Skip to main content

ອິນເດຍ-ຈີນ ເກີດການປະທະກັນຮຸນແຮງຈົນເຮັດໃຫ້ເກີດການເສຍຊີວິດເປັນຄັ້ງທຳອິດໃນຮອບ 40 ກວ່າປີ



ອິນເດຍໄດ້ຖະແຫຼງການວ່າ: "ເກີດການປະທະກັນຮຸງແຮງລະຫວ່າງອິນເດຍ ແລະ ຈີນ ຢູ່ທີ່ເຂດຊາຍແດນບໍລິເວນພູຫີມະໄລ ເຊິ່ງທາງອິນເດຍສູນເສຍຊີວິດທະຫານ 2 ຄົນ ແລະ ເຈົ້າໝ້າທີ່ທ້ອງຖິ່ນອີກ 1 ຄົນ".

ເຫດການປະທະກັນໃນຄັ້ງນີ້ເກີດຂຶ້ນໃນຕອນເດີກຂອງວັນຈັນ, ວັນທີ 15 ມິຖຸນາ 2020 ທີ່ບໍລິເວນພູກົວຫວານ (Galwan valley) ເຊິ່ງທາງການອິນເດຍລະບຸວ່າມີການປະທະກັນມືເປົ່າແບບບໍ່ມີອາວຸດປຶນ ຈົນເຮັດໃຫ້ທັງສອງຝ່າຍໄດ້ຮັບຄວາມສູນເສຍ. ພາຍຫຼັງທີ່ເກີດເຫດ, ນາຍທະຫານລະດັບອາວຸໂສທັງສອງຝ່າຍໄດ້ມີການເຈລະຈາ ແລະ ປຶກສາຫາລື ເພື່ອແກ້ໄຂບັນຫາຄວາມເຄັ່ງຕຶງທີ່ເກີດຂຶ້ນ.


ຕໍ່ມາ, ທ່ານ Hu Xinjin, ບັນນາທິການໃຫຍ່ໜັງສືພີມ Global Times ເຊິ່ງເປັນໜຶ່ງໃນສື່ທີ່ທາງການຈີນໃຫ້ການສະໜັບສະໜູນ ໄດ້ມີການໂພດທະວິດເຕີ (Twitter) ໂດຍມີໃຈຄວາມວ່າ: "ເທົ່າທີ່ຮູ້ມາ, ທາງການຈີນກໍ່ໄດ້ຮັບຄວາມເສຍຫາຍເຊັ່ນກັນ ເຊິ່ງຂ້ອຍຕ້ອງການບອກທາງການອິນເດຍວ່າ ຢ່າຄິດວ່າຈີນອ່ອນແອ, ພວກເຮົາບໍ່ຕ້ອງການປະທະກັບອິນເດຍ ແຕ່ພວກເຮົາກໍ່ບໍ່ຢ້ານ".


ພາຍຫຼັງທີ່ມີທະວິດນີ້ອອກມາ ກໍ່ເກີດມີການລີທະວິດ ແລະ ສະແດງຄວາມຄິດເຫັນໃນວົງກວ້າງຈົນເຮັດໃຫ້ເກີດມີການດຣາມານ້ອຍໆທີ່ອາດຈະເກີດເປັນປະເດັນທີ່ຮ້ອນແຮງຂຶ້ນມາເທິ່ງໂລກອ່ອນໄລນ໌ກໍ່ເປັນໄດ້.


ຕໍ່ມາບໍ່ດົນ, ກອງທັບຈີນກໍ່ໄດ້ອອກຖະແຫຼງການຕໍ່ກໍລະນີການປະທະກັນໃນຄັ້ງນີ້ ໂດຍໄດ້ລະບຸວ່າ: "ເຫດການທີ່ເກີດຂຶ້ນແມ່ນເກີດຈາກການຂ້າມເຂດແດນຄວບຄຸມບໍລິເວນພູກົວຫວານຂອງຝ່າຍອິນເດຍເຂົ້າມາທາງຝັ່ງຂອງຈີນ ເຊິ່ງຈີນມີອຳນາດ ແລະ ອະທິປະໄຕຢູ່ບໍ່ລິເວນຈຸດນັ້ນ. ນອກຈາກນັ້ນ, ຍັງເກີດມີການແທ້ທາຍໂດຍເຈດຕະນາຂອງທາງຝ່າຍອິນເດຍຈົນເຮັດໃຫ້ເກີດການສູນເສຍຂຶ້ນ ເຊິ່ງທາງຝ່າຍອິນເດຍໄດ້ລະເມີດຂໍ້ຕົກລົງຂອງສອງປະເທດໃນການເຈລະຈາຢຸດຕິຂໍ້ພິພາດ".

ທາງກອງທັບຈີນໄດ້ເນັ້ນຢໍ້າຂໍ້ໃຫ້ອິນເດຍຄວບຄຸມບໍ່ໃຫ້ມີການຝ່າຝຶນ ແລະ ການກະທຳທີ່ທ້າທາຍຕໍ່ຝ່າຍຈີນ ເຊິ່ງທັງສອງປະເທດຄວນກັບໄປສູ່ການເຈລະຈາທີ່ຖືກຕ້ອງໃນການແກ້ໄຂຂໍ້ຂັດແຍງ.


----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ