Skip to main content

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ


ສື່ທ້ອງຖີ່ນຝຣັ່ງລາຍງານວັນອາທິດທີ 30 ສິງຫາ ທີ່ຜ່ານມາວ່າ ເຈົ້າໜ້າທີ່ທະຫານລະດັບສູງຂອງຝຣັ່ງຊັ້ນພັນໂທທີ່ປະຈໍາການໃນກອງທັບນາໂຕ້ຢູ່ປະເທດອິຕາລີຖືກຈັບ ແລະ ຖືກສົ່ງຟ້ອງສານໃນຂໍ້ຫາແອບເປັນສາຍລັບໃຫ້ກັບໜ່ວຍສືບຂ່າວຣັດເຊຍ GRU.

ເຊິ່ງຕໍ່ມາບໍ່ດົນຂ່າວດັ່ງກ່າວກໍ່ໄດ້ຮັບການຢັ້ງຢືນແລ້ວຈາກທ່ານ ນາງ ໂຟຼເຣັນ ປາລີ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຂອງຝຣັ່ງວ່າເປັນຄວາມຈິງ.

"ສິ່ງທີ່ຂ້ອຍສາມາດຢັ້ງຢືນໄດ້ກໍ່ຄືເຈົ້າໜ້າທີ່ທະຫານລະດັບສູງກຳລັງຈະພົບກັບຂະບວນການທາງກົດໝາຍໃນຄວາມຜິດຖານລະເມີດຄວາມໜັ້ນຄົງ"

"ພວກເຮົາໄດ້ໃຊ້ທຸກມາດຕະການປ້ອງກັນທີ່ຈໍາເປັນ ເພື່ອເຮັດໃຫ້ໝັ້ນໃຈວ່າລະບົບຍຸດຕິທຳຈະສານມາດເຮັດໜ້າທີ່ຂອງມັນໄດ້ໂດຍທີ່ບໍ່ຕ້ອງມີການເຂົ້າໄປແຊກແຊງແຕ່ຢ່າງໃດ". ທ່ານ ນາງ ປາລີ ກ່າວກັບນັກຂ່າວ.

ນອກຈາກນີ້, ທ່ານ ນາງ ປາລີ ຍັງໄດ້ກ່າວຕື່ມອີກວ່າ: "ສາຍລັບຄົນນີ້, ລາວຈະຖືກດຳເນີນຄະດີຈາກການໃຫ້ຂໍ້ມູນລັບກັບມະຫາອຳນາດຕ່າງຊາດ ແລະ ເກັບສັງລວມຂໍ້ມູນທີ່ຈະເປັນໄພຕໍ່ຜົນປະໂຫຍດພື້ນຖານຂອງຊາດ ໂດຍມີເປົ້າໝາຍເພື່ອມອບໃຫ້ຕ່າງຊາດ ລວມໄປເຖີງການຍອມທີ່ຈະເປີດເຜີຍຄວາມລັບກ່ຽວກັບຄວາມໝັ້ນຄົງທາງດ້ານການທະຫານ".

ຈາກການສືບສວນໃນເບື່ອງຕົ້ນພົບວ່າ ທະຫານຄົນດັ່ງກ່າວໄດ້ລົມກັບຄົນຣັດເຊຍ ແລະ ຖືກພົບວ່າໄດ້ມີການຕິດຕໍ່ກັບໂຕແທນຂອງໜ່ວຍສືບຂ່າວຣັດເຊຍ GRU ທີ່ປະເທດອິຕາລີ. ດັ່ງນັ້ນ, ລາວຈຶ່ງຖືກຈັບໂດຍເຈົ້າໜ້າທີ່ສືບຂ່າວ DGS. ປະຈຸບັນທະຫານຄົນດັ່ງກ່າວຖືກສົ່ງໂຕໄປກັກໄວ້ໃນຄຸກທີ່ນະຄອນຫຼວງປາລີ ເພື່ອລໍຖ້າຂຶ້ນສານຕັດສີນຕາມຂະບວນການຍຸດຕິທຳຂອງຝຣັ່ງ.

----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ