ໃດໂນເສົາ, ສິ່ງທີ່ມີຊີວິດຍຸກດຶກດຳບັນທີ່ໄດ້ສູນພັນໄປແລ້ວເມື່ອຫຼາຍຮ້ອຍລ້ານປີກ່ອນ. ແຕ່ນັກວິທະຍາສາດກໍ່ຍັງໃຫ້ຄວາມສົນໃຈສຶກສາຄົ້ນຄວ້າຢູ່ຕະຫຼອດມາ ໂດຍສະເພາະສຶກສາຈາກຊາກຟອດຊິ້ວ (fossil) ຂອງພວກມັນ.
ມີການຄົ້ນພົບກະເພາະຂອງໃດໂນເສົາຫຸ້ມເກາະທີ່ມີຊື່ວ່າ Borealopelta markmitchelli ທີ່ຕາຍເມື່ອ 110 ລ້ານປີກ່ອນ. ການຄົ້ນພົບກະເພາະຂອງໃດໂນເສົາທີ່ມີຄວາມສົມບູນແບບໃນຄັ້ງນີ້ ເຮັດໃຫ້ນັກວິທະຍາສາດ ໄດ້ມີການສຶກສາສິ່ງທີ່ມັນກິນເຂົ້າໄປ.
ຈາກຜົນຂອງການສຶກສາພົບວ່າ ສິ່ງທີ່ໃດໂນເສົາໂຕນີ້ກີນເຂົ້າໄປນັ້ນກໍ່ຄື: ເສດໃບໄມ້ ແລະ ຊາກພຶດອື່ນໆ. ຈາກການວິເຄາະຂອງນັກວິທະຍາສາດເຊື່ອວ່າສິ່ງທີ່ມັນກິນແມ່ນໃບອ່ອນຂອງຕົ້ນໄຊຄາດາເລດ (Cycadales) ແລະ ໃບຂອງຕົ້ນສົນ (Pine).
ນອກຈາກນີ້, ຍັງພົບ ໄມໂຄຣ ຟອດຊິ້ວ ຂອງລະອອເກສອນ ແລະ ສະປໍ 48 ຊະນິດ ລວມທັງຜົງຖ່ານທີ່ເກີດຈາກໄຟຟ້າ ເຊິ່ງຈາກການພົບ ໄມໂຄຣ ຟອດຊິ້ວ ຂອງລະອອເກສອນຈໍານວນຫຼາຍຂະໜາດນີ້ ສະແດງໃຫ້ເຫັນວ່າ ໃດໂນເສົາໂຕນີ້ກີນຈຸກຈີກ (ກິນແນວລະເລັກລະນ້ອຍ). ແລະ ຈາກການວິເຄາະຍັງໄດ້ພົບອີກວ່າ ໃດໂນເສົາໂຕນີ້ໜ້າຈະຕາຍບໍ່ດົນພາຍຫຼັງທີ່ຫາກໍ່ກີນອາຫານແລ້ວອີກດ້ວຍ.
ການຄົ້ນພົບໃນຄັ້ງນີ້, ເປັນການຄົ້ນພົບທີ່ສໍາຄັນ ໃຫ້ແກ່ການສຶກສາເພື່ອທຳຄວາມເຂົ້າໃຈກ່ຽວກັບໃດໂນເສົາກີນພຶດຂະໜາດໃຫຍ່ ລວມທັງພຶດທີ່ໄດ້ຈາກການສຶກສາໃນກະເພາະຂອງມັນຍັງເຮັດໃຫ້ເຮົາສາມາດສຶກສາລະບົບນິເວດຂອງໂລກຊ້ວງຮ້ອຍລ້ານປີກ່ອນໄດ້ອີກດ້ວຍ.
----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇
👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020
Comments
Post a Comment