Skip to main content

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 Raptor ແລະ F-35 ລວມກັນຫຼາຍກວ່າ 150 ລໍາທີ່ຖານທັບອາກາດລັດອາລັດສະກ້າ ລວມເຖີງຈະພັດທະນາທ່າເຮືອ ເພື່ອຄານອຳນາດກັບຣັດເຊຍ ແລະ ຈີນ ໃນມະຫາສະມຸດອາກຕິກ.



ມະຫາສະມຸດອາກຕິກຕັ້ງຢູ່ຍໍລິເວນຂົ້ວໂລກເໜືອ ມີຊັບພະຍາກອນທຳມະຊາດຢ່າງຫຼວງຫຼາຍທັງນໍ້າມັນ, ກາດທຳມະຊາດ ແລະ ແຮ່ທາດຫາຍາກຕ່າງໆ.

ເນື່ອງຈາກສະພາບອາກາດຂອງໂບກທີ່ປ່ຽນແປງໄປສົ່ງຜົນໃຫ້ນໍ້າແຂງຂົ້ວໂລກລະລາຍໄວຂຶ້ນ ເຮັດໃຫ້ມີການຄົ້ນພົບເກາະ ແລະ ເສັ້ນທາງເດີນເຮືອໃຫມ່ໆຫຼາຍຂຶ້ນ. ດັ່ງນັ້ນ, ມະຫາສະມຸດອາກຕິກຈຶ່ງເປັນພື້ນທີ່ທີ່ຊາດມະຫາອຳນາດເລີ່ມເຂົ້າມາແຂ່ງຂັນກັນຂະຫຍາຍອິດທິພົນເພື່ອສະແຫວງຫາຜົນປະໂຫຍດຂອງຕົນ. 

ຂະນະນີ້ຣັດເຊຍເປັນປະເທດທີ່ມີອິດທິພົນໃນເຂດອາກຕິກຫຼາຍທີ່ສຸດ, ມີກອງເຮືອຕັດນໍ້າກ້ອນຂະໜາດໃຫຍ່ທີ່ສຸດໃນໂລກ, ມີການສ້າງຖານທັບ ແລະ ເພີ່ມກຳລັງທະຫານໃນພື້ນທີ່ຕະຫຼອດຊ້ວງຫຼາຍປີທີ່ຜ່ານມາ ລວມເຖີງມີການພັດທະນາອາວຸດສຳລັບໃຊ້ໃນເຂດໜາວໂດຍສະເພາະອອກມາຫຼາຍລຸ້ນ.

ສ່ວນສະຫະລັດນັ້ນ ໄດ້ບໍ່ໄດ້ເອົາໃຈໃສ່ພາກພື້ນອາກຕິກເທົ່າທີ່ຄວນມາດົນ ຈຶ່ເຮັດໃຫ້ຕາມຫຼັງຣັດເຊຍຢູ່ຫຼາຂຸມ.

ອີງຕາມຂໍ້ມູນຈາກ Al-Masdar News ແລະ Popular Mechanics, ປະຈຸບັນຣັດເຊຍມີເຮືອຕັດນໍ້າກ້ອນ 40 ລໍາ ແລະ ກຳລັງສ້າງເພີ່ມອີດ 13 ລໍາ ພາຍໃນປີ 2035. ຂະນະທີ່ສະຫະລັດມີເຮືອຕັດນໍ້າກ້ອນພຽງແຕ່ 2 ລໍາເທົ່ານັ້ນ.

ມາຮອດເດືອນມິຖຸນາທີ່ຜ່ານມາ, ປະທານາທິບໍດີສະຫະລັດ ທ່ານ ໂດນໍ ທຣໍ້າ ຈຶ່ງໄດ້ສັ່ງໃຫ້ສ້າງກອງເຮືອຕັດນໍ້າກ້ອນເພີ່ມອີກ 6 ລໍາພາຍໃນປີ 2029, ແຕ່ກໍ່ຍັງມີຈໍານວນທີ່ໜ້ອຍກວ່າຣັດເຊຍຢູ່ດີ.

ເມື່ອສະຫະລັດຍັງນໍາຫຼັງຣັດເຊຍຢູ່ຫຼາຍຂະໜາດນີ້, ສະຫະລັດກໍ່ບໍ່ມີທາງເລືອກນອກຈາກຕ້ອງໃຊ້ກຳລັງທາງທະຫານ ເພື່ອສະແດງອະນຸພາບໃນເຂດອາກຕິກ. ການວາງກຳລັງເຄື່ອງບີນຮົບ F-22 ແລະ F-35 ຈໍານວນຫຼາຍໃນລັດອາລັດສະກ້າຈຶ່ງບໍ່ແມ່ນເລື່ອງທີ່ໜ້າປະຫຼາດໃຈ.

ໃນອານາຄົດນອກຈາກທະເລຈີນໃຕ້ແລ້ວ, ເຂດພາກພື້ນມະຫາສະມຸດອາກຕິກກໍ່ຈະເປັນອີກຂົງເຂດໜຶ່ງທີ່ອາດມີຄວາມເຄັ່ງຕຶງເນື່ອງຈາກການພະເພີນໜ້າກັນຂອງຊາດມະຫາອຳນາດ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ