Skip to main content

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ກອງທັບອາກາດຈີນ-ຣັດເຊຍ ໄດ້ຈັດບີນລ້າຕະເວນຢູ່ເຂດພາກພື້ນອາຊີ-ປາຊີຟີກ ຮ່ວມກັນເປັນຄັ້ງທີ 2 ເຊິ່ງຕໍ່ໄປຈະຖືເປັນກິດຈະກຳຫຼັກທາງການທະຫານຮ່ວມກັນຂອງກອງທັບທັງສອງຊາດ.

ໂດຍຈີນໄດ້ສົ່ງເຄື່ອງບີນຖື້ມລະເບີດ H6K ຈໍານວນ 4 ລໍາ ແລະ ຣັດເຊຍ ໄດ້ສົ່ງເຄື່ອງບີນຖື້ມລະເບີດ Tu95 ຈໍານວນ 2 ລໍາ ເພື່ອບີນລ້າຕະເວນໃນທະເລຍີ່ປຸ່ນ ແລະ ທະເລຈີນຕາເວັນອອກ. ໃນລະຫວ່າງການບິນ, ເຄື່ອງບິນຮົບຂອງທັງສອງຊາດໄດ້ປະຕິບັດຕາມກົດໝາຍລະຫວ່າງປະເທດ ແລະ ບໍ່ໄດ້ເຂົ້າສູ່ເຂດນ່ານຟ້າຂອງປະເທດອື່ນແຕ່ຢ່າງໃດ.

ຖະແຫຼງການໄດ້ລະບຸວ່າ ພາລະກິດດັ່ງກ່າວເປັນເຫດການທີ່ໄດ້ລະບຸໄວ້ໃນແຜນການຮ່ວມມືທາງທະຫານປະຈໍາປີຂອງຈີນ ແລະ ຣັດເຊຍ ໂດຍບໍ່ໄດ້ຕັ້ງເປົ້າໄປໃສ່ປະເທດທີສາມແຕ່ຢ່າງໃດ. ທັງນີ້ການລ້າຕະເວນເຊິງຍຸດທະສາດທາງອາກາດຮ່ວມກັນຄັ້ງທຳອິດຂອງຈີນ ແລະ ຣັດເຊຍ ເຄີຍເກີດຂຶ້ນຕັ້ງແຕ່ເດືອນກໍລະກົດ 2019 ເຊິ່ງຕອນນັ້ນຈີນໄດ້ສົ່ງ H6K ຈໍານວນ 2 ລໍາ ແລະ ຣັດເຊຍ ໄດ້ສົ່ງ Tu95 ຈໍານວນ 2 ລໍາ ເພື່ອລ້າຕະເວນຮ່ວມກັນໃນທະເລຍີ່ປຸ່ນ ແລະ ທະເລຈີນຕາເວນອອກເຊັ່ນດຽວກັນກັບຄັ້ງນີ້, ແຕ່ໃນຄັ້ງນີ້ ຈີນໄດ້ເພີ່ມຈໍານວນເຄື່ອງບີນ H6K ຈາກ 2 ລໍາ ເປັນ 4 ລໍາ ສໍາລັບການລ້າຕະເວນຮ່ວມໃນປີນີ້ ເຊິ່ງເປັນສັນຍານຂອງການຂະຫຍາຍຂິດຄວາມສາມາດທີ່ເພີ່ມຂຶ້ນຂອງກອງທັບອາກາດຈີນ.

ຖ້ຫາກໃນອານາຄົດມີການລ້າຕະເວນຮ່ວມກັນເພີ່ມຫຼາຍຍິງຂຶ້ນ, ປະເພດຂອງເຄື່ອງບີນ ແລະ ເຮືອບັນທຸກເຄື່ອງບີນ ກໍ່ຈະມີການຂະຫຍາຍປະສິທິພາບ ແລະ ຂອບເຂດໄປອີກ. ຈີນໃນຖານະທີ່ເປັນເຈົ້າບ້ານ ໃນການດຳເນີນການລ້າຕະເວນຮ່ວມກັນກັບຣັດເຊຍ ຈະຊ່ວຍໃຫ້ປັບປຸງຂິດຄວາມສາມາດໃນເຂດທະເລສາກົນ ແລະ ຈະເປັນການເພີ່ມຄວາມສາມາດໃນການຮັກສາຜົນປະໂຫຍດທາງທະເລ ແລະ ຄວາມໝັ້ນຄົງຂອງຊາດ ແລະ ພູມມີພາກ.

ຜູ້ຊ່ຽວຊານກ່າວວ່າມີພຽງສາມປະເທດເທົ່ານັ້ນທີ່ສາມາດດຳເນີນການສົ່ງເຄື່ອງບີນຖື້ມລະເບີດທາງຍຸດທະສາດໄລຍະໄກໄດ້ ເຊິ່ງປະກອບມີ: ສະຫະລັດ, ຈີນ ແລະ ຣັດເຊຍ. ການລ້ານຕະເວນຮ່ວມກັນລະຫວ່າງຈີນ ແລະ ຣັດເຊຍ ຈະເກີດໃຫ້ມີການໄວ້ວາງໃຈກັນ ແລະ ກັນ ແລະ ທັງສອງຝ່າຍສາມາດຮຽນຮູ້ທີ່ຈະຈັດການກັບສະຖານະການຄວາມໝັ້ນຄົງໃນຂົງເຂດພາກພື້ນຮ່ວມກັນ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ