Skip to main content

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເສດຖະກິດຈີນຂະຫຍາຍໂຕໄວກ່ອນທີ່ຄິດ ຕຽມແຊງໜ້າສະຫະລັດເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ປີ 2028 ເນື່ອງຈາກລະດັບການຟື້ນໂຕທາງເສດຖະກິດທີ່ແຕກຕ່າງກັນຂອງສອງມະຫາອຳນາດໃນຊ້ວງການລະບາດຂອງພະຍາດໂຄວິດ-19.
ສູນວິໄຈເສດຖະກິດ ແລະ ທຸກລະກິດ (Centre for Economics and Business Research - CEBR)ຂອງສະຫະລັດ ໄດ້ເຜີຍແຜ່ລາຍງານປະຈຳປີໃນວັນທີ 26 ທັນວ່າທີ່ຜ່ານມາ ໂດຍໄດ້ລະບຸວ່າ: ການລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບທາງເສດຖະກິດທີ່ເກີດຂຶ້ນເຮັດໃຫ້ຈີນກາຍເປັນຝ່າຍທີ່ໄດ້ປຽບຫຼາຍຂຶ້ນໃນການແຂ່ງຂັນຄັ້ງນີ້".

CEBR ເຫັນວ່າ: ທັກສະດ້ານການຈັດການໂລກລະບາດຂອງຈີນເຊິ່ງຕັດສິນໃຈໃຊ້ມາດຕະການລ໊ອກດາວທີ່ເຂັ້ມຂຸ້ນຕັ້ງແຕ່ທຳອິດ ລວມເຖີງການທີ່ພະຍາດໂຄວິດ-19 ສົ່ງຜົນກະທົບຢ່າງຮຸນແຮງ ແລະ ຍືດເຍື້ອຍຍາວນານຕໍ່ການຂະຫຍາຍໂຕທາງເສດຖະກິດຂອງໂລກຕາເວັນຕົກ ມີສ່ວນເຮັດໃຫ້ພາບລວມເສດຖະກິດຈີນເປັນໄປໃນທິດທາງທີ່ດີຂຶ້ນ.
ເສດຖະກິດຈີນມີແນວໂນ້ມທີ່ຈະຂະຫຍາຍໂຕສະເລັ່ຍ 5.7% ຕໍ່ປີ ໃນຊ້ວງລະຫວ່າງປີ 2021-2025 ກ່ອນທີ່ຈະຊະລໍໂຕລົງມາສະເລັ່ຍຢູ່ທີ່ 4.5% ຕໍ່ປີ ໃນຊ້ວງປີ 2026-2030 ຕາມການປະເມີນຂອງ CEBR.
ສ່ວນສະຫະລັດຄາດວ່າເສດຖະກິດຈະກັບມາຟື້ນໂຕຢ່າງຊັດເຈນໃນປີ 2021 ແລະ ມີການຂະຫຍາຍໂຕສະເລັ່ຍ 1.9% ຕໍ່ປີໃນຊ້ວງລະຫວ່າງປີ 2022-2024 ກ່ອນຈະລຸດລົງເຫຼືອ 1.6% ຕໍ່ປີຫຼັງຈາກນັ້ນ
ຍີ່ປຸ່ນຈະຍັງເປັນຊາດທີ່ມິຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກຕໍ່ໄປເຖີງຕົ້ນທົດສະວັດ 2030 ກ່ອນຈະຖືກແຊງໂດຍອີນເດຍ ເຊິ່ງຈະເຮັດໃຫ້ເຢຍລະມັນຕົກອັນດັບຈາກອັນດັບ 4 ໄປເປັນອັນດັບ 5 ທັນທີ.
ອັງກິດ ເຊິ່ງມີເສດຖະກິດໃຫຍ່ເປັນອັນດັບ 5 ຂອງໂລກໃນປະຈຸບັນ ກໍ່ຈະຕົກລົງໄປຢູ່ອັນດັບ 6 ຫຼັງຈາກປີ 2024 ເປັນຕົ້ນໄປ. ເຖີງແມ່ນວ່າອັງກິດຈະໄດ້ຮັບຜົນກະທົບຈາກການຖອນໂຕອອກຈາກສະຫະພາບເອີຣົບກໍ່ຕາມ, ແຕ່ CEBR ຄາດການວ່າ ເສດຖະກິດຂອງອັງກິດຈະຂະຫຍາຍໂຕສູງກວ່າຝຣັ່ງເຖີງ 23% ພາຍໃນປີ 2035.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ