Skip to main content

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ທ່ານ ຊັນວາດໍ ອິດສ໌ລາ, ລັດຖະມົນຕີກະຊວງສາທາລະນະສຸກຂອງສະເປນ ໄດ້ຢັ້ງຢືນຜ່ານສະຖານນີທໍລະທັດທ້ອງຖີ່ນວ່າ:

"ລັດຖະບານຈະບໍ່ອອກກົດບັງຄັບໃຫ້ພົນລະເມືອງທຸກຄົນຕ້ອງສັກວັກຊີນປ້ອງກັນ ໂຄວິດ-19. ແຕ່ພວກເຮົາຈະຂຶ້ນທະບຽນບຸກຄົນທີ່ປະຕິເສດຂໍ້ສະເໜີນີ້ ແລະ ແຊໃຫ້ປະເທດຫຸ້ນສ່ວນໃນສະຫະພາບເອີຣົບຮູ້, ແຕ່ເອກະສານຊຸດນີ້ຈະບໍ່ຖືກເປີດເຜີຍແພ່ຕໍ່ສາທາລະນະ ແລະ ຈະມີມາດຕະການປ້ອງກັນຂໍ້ມູນສ່ວນບຸກຄົນຢ່າງສູງສຸດ".

"ວິທີການທີ່ຈະເອົາຊະນະໄວຣັດກໍ່ຄື: ການສັກວັກຊີນໃຫ້ກັບທຸກຄົນ ຍີ່ງຫຼາຍເທົ່າໃດຍີ່ງດີ" ທ່ານ ລັດຖະມົນຕີສາທາ ສະເປນ ກ່າວປິດທ້າຍ.
ຜົນສຳຫຼວດຂອງສະຖາບັນວິໃຈ CIS ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະເປນ ພົບວ່າ: ພົນລະເມືອງສະເປນ ຈໍານວນ 40.5% ຍີນດີທີ່ຈະສັກຊັກຊີນ ໂຄວິດ-19 ທັນທີທີ່ເປັນໄປໄດ້ ແລະ ອີກ16.2% ຈະສັກກໍ່ຕໍ່ເມື່ອຈະມີຂໍ້ພິສູດທີ່ຢັ້ງຢືນຄວາມໜ້າເຊື່ອຖື.

ສ່ວນຜົນສຳຫຼວດລ້າສຸດພົບວ່າ: ຄົນສະເປນທີ່ປະຕິເສດການຊັກວັກຊີນ ໂຄວິດ-19 ລຸດລົງຈາກ 47% ໃນເດືອນພະຈີກ ເຫຼືອພຽງ 28% ໃນເດືອນທັນວານີ້.
ສະເປນເປັນໜຶ່ງໃນຊາດທີ່ປະສົບກັບການລະບາດຂອງພະຍາດໂຄວິດ-19 ຢ່າງນັກໜ່ວງທີ່ສຸດໃນທະວີບເອີຣົບ ເຊິ່ງໂຕເລກຜູ້ເສັຍຊີວິດລວມ (ວັນທີ 28 ທັນວ່າ 2020) ມີສູງເຖີງ 5 ໝື່ນຄົນ ແລະ ຈໍານວນຜູ້ຕິດເຊື້ອສູງເຖີງ 1.9 ລ້ານຄົນ. ລັດຖະບານສະເປນຕັ້ງເປົ້າທີ່ຈະສັກວັກຊີນໃຫ້ແກ່ປະຊາຊົນ 15-20 ລ້ານຄົນ ຈາກທັງໝົດ 47 ລ້ານຄົນພາຍໃນເດືອນ ມີນາ 2021.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ