Skip to main content

ສັງລວມ 10 ຂ່າວເດັ່ນຮອບອາທິດທີ່ຜ່ານມາ


(1) ສະພາຮົງກົງ (LegCo) ໄດ້ຜ່ານກົດໝາຍ "ຫ້າມດູຖູກເພງຊາດຈີນ" ດ້ວຍມະຕິ 41 ຕໍ່ 1 ສຽງ ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ່ 12 ມິຖຸນາ 2020 ເປັນຕົ້ນໄປ.
ກົດໝາຍສະບັບນີ້ຈະເຮັດໃຫ້ນັກຮຽນຕັ້ງແຕ່ຊັ້ນປະຖົມ ແລະ ມັດຖະຍົມຕ້ອງໄດ້ຮຽນຮູ້ຄວາມໝາຍ ແລະ ຮ້ອງເພງຊາດຈີນໃຫ້ໄດ້ໝົດ. ຖ້າຫາກມີການຝ່າຝຶນ ຫຼື ດູຖູກເພງຊາດ ຈະຕ້ອງໄດ້ຮັບໂທດເສັຍຄ່າປັບໃໝບໍ່ເດີນ 5 ໝຶ່ນໂດລາຮົງກົງ ຫຼື ຕິດຄຸກບໍ່ເກີນ 3 ປີ ຫຼື ທັງຕິດຄຸກແລະປັບໄໝ.


(2) ປັກກິ່ງ ປະກາດພາວະສະຖານະການສຸກເສີນ ພາຍຫຼັງພົບຜູ້ຕິດເຊື້ອ Covid-19 ໃນເຂດຕະຫຼາດຈໍານວນຫຼາຍຄົນ.
ລາຍງານລະບຸວ່າ ການລະບາດຂອງພະຍາດ Covid-19 ຮອບໃໝ່ໃນຄັ້ງນີ້ ເກີດຂຶ້ນທີ່ບໍລິເວນຕະຫຼາດ ຊິນຟາຕີ (Xinfadi) ໃນເຂດເຟິງໄຖ. ຈາກການເກັບຕົວຢ່າງສານຄັດລັ່ງຈາກກຸ່ມຄົນທີ່ມີຄວາມໃກ້ສິດກັບເຂດຕະຫຼາດຈໍານວນ 517 ຄົນ, ພົບວ່າມີຜູ້ຕິດເຊື້ອໄວລັດທີ່ບໍ່ສະແດງອາການຈໍານວນ 45 ຄົນ.
ປະຈຸບັນທາງການປັກກິ່ງໄດ້ສັ່ງໃຫ້ມີການປິດຕະຫຼາດດັ່ງກ່າວແລ້ວ ລວມທັງຕະຫຼາດຄ້າສົ່ງອື່ນໆທົ່ວເມືອງຫຼວງປັກກິ່ງ. ນອກຈາກນີ້, ເຈົ້າໜ້າທີ່ໄດ້ມີຄໍາສັ່ງໃຫ້ຄົນໃນບໍລິເວນຕະຫຼາດຈໍານວນຫຼາຍກວ່າ 1 ແສນຄົນ ຕ້ອງໄດ້ເຂົ້າຮັບການກວດຫາເຊື້ອພະຍາດ Covid-19 ແລະ ພ້ອມທັງໄດ້ເຍີກເລີກແຜນເປີດຮຽນຂອງນັກຮຽນຊັ້ນປະຖົມສຶກສາປີ 1-3 ໃນທີ່ຈະມີຂຶ້ນວັນທີ 15 ນີ້ດ້ວຍ.


(3) ອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນວ່າ ການລະບາດຂອງພະຍາດ Covid-19 ກຳລັງເລີ່ມຕົ້ນຂຶ້ນໃໝ່ອີກຮອບ ຫຼັງມີຍອດຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນກາຍລະດັບ 2 ໝື່ນຄົນຕໍ່ມື້.
ຂະນະນີ້ ຈໍານວນຜູ້ຕິດເຊື້ອທົ່ວໂລກ ລ່າສຸດ (14 ມິຖຸນາ) ເພີ່ມສູງຂຶ້ນຢູ່ທີ່ຫຼາຍກວ່າ 7.86 ລ້ານຄົນ, ຈໍານວນຜູ້ເສັຍຊີວິດ 4.32 ແສນຄົນ ແລະ ຈໍານວນຄົນທີ່ຮັກສາເຊົາແລ້ວກວ່າ 4 ລ້ານຄົນ. ປະເທດທີ່ມີຈໍານວນຜູ້ຕິດເຊື້ອຫຼາຍສຸດ 5 ອັບດັບແມ່ນໄດ້ແກ່: ສະຫະລັດ, ເບຣຊິນ, ລັດເຊັຍ ແລະ ອັງກິດ.


(4) ໂຕເລກຄົນຕົກງານໃນສະຫະລັດ ຮອດ 44 ລ້ານຄົນແລ້ວ ແລະ ສະຫະລັດບໍ່ສາມາດ Lockdown ໄດ້ອີກແລ້ວ ເພາະເສດຖະກິດຈະພັງທະລາຍທັງໝົດ.
ທ່ານ Steven Mnuchin, ລັດຖະມົນຕີວ່າການ ກະຊວງການເງິນຂອງສະຫະລັດອາເມລິກາ ໄດ້ອອກມາບອກວ່າ "ຕອນນີ້ສະຫະລັດບໍ່ສາມາດທີ່ຈະປິດເສດຖະກິດ ຫຼື Lockdown ອີກຄັ້ງໄດ້ອີກແລ້ວ. ເນຶ່ອງຈາກວ່າ, ການ Lockdown ນັ້ນຈະເຮັດໃຫ້ເສດຖະກິດຂອງສະຫະລັດພັງທະລາຍໝົດ".
ໃນຂະນະທີ່ໂຕເລກຜູ້ຂໍຮັບສະຫວັດດີການວ່າງວຽກ (Unemployment claims) ຂອງສະຫະລັດໃນອາທິດຫຼ້າສຸດຢູ່ທີ່ 1.54 ລ້ານຄົນ ແລະ ໂຕເລກຄົນຕົກງານລວມໃນຊ້ວງ 12 ເດືອນທີ່ຜ່ານມາແມ່ນສູງເຖິງ 44.2 ລ້ານຄົນ.


(5) ເກົາຫຼີໃຕ້ປະກາດອັດສິດເງິນຮອບທີ 3, ມູນຄ່າ 2.9 ໝຶ່ນລ້ານໂດລາ ເພື່ອກະຕຸ້ນເສດຖະກິດ ແລະ ຮັບມືກັບຜົນກະທົບຈາກພະຍາດ Covid-19.
ໃນຕອນນີ້ແຕ່ລະປະເທດທົ່ວໂລກຕ່າງກໍ່ພາກັນໄດ້ຮັບຜົນກະທົບ ແລະ ເຈັບໜັກໄປຕາມໆກັນ ແລະ ເກືອບທຸກປະເທດທົ່ວໂລກກໍ່ໄດ້ມີການສົ່ງສັນຍານອັດສິດເງິນຈໍານວນມະຫາສານ ເພື່ອຟຶ້ນຟູເສດຖະກິດທີ່ກຳລັງບໍ່ດີຢ່າງໜັກໜ່ວງໃນຕອນນີ້ຈາກການລະບາດຂອງພະຍາດ Covid-19.


(6) ອັງກິດຕຽມສະເໜີໃຫ້ສັນຊາດຄົນຮົງກົງກວ່າ 3 ລ້ານຄົນ ພ້ອມທັງຂະຫຍາຍສິດທິພິເສດທາງວິຊ້າຄົນຮົງກົງ ຫາກຈີນຍັງຄົງເດີນໜ້າໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ຕໍ່ຮົງກົງ.
ໃນຊ້ວງອາທິດທີ່ຜ່ານມາ, ທ່ານ Dominic Raab, ລັດຖະມົນຕີວ່າການ ກະຊວງການຕ່າວປະເທດຂອງອັງກິດ ໄດ້ມີການປຶກສາຫາລືກັບບັນດາຊາດ 5 Eyes ເຊິ່ງປະກອບດ້ວຍ ສະຫະລັດ, ອັງກິດ, ແຄນນາດາ, ອອດສຕາລີ ແລະ ນິວຊີແລນ ກ່ຽວກັບ ເລື່ອງຄວາມເປັນໄປໄດ້ໃນການທີ່ປະເທດເລົ່ານີ້ຈະໃຫ້ການຮັບພົນລະເມືອງຂອງຮົງກົງ ຖ້າຫາກວ່າຈີນຍັງຄົງສືບຕໍ່ໃນການບັງຄັບໃຊ້ກົດໝາຍຄວາມໝັ້ນຄົງໃນຮົງກົງ ເຊິ່ງຈະເຮັດໃຫ້ເກີດການອົບພະຍົບຕາມມາໄດ້.
ໃນປະຈຸບັນມີຄົນຮົງກົງປະມານ 3.5 ແສນຄົນ ທີ່ຖືໜັງສືເດີນທາງສັນຊາດອັງກິດ ແລະ ຍັງມີພົນລະເມືອງຮົງກົງ 2.5 ລ້ານຄົນທີ່ມີຄຸນສົມບັດໃນການຂໍໜັງສືເດີນທາງປະເພດນີ້.


(7) ນ້ອງສາວຜູ້ນໍາຂອງຜູ້ນໍາເກົາຫຼີເໜຶອຂູ່ເກົາຫຼີໃຕ້ ຍ້ອນຂໍ້ພິພາດເລື່ອງການສົ່ງໃບປິວໂຄນະນາໂຈມຕີເກົາຫຼີເໜືອຂ້າມແດນ.
ວັນທີ 14 ມິຖຸນາ 2020, ສໍານັກຂ່າວ KCNA ຂອງເກົາຫຼີໃຕ້ ໄດ້ເຜີຍແຜ່ຖະແຫຼງການຂອງ ທ່ານ ນາງ ຄິມ ໂຢຈອງ, ນ້ອງສາວຂອງຜູ້ນໍາສູງສຸດເກົາຫຼີເໜືອ ເຊິ່ງມີເນື້ອໃນສໍາຄັນວ່າ " ລາວໄດ້ຮັບອໍານາດຕາມຂອບເຂດທີ່ໄດ້ຮັບມອບໝາຍຈາກທ່ານຜູ້ນໍາພັກກຳມະກອນ ແລະ ລັດຖະບານປ່ຽງຢາງ ໄດ້ສັ່ງການໃຫ້ໜ່ວຍງານທີ່ຮັບຜິດຊອບກິດຈະການກ່ຽວກັບສັດຕູ ໃນການດຳເນີນການຂັ້ນຕອນຕໍ່ໄປກັບເກົາຫຼີໃຕ້ແລ້ວ"
ຂະນະທີ່ກະຊວງລວມຊາດຂອງເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ລັດຖະບານປ່ຽງຢາງຍຶດໝັ້ນຂໍ້ຕົກລົງທັງໝົດທີ່ໄດ້ຕົກລົງຮ່ວມກັນ ໂດຍສະເພາະແມ່ນຂໍ້ຕົກລົງການຍົກລະດັບການຮ່ວມມືທາງດ້ານຄວາມໝັ້ນຄົງທີ່ຜູ້ນໍາທັງສອງຝ່າຍໄດ້ເຮັດຮ່ວມກັນໃນເດືອນ ກັນຍາ 2018.
ເຊິ່ງຂໍ້ຕົກລົງດັ່ງກ່າວເປັນສິ່ງທີ່ ທ່ານ ນາງ ຄິມ ຢູຈອງ ກ່າວເຖິງໃນຕອນຕົ້ນເດືອນມິຖຸນານີ້ວ່າ "ບໍ່ມີປະໂຫຍດອີກຕໍ່ໄປ". ຫຼັງຈາກນັ້ນ, ກໍ່ໄດ້ປິດຊ່ອງທາງການຕິດຕໍ່ສື່ສານລະດັບລັດຖະບານກັບເກົາຫຼີໃຕ້ທັງໝົດໃນອາທິດແລ້ວນີ້.


(8) ແຄນນາດາປະກາດຕຽມແບນເຕັກໂນໂລຊີ 5G ຂອງ ຫົວເວີຍ (Huawei) ສົ່ງຜົນເຮັດໃຫ້ຄວາມສໍາພັນລະຫວ່າງສອງຊາດນັບມື້ນັບຖອຍລົດ.
ບໍລິສັດເຕັກໂນໂລຊີທາງດ້ານ Wireless ລາຍໃຫຍ່ 2 ບໍລິສັດຂອງແຄນນາດາໄດ້ອອກມາເວົ້າວ່າ ພວກເຂົາຈະສ້າງເຄື່ອຂ່າຍໄຮ້ສາຍ 5G ຈາກຜູ້ໃຫ້ບໍລິການໃນທະວີບເອີຣົບ ເພື່ອກົດດັນການເຂົ້າມາມີອິດທິພົນຂອງບໍລິສັດເຕັກໂນໂລຊີລາຍໃຫຍ່ຂອງຈີນ ເຊິ່ງກໍ່ຄື ບໍລິສັດ ຫົວເວີຍ.
ນອກຈາກນີ້, ທ່ານ ຈັດສຕິນ ທຣູໂດ (Justin Trudeau), ນາຍົກລັດຖະມົນຕີຂອງແຄນນາດາ ກໍ່ຍັງໄດ້ປະກາດວ່າ ຈະຫ້າມບໍ່ໃຫ້ Huawei ເຂົ້າຮ່ວມໃນໂຄງສ້າງພື້ນຖານ 5G ຂອງປະເທດ.


(9) ອິນເດຍ, ພະຍາດ Covid-19 ກຳລັງລະບາດຢ່າງໜັກໜ່ວງ ອາດຮັກສາບໍ່ໄຫວແລ້ວ.
ຕອນນີ້ໂຮງໝໍໃນຫຼາຍລັດຂອງອິນເດຍກໍາລັງພະເຊີນກັບຈໍານວນຜູ້ຕິດເຊື້ອ Covid-19 ເຊິ່ງມີອັດຕາການຂະຫຍາຍໂຕເພີ່ມສູງຂຶ້ນໄວຫຼາຍຈົນເກີນໄປ ພາຍຫຼັງທີ່ມີການປະກາດຍຸດມາດຕະການ Lockdown ບາງສ່ວນອອກມາ.
ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນມື້ລະ 1 ໜຶ່ນຄົນ, ຈາກເດີມຈໍານວນຜູ້ຕິດເຊື້ອລວມທັງໝົດ 2 ແສນກວ່າຄົນໃນຕົ້ນເດືອນ ມິຖຸນາ ທີ່ຜ່ານມາ, ແຕ່ຜ່ານມາໄດ້ 1 ອາທິດປາຍປະກົດວ່າໃນຕອນນີ້ ອິນເດຍມີຈໍານວນຜູ້ຕິດເຊື້ອລວມທັງໝົດເພີ່ມຂຶ້ນມາເປັນ 3.2 ແສນກວ່າຄົນແລ້ວ (ເພີ່ມຂຶ້ນ 1.2 ແສນຄົນໃນອາທິດປາຍ).


(10) ການປະທ້ວງໃຫຍ່ ກ່ຽວກັບ ການຕໍ່ຕ້ານການຢ້ຽດເຊື້ອຊາດ ທີ່ມາສາຍເຫດມາຈາກການຕາຍຂອງ George Floyd ຢູ່ປະເທດສະຫະລັດອາເມລິກາ ຍັງບໍ່ມີທ່າທີ່ທີ່ຈະຍຸດຕິໃນໄວໆນີ້.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ