Skip to main content

ກອງທັບຈີນປະນາມ "ສະຫະລັດ" ເປັນໄພຂຸກຄາມໃຫຍ່ຕໍ່ສັນຕິພາບໂລກ

ກະຊວງປ້ອງກັນປະເທດຈີນ ອອກໄດ້ອອກຖະແຫຼງການ ເພື່ອໂຕ້ຕອບບົດລາຍງານສະຫະລັດທີ່ບອກວ່າຈີນຕ້ອງການເພີ່ມອຳນາດທາງການທະຫານ ແລະ ອາວຸດນິວເຄຍ ໂດຍບອກວ່າສະຫະລັດເປັນໄພຂຸກຄາມຕໍ່ເສລີພາບໂລກ ແລະ ການຮ່ວມມືລະຫວ່າງປະເທດ.

ກ່ອນໜ້ານີ້ບໍ່ດົນ, ກະຊວງປ້ອງກັນປະເທດສະຫະລັດໄດ້ເຜີຍແຜ່ບົດລາຍງານປະຈໍາປີທີ່ມີຊື່ວ່າ "ການພັດທະນາດ້ານການທະຫານ ແລະ ຄວາມໜັ້ນຄົງ ກ່ຽວກັບ ສປ. ຈີນ ຫຼື Military And Security Developments Involving The People's Republic of China 2020" ເຊິ່ງເປັນບົດລາຍງານທີ່ຈະຂຽນຂຶ້ນມາທຸກປີ ເພື່ອວິເຄາະພັດທະນາການທາງດ້ານການທະຫານ ແລະ ຄວາມໝັ້ນຄົງຂອງຈີນ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ແນວໂນ້ມທີ່ເປັນໄປໄດ້ໃນອານາຄົດ ໂດຍເນື້ອໃນຫຼັກໆຂອງບົດລາຍງານສະບັບນີ້ໄດ້ລະບຸວ່າ "ຈີນຈະເພີ່ມຫົວຣົບນິວເຄຍເປັນ 2 ເທົ່າໃນອີກ 10 ຂ້າງໜ້າ" ແລະ "ຈີນກຳລັງສ້າງເຄືອຂ່າຍທາງການທະຫານ (ຖານທັບ) ໃນພາກພື້ນປະເທດອາຊີ" ແລະ ອື່ນໆ.
ດັ່ງນັ້ນ, ວັນອາທິດ, ວັນທີ 13 ກັນຍາ 2020, ກະຊວງປ້ອງກັນປະເທດຈີນຈຶ່ງໄດ້ອອກມາຖະແຫຼງໂຕ້ຕອບສະຫະລັດຄືນ ໂດຍໂຄສົກກະຊວງປ້ອງກັນປະເທດຈີນ ພັນເອກ ວູ ສຽນ (Wu Qian) ໄດ້ເອີ້ນບົດລາຍງານຂອງສະຫະລັດວ່າເປັນ "ການໃສ່ຮ້າຍປ້າສີແບບຜູ້ຍິງໂລເລສະຫະລັດ" ທີ່ມີຕໍ່ເປົ້າໝາຍຂອງຈີນ ແລະ ຄວາມສຳພັນລະຫວ່າງກອງທັບຈີນ ແລະ ປະຊາຊົນຈີນ.
"ຫລັກການຫຼາຍຢ່າງໃນຊ້ວງຫຼາຍປີທີ່ຜ່ານມາມັນໄດ້ສະແດງໃຫ້ເຫັນແລ້ວວ່າເປັນຍ້ອນສະຫະລັດທີ່ເປັນໂຕການເຮັດໃຫ້ເກີດຄວາມບໍ່ສະງົບຢູ່ທຸກຂົງເຂດພາກພື້ນ, ເປັນຜູ້ລະເມີດຫຼັກການລະຫວ່າງປະເທດ ແລະ ເປັນຜູ້ທຳລາຍສັນຕິພາບໂລກ".

"ການປະຕິບັດຂອງສະຫະລັດໃນອີຣັກ, ຊີເລຍ, ລີເບຍ ແລະ ປະເທດອື່ນໆອີກຫຼາຍປະເທດໃນຊ້ວງ 20 ປີຜ່ານມາສົ່ງຜົນໃຫ້ມີການເສັຍຊີວິດບໍ່ຕໍ່າກ່າວ 800,000 ຄົນ ແລະ ເກີດຄົນອົບພະຍົກອີກຫຼາຍລ້ານຄົນ".
"ແຕ່ແທນທີ່ຈະພິຈາລະນາໂຕເອງ, ສະຫະລັດກັບອອກບົດລາຍງານທີ່ທີ່ຂີ້ຕົວະ ເຊິ່ງເຕັມໄປດ້ວຍຄວາມເຫັນທີ່ຂີ້ຕົວະກ່ຽວກັບການປ້ອງກັນປະເທດແບບປົກກະຕິ, ການສ້າງ, ແລະ ພັດທະນາກອງທັບຂອງປັກກິ່ງ".

"ທາງພວກເຮົາຂໍຮຽກຮ້ອງໃຫ້ສະຫະລັດເບິ່ງການປ້ອງກັນປະເທດ ແລະ ການກໍ່ສ້າງທາງການທະຫານຂອງຈີນຢ່າງເປັນທຳ ແລະ ມີເຫດຜົນ, ຢຸດສ້າງຂໍ້ມູນທີ່ບໍ່ເປັນຈິງ ລວມໄປເຖີງລາຍງານເລົ່ານີ້ ແລະ ມີການກະທຳຢ່າງເປັນຮູບປະທຳ ເພື່ອເປັນເຄື່ອງປ້ອງກັນຕໍ່ຄວາມສຳພັນຂອງສອງຝ່າຍໃຫ້ມີການພັດທະນາໄປຢ່າງຂັ້ມແຂງ" ທ່ານໂຄສົກກ່າວ.

_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ