Skip to main content

ສື່ຈີນ Global Time ທີ່ເປັນກະບອກສຽງຂອງພັກຄອມມູນິດຈີນ ໄດ້ເຜີຍແຜ່ບົດຄວາມເຕືອນອິນເດຍ

ສື່ຈີນ Global Time ທີ່ເປັນກະບອກສຽງຂອງພັກຄອມມູນິດຈີນ ໄດ້ເຜີຍແຜ່ບົດຄວາມເຕືອນອິນເດຍ. ໂດຍມີເນື້ອໃນດັ່ງນີ້:

"ອິນເດຍປະເມີນຄວາມທະເຍີທະຍານໃນການປ້ອງກັນທຸກສ່ວນຂອງເຂດແດນຈີນຕໍ່າເກີນໄປ".

"ອິນເດຍອາດຈະຄິດວ່າຈີນກຳລັງພະເຊີນກັບແຮງກົດດັນຢ່າງໜັກຈາກສະຫະລັດ ທັງໃນເລື່ອງຊ່ອງແຄບໄຕ້ຫວັນ ແລະ ທະເລຈີນໃຕ້ ຈົນຄິດໄປເອງວ່ານີ້ຈະເປັນໂອກາດດີທີ່ຈະບີບໃຫ້ຈີນຍອມອ່ອນຂໍ້ໃຫ້ອິນເດຍ".

"ເຊິ່ງຖ້າຫາກອິນເດຍເຮັດສຳເລັດກໍ່ຈະກາຍເປັນຄວາມສຳເລັດຄັ້ງສຳຄັນທີ່ຈະໃຊ້ໃນການອອດອ້າງຕໍ່ຊະຊາຊົນຂອງຕົນເອງ ແລະ ບ່ຽງເບນຄວາມສົນໃຈຈາກການລະບາດຢ່າງຮ່າຍແຮງຂອງພະຍາດໂຄວິດ-19 ໃນອິນເດຍ ລວມເຖີງສະພາບເສດຖະກິດທີ່ກຳລັງຕົກຕໍ່າໃນຂະນະນີ້".

"ແຕ່ຖ້າຫາກກອງທັບອິນເດຍຮຸກຮານເຂດແດນຈີນ ຫຼື ໂຈມຕີກອງທັບຈີນ, ອິນເດຍຈະຕ້ອງຈ່າຍຄືນໃນລາຄາແພງ".

"ການຍົ້ວຍຸທີ່ຫາເກີດຂຶ້ນວັງກີ້ນີ້ ໄດ້ພິສູດໃຫ້ເຫັນວ່າ ອິນເດຍຕ້ອງການໃຫ້ຈີນຍອມອ່ອນຂໍ້ໃຫ້ຫຼາຍກວ່າເກົ່າ".

"ຫຼັງຈາກການເຈລະຈາຮ່ວມກັນຫຼາຍຄັ້ງນັບຕັ້ງແຕ່ເກີດການປະທະກັນໃນວັນທີ 15 ມິຖຸນາ ອັນສົ່ງຜົນໃຫ້ມີຜູ້ບາດເຈັບລົ້ມຕາຍຈາກທັງສອງຝ່າຍ. ທະຫານຈີນ ແລະ ອິນເດຍຕ່າງກໍ່ຍອມຖອຍຈາກບາງເຂດ ເຊັ່ນ: ພຸເຂົາແມ່ນໍ້າກົວວານ.

"ແຕ່ອິນເດຍກັບຍັງຕ້ອງການໃຫ້ກອງທັບຈີນຖອນກຳລັງອອກຈາກທະເລສາບປາງກົງຊົ່ວ ແລະ ຍອມຮັບເສັ້ນຄວບຄຸມທີ່ແທ້ຈິງເຊິ່ງຂິດຂຶ່ນໂດຍຝ່າຍອິນເດຍເອງ".

"ນີ້ເປັນເລື່ອງທີ່ບໍ່ຍຸດຕິທຳ ແລະ ຫຼາຍເກີນໄປຖ້າຫາກຈີນຍອມຮັບການກ່າວອ້າງນີ້ ແລະ ຍອມຖອຍທັບອອກຈາກເຂດແດນຂອງຕົນເອງພຽງເພື່ອໄດ້ຮັບແຮງກົດດັນຈາກອິນເດຍ. ສຸດທ້າຍກອງທັບອິນເດຍກໍ່ຈະຍິ່ງເດີນໜ້າຍົ້ວຍຸ ແລະ ເບ່ງກ້າມໃສ່ຈີນຢ່າງບໍ່ຢຸດຢັ້ງ".

"ນີ້ຄືເຫດຜົນວ່າເປັນຫຍັງຈີນເຖີງໄດ້ໃຈຮ້າຍ ແລະ ປະຕິເສດທີ່ຈະປະນິປະນອມ".

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ