Skip to main content

ສະຫະລັດຕຽມຂຶ້ນບັນຊີດຳ ບໍລິສັດ SMIC ທີ່ເປັນຜູ້ຜະລິດຊິບລາຍໃຫຍ່ທີ່ສຸດຂອງຈີນ

ຄະນະບໍລິຫານຂອງ ທ່ານ ໂດນໍ ທຣໍ້າ, ປະທານາທິບໍດີສະຫະລັດ ກຳລັງເຮັດວຽກຮ່ວມກັນກັບໜ່ວຍງານອື່ນໆຂອງລັດຖະບານ ລວມເຖີງທືມງານຈາກກະຊວງປ້ອງກັນປະເທດ ເພື່ອກວດສອບວ່າບໍລິສັດຜະລິດຊິບລາຍໃຫຍ່ທີ່ສຸດຂອງຈີນຢ່າງ SMIC ໄດ້ເຮັດຄວາມຜິດຫຼືບໍ່ ແລະ ກຳລັງພິຈາລະນາຕຽມຂຶ້ນບັນຊີດຳບໍລິສັດນີ້ອີກດ້ວຍ.


ປະຈຸບັນສະຫະລັດກຳລັງສົງໃສວ່າບໍລິສັດຜະລິດຊິບລາຍໃຫຍ່ແຫ່ງນີ້ອາດມີການພົວພັນ ແລະ ເຮັດວຽກຮ່ວມກັນກັບກອງທັບຈີນ ແລະ ຖ້າຫາກສະຫະລັດມີການໃຊ້ຊີ້ນສ່ວນໃດໆຈາກບໍລິສັດແຫ່ງນີ້ກໍ່ຈະເຮັດໃຫ້ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດໄດ້. ແຕ່ມາຮອດດຽວນີ້ ສະຫະລັດຍັງບໍ່ທັນໄດ້ອອກມາສະແດງຫຼັກຖານວ່າ SMIC ໄດ້ລະເມີດກົດເທື່ອ. ແຕ່ຫຼັງຈາກຂ່າວນີ້ປະກາດອອກມາເຮັດໃຫ້ລາຄາຮຸ້ນຂອງບໍລິສັດຜະລິດຊິບລາຍໃຫຍ່ແຫ່ງນີ້ຕົກລົງຢ່າງໝັກເຖີງ 20%.
ສ່ວນທາງດ້ານຜູ້ບໍລິຫານຂອງ SMIC ກໍ່ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວວ່າ ບໍລິສັດບໍ່ໄດ້ມີການພົວພັນ ຫຼື ເຊື່ອມໂຍງໃດໆກັບກອງທັບຈີນເລີຍ ແລະ ບອກວ່າຊິບຂອງພວກເຂົານັ້ນນໍາໄປໃຊ້ກັບຄົວເຮືອນ ຫຼື ປະຊາຊົນເທົ່ານັ້ນ, ບໍ່ໄດ້ນໍາໄປໃຊ້ໃນດ້ານການທະຫານຂອງລັດຖະບານຈີນຕາມທີ່ຖືກກ່າວຫາແຕ່ຢ່າງໃດ.

_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ