Skip to main content

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ກະຊວງການຄ້າຂອງສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ກວ່າ 100 ບໍລິສັດ ເຊິ່ງປະກອບມີບໍລິສັດຈີນ 58 ແຫ່ງ ແລະ ບໍລິສັດຣັດເຊຍ 45 ແຫ່ງ ໂດຍໃຫ້ເຫດຜົນວ່າບັນດາບໍລິສັດເລົ່ານີ້ພົວພັນກັບກອງທັບຈີນ.

ນັ້ນກໍ່ໝາຍຄວາມວ່າ ຖ້າບໍລິສັດໃດຂອງສະຫະລັດທີ່ຕ້ອງການຈະຄ້າຂາຍ ເພື່ອວັດຖຸປະສົງທາງການທະຫານກັບບັນດາບໍລິສັດທີ່ຖືກຂຶ້ນບັນຊີດຳເລົ່ານີ້ ຈະຕ້ອງໄດ້ຂໍອະນຸຍາດຈາກລັດຖະບານສະຫະລັດກ່ອນ.

ສ່ວນ ທ່ານ ວິວເບີ້ ຣອດສ໌, ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ໄດ້ກ່າວວ່າ: "ກະຊວງການຄ້າໄດ້ຄຳນຶງເຖີງຄວາມຈໍາເປັນໃນການຍົກລະດັບການເປັນພັນທະມິດກັບບໍລິສັດຂອງສະຫະລັດ ແລະ ບໍລິສັດທົ່ວໂລກ ເພື່ອຕໍ່ສູ້ກັບຈີນ ແລະ ຣັດເຊຍ ທີ່ພະຍາຍາມຖ່າຍໂອນເຕັກໂນໂລຊີຂອງສະຫະລັດໄປຍັງໂຄງການດ້ານການທະຫານຂອງພວກເຂົາ".

ເຊິ່ງມາດຕະການດັ່ງກ່າວຂອງສະຫະລັດທີ່ອອກມາໃນຄັ້ງນີ້ຈະເປັນການເປີດທາງໃຫ້ລັດຖະບານສະຫະລັດສາມາດເຂົ້າມາກວດສອບບໍລິສັດຕ່າງໆທີ່ອາດມີຈີນເປັນເຈົ້າຂອງ ຫຼື ຄອບຄອງໂດຍກອງທັບຈີນອີກດ້ວຍ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສື່ຈີນເຢີ້ຍ ທ່ານ ທໍ້າ