັງທີ່ລໍ້າລືກຫຼາຍກວ່ານັ້ນ. ທຳອິດຄືມີການດຳເນີນການທາງດ້ານການເມືອງໄປຄຽງຄູ່ກັບການລົງທຶນ. ປະເທດໃນທະວີບອັບຟຣີກາທັງໝົດກຳລັງຕົກຢູ່ໃນຖານະເປັນລູກໜີ້ຈີນຈໍານວນມະຫາສານເປັນໜີ້ສີນລົ້ນພົ້ນໂຕ. ເຮົາມາເບິ່ງປະເທດທີ່ເປັນລູກໜີ້ 3 ອັນດັບທຳອິດຂອງຈີນວ່າເຂົາມີໜີ້ຈໍານວນຫຼາຍປານໃດ.



ປະເທດທີ່ເປັນໜີ້ຈີນຫຼາຍທີ່ສຸດໃນທະວີບອັບຟຣີກາ ປະເທດທຳອິດຄື: ປະເທດແອງໂກລາ ມີໜີ້ສີນຢູ່ 2.5 ໝື່ນລ້ານໂດລາ. ໜີ້ເລົ່ານີ້ເປັນການກໍ່ສ້າງໂຄງການຂະໜາດໃຫຍ່ຂອງຈີນເຊັ່ນ: ການກໍ່ສ້າງທາງລົດໄຟໃນນະຄອນຫຼວງລອນດາ, ການກໍ່ສ້າງລະບົບສາຍໄຟແຮງສູງ 45 ກີໂລແມັດ ລະຫວ່າງເມືອງຄີປັງກອນໂດ ຫາ ເມືອງໂມກູບາ.



ລູກໜີ້ອັນດັບ 2 ຂອງຈີນຄື ປະເທດເອທີໂອເປຍ ມີໜີ້ສີນຢູ່ກວ່າ 1.3 ໝື່ນລ້ານໂດລາ ເຊິ່ງເປັນທີ່ໜ້າສັງເກດວ່າການລົງທຶນໃນການກໍ່ສ້າງສິ່ງສາທາລະນູປະໂພກໃນປະເທດເອທີໂອເບຍເບິ່ງຄືວ່າຈະມີຄວາມມຸ້ງໝາຍທາງດ້ານການເມືອງຂອງຈີນຫຼາຍກວ່າປະເທດອື່ນໆ ກໍ່ຍ້ອນວ່າປະເທດເອທີໂອເປຍ ເປັນທີ່ຕັ້ງຂອງສໍານັກງານໃຫຍ່ສະຫະພາບອັບຟຣີກາ ຫຼື ອັບຟຣີກັນຢູນຽນ African Union) ເຊິ່ງມີບົດບາດບໍ່ຕ່າງກັບສະຫະປະຊາຊາດໃນພູມີພາກອັບຟຣີກາທີ່ສາມາດກໍານົດທິດທາງທາງການເມືອງໃນທະວີບແຫ່ງນີ້ໄດ້. ດັ່ງນັ້ນ, ຈຶ່ງເປັນທີ່ບໍ່ປະຫຼາດໃຈທີ່ຈີນໄດ້ສະເໜີທຶນການສຶກສາຈໍານວນຫຼວງຫຼາຍໃຫ້ກັບນັກສຶກສາ ແລະ ບຸກຂະລາກອນຈາກປະເທດເອທີໂອເປຍເຂົ້າໄປສຶກສາຕໍ່ຢູ່ປະເທດຈີນ, ທີ່ສໍາຄັນອະດິດປະທານາທິບໍດີຂອງປະເທດເອທີໂອເປຍ, ທ່ານ ມູນລາ ຊູເຕໂຊເມ ເຊິ່ງດຳລົງຕໍາແໜ່ງຢູ່ລະຫວ່າງປີ 2013-2018 ກໍ່ເປັນໜຶ່ງໃນນັກຮຽນທຶນຜູ້ທີ່ຈົບການສຶກສາທັງລະດັບປະລິນຍາຕີ, ສາຂາເສດຖະກິດການເມືອງລະຫວ່າງປະເທດ ແລະ ລະດັບປະລີນຍາເອກມາຈາມະຫາວິທະຍາໄບປັກກິ່ງຂອງຈີນ. ນີ້ອາດເປັນຄໍາຕອບໜຶ່ງສໍາລັບການເປັນໜີ້ຈໍານວນມະຫາສານຂອງປະເທດເອທີໂອເປຍໃນຊ້ວງເວລາບໍ່ຮອດ 10 ປີ ທີ່ຜ່ານມາກໍ່ໄດ້.



ລູກໜີ້ອັບດັບ 3 ຂອງຈີນຄື ປະເທດແຄນຢາ, ມີໜີສີນມູນຄ່າຫຼາຍກວ່າ 8 ພັນລ້ານໂດລາ, ເປັນທີ່ໜ້າສັງເກດວ່າລູກໜີ້ຂອງຈີນໃນທະວີບອັບຟຣີການັ້ນແມ່ນມີໜີ້ສີນຢູ່ໃນລະດັນ 5 ພັນລ້ານໂດລາຂື້ນໄປທັງນັ້ນ. ປະເທດເລົ່ານີ້ຕ່າງກໍ່ກຳລັງຫານະໂຍບາຍຕໍ່ລອງພາວະໜີ້ສິນຈໍານວນມະຫາສານ ກ່ອນທີ່ຈີນຈະໃຊ້ຄວາມເປັນເຈົ້າໜີ້ເຂົາຄວບຄຸມ ຫຼື ກຳນົດທິດທາງໆການເມືອງ.

ສິ່ງທີ່ຕາມມາຈາກການລົງທຶນຂອງຈີນຄືການຕັກຕ້ວງຊັບພະຍາກອນທຳມະຊາດກັບໄປພັດທະນາປະເທດຂອງຕົນເອງ, ຈະເຫັນໄດ້ວ່າການພັດທະນາປະເທດຂອງຈີນຢ່າງກ່າວກະໂດດນັ້ນເຮັດໃຫ້ຈີນເປັນປະເທດທີ່ບໍລິໂພກຊັບພະຍາກອນທຳມະຊາດຈໍານວນມະຫານສານໂດຍສະເພາະນໍ້າມັນດີບ. ທະວີບອັບຟຣີກາຄືແຫຼ່ງນໍ້າມັນດີບອັນດັບທີ 2 ຂອງຈີນຮອງຈາກຕາເວັນອອກກາງ ໂດຍສະເພາະຢູ່ໃນປະເທດຊູດານໃຕ້. ການສ້າງສາທາລະໂນປະໂພດ, ທັງລົດໄຟ, ຖະໜົນ, ທ່າເຮືອ ລ້ວນແຕ່ອຳນວຍໃຫ້ຈີນຂົນສົ່ງຊັບພະຍາກອນທໍາມະຊາດເລົ່ານີ້ກັບສູ່ຜືນແຜນດີນແມ່ຂອງຕົນເອງ ແລະ ທີ່ສໍາຄັນທະວີບອັບຟຣີກາຖືກໃຊ້ເປັນແຮງງານລາຄາຖືກໃນອຸດສະຫະກຳການສິນຄ້າຂອງຈີນ ເນື່ອງຈາກວ່າພາຍຫຼັງທີ່ມີການພັດທະນາອຸສະຫະກຳຂອງຈີນເຮັດໃຫ້ຈີນຕິດກັບດັກເລື່ອງແຮງງານລາຄາສູງຂອງຕົນເອງຍ້ອນແຮງງານໃນຈີນໄດ້ພັດທະນາຈາກແຮງງານຂັ້ນຕໍ່າໄປສູ່ແຮງງານທີ່ມີຝີມື. ດັ່ງນັ້ນ, ເພື່ອໃຫ້ອຸສາຫະກຳຂອງຈີນດຳເນີນການຕໍ່ໄປໄດ້, ທະວີບອັບຟຣີກາຈຶ່ງເປັນແຫຼ່ງແຮງງານລາຄາຖືກທີ່ໃຊ້ສະໜັບສະໜູນອຸດສະຫະກຳການຜະລິດຂອງຈີນ.


ເຖິ່ງຢ່າງໃດກໍ່ຕາມ, ໃນຊ້ວງເວລາທີ່ຜ່ານມາພວກເຮົາເລີ່ມເຫັນກະແສການຕໍ່ຕ້ານຄົນຈີນຂຶ້ນໃນສັງຄົມອັບຟຣີກາ ແດ່ແລ້ວ ເຊັ່ນ: ປະທານາທິບໍດີປະເທດແທນຊາເນຍ, ທ່ານ ຈອນ ມາຄູຟູລີ ຫາກໍ່ໄດ້ປະກາດຍົກເລີກໂຄງການກໍ່ສ້າງທ່າເຮືອທີ່ເມືອງມາກາໂບໂຢ, ມູນຄ່າກວ່າ 1 ໝື່ນລ້ານໂດລາ ໂດຍລາວຖະແຫຼງການໃຫ້ເຫດຜົນວ່າເງື່ອນໄຂຂອງການກູ້ເງິນຈໍານວນດັ່ງກ່າວຂອງຈີນນັ້ນເຕັມໄປດ້ວຍການເອົາປຽບ ແມ້ແຕ່ຄົນເມົາກໍ່ຍັງບໍ່ສາມາດຍອມຮັບໄດ້.
ນອກຈາກນີ້, ແຫຼ່ງຂ່າວຍັງໄດ້ເປີດເຜີຍອີກວ່າ ເງື່ອນໄຂການກູ້ເງິນຂໍ້ໜຶ່ງທີ່ເຮັດໃຫ້ປະເທດແທນຊາເນຍຍອມຮັບບໍ່ໄດ້ນັ້ນກໍ່ຄືການມີອຳນາດຂອງຈີນເໜືອການບໍລິຫານທ່າເຮືອດັ່ງກ່າວເປັນເວລາດົນເຖິງ 99 ປີ (ເຊິ່ງເທົ່າກັບທີ່ອັງກິດເຊົ່າຮົງກົງເລີຍ) ແລະ ໃນ 99 ປີນີ້ ລັດຖະບານແທນຊາເນຍຈະບໍ່ມີສິດແຊກແຊງໃດໆທັງນັ້ນ. ກະແສການຕໍ່ຕ້ານຍັງໄດ້ເກີດຂຶ້ນໃນແຄນຢາເຊັ່ນກັນ, ມີການເລີ່ມວິພາກວີຈານເຖີງກະແສແບ່ງແຍກເຊື້ອຊາດ ແລະ ຫວ່າງເຈົ້ານາຍຄົນຈີນກັບລູກນ້ອງຄົນແຄນຢາ ເຊັ່ນ: ໂຄງການລົດໄຟທີ່ຈີນມາລົງທືນມະຫາສານ, ຄົນແຄນຢາຈະບໍ່ໄດ້ຮັບການໃຫ້ເປັນພະນັກງານຂັບລົດໄຟ, ພວກເຂົາຈະໄດ້ຮັບອະນຸຍາດກໍ່ຕໍ່ເມື່ອມີກ້ອງຂອງສື່ມວນຊົນມາຖ່າຍທຳເທົ່ານັ້ນ.


ພັດຕະຄານ ແລະ ຮ້ານອາຫານຫຼາຍແຫ່ງຂອງຈີນໃນນະຄອນຫຼວງຂອງແຄນຢາຈະມີການແບ່ງປັນພື້ນທີ່ສໍາລັບລູກຄ້າຄົນຈີນ ແລະ ລູກຄ້າຄົນແຄນຢາ ລວມທັງຍັງມີການຈໍາກັດການຂາຍອາຫານສໍາລັບລູກຄ້າຄົນແຄນຢາອີກດ້ວຍ.



ສິ່ງຕ່າງໆເລົ່ານີ້ຄືຄວາມເຂື່ອນໄຫວຂອງຈີນທີ່ເກີດໃນທະວີບອັບຟຣີກາ, ອາດຈະເປັນຂໍ້ຂັດແຍງພຽງເລັກນ້ອຍ ເມື່ອແລກກັບການລົງທືນຈໍານວນມະຫາສານຂອງຈີນ. ຢ່າງໃດກໍ່ຕາມບໍ່ອາດປະຕິເສດໄດ້ວ່າຂໍ່ຂັດແຍ່ງດັ່ງກ່າວອາດກໍ່ໃຫ້ເກີດບັນຫາທີ່ໃຫຍ່ໂຕຂຶ້ນມາໄດ້ ໂດຍສະເພາະຢ່າງຍິ່ງ ເມື່ອມັນຖືກນໍາໄປປະກອບກັບປະເທດລູກໜີ້ທີ່ຕ່າງກໍ່ບໍ່ມີຫົນທາງໃນການຊໍາລະໜີ້ ແລະ ຖືກບີບບັງຄັບທາງດ້ານການເມືອງ ແລະ ເສດຖະກິດ, ຫົນທາງອອກຂອງປະເທດລູກໜີ້ເລົ່ານີ້ກໍ່ຄືການຕໍ່ຕ້ານໃນລັກສະນະຕ່າງໆທັງຈາກລັດຖະບານ ແລະ ປະຊາຊົນ ເພາະຕາບໃດທີ່ຄວາມເທົ່າທຽມກັນຍັງບໍ່ເກີດຂຶ້ນນັ້ນເອງ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ຈີນຈະປ່ຽນມາໃຫ້ຄວາມສຳຄັນການພັດທະນາເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນເປັນ 2 ເທົ່າ

ອິນເດຍ-ຈີນ ເກີດການປະທະກັນຮຸນແຮງຈົນເຮັດໃຫ້ເກີດການເສຍຊີວິດເປັນຄັ້ງທຳອິດໃນຮອບ 40 ກວ່າປີ