ທ່ານ ຈອນ ໂບຕັ້ນ,
ອະດິດທີ່ປຶກສາທາງດ້ານຄວາມໝັ້ນຄົງຂອງ ທ່ານ ໂດນໍ້ ທໍ້າ, ໄດ້ເຜີຍແຜ່ປື້ມໜັງສືຄວາມຍາວ 557 ໜ້າ, ຊື່ວ່າ “The
Room Where It Happened: A White House Memoir” ທີ່ເລົ່າເລື່ອງກ່ຽວກັບລັດຖະບານສະຫະລັດ
ແລະ ພຶດຕິກຳຂອງ ທ່ານ ໂດນໍ ທໍ້າ ໃນທໍານຽມຂາວ.
ທຸກຢ່າງກ່ຽວກັບການເລືອກຕັ້ງປະທານາທິບໍດີ
ຕອນໜຶ່ງໃນປື້ມໜັງສຶລະບຸວ່າ ລະຫວ່າງທີ່ ທ່ານ ໂດນໍ້ ທໍ້າ ພົບກັບຜູ້ນໍາຈີນ, ທ່ານ ສີ ຈີ້ນຜິງ ໃນເດືອນ ມິຖຸນາ 2019 ທີ່ເມືອງໂອຊາກ້າ, ປະເທດຢີ່ປຸ່ນ, ທ່ານ Donal Trump ໄດ້ກ່າວກັບ ທ່ານ ສີ ຈີ້ນຜິງ ວ່າພັກດີໂມແຄຣດ(Democratic Party) ເປັນປໍລະປັກກັບຈີນ. ຈາກນັ້ນ
ທ່ານ ທໍ້າ ກໍ່ໄດ້ປ່ຽນບົດສົນທະນາໄປເປັນເລື່ອງການເລືອກຕັ້ງປະທານາທິບໍດີ ແລະ ໄດ້ຂໍໃຫ້ຈີນຊ່ວຍໂຕເອງໃຫ້ໄດ້ຮັບການເລືອກຕັ້ງອີກສະໄໝ.
ຢ່າງໃດກໍ່ຕາມ,
ຕົວແທນການຄ້າຂອງສະຫະລັດ, ທ່ານ ໂຣເບີດ ໄລທ໌ທິເຊີລ໌
ໄດ້ບະບຸວ່າ: ລາວກໍ່ຢູ່ໃນກອງປະຊຸມລະຫວ່າງ ທ່ານ ທໍ້າ ແລະ ທ່ານ ສີ ຈີ້ນຜິງ ເຊັ່ນກັນ, ແຕ່ລາວບໍ່ເຄີຍໄດ້ຍິນ ທ່ານ ທໍ້າ ຮ້ອງຂໍໃຫ້ ທ່ານ
ສີ ຊື້ຜົນຜະລິດທາງດ້ານການກະເສດໃຫ້ຫຼາຍຂຶ້ນ ເພື່ອໃຫ້ແນ່ໃຈວ່າທ່ານປະທານາທິບໍດີຈະໄດ້ຮັບໄຊຊະນະອີກຄັ້ງໜຶ່ງ.
ທ່ານ ໄລທ໌ທິເຊີລ໌ ກ່າວວ່າ: ສິ່ງທີ່ ທ່ານ ໂບຕັ້ນ ຂຽນນັ້ນມັນບໍ່ແມ່ນຄວາມຈິງທີ່ເກີດຂຶ້ນ.
ທຳນຽບຂາວໄດ້ພະຍາຍາມຢຸດການເຜີຍແຜ່ຂອງປື້ມໜັງສືເຫຼັ້ມນີ້. ໃນວັນອັງຄານທີ່ຜ່ານມາ, ກະຊວງຍຸຕິທຳ ໄດ້ຍື່ນເລື່ອງຕໍ່ສານເພື່ອໂຈະການເຜີຍແຜ່.
ໂດຍອ້າງວ່າປື້ມໜັງສືເຫຼັ້ມນີ້ມີເນື້ອຫາກ່ຽວກັບຂໍ້ມູນທີ່ເປັນຄວາມລັບ ແລະ ຕ້ອງຜ່ານການກວດສອບໂດຍຄະນະກຳມະການຄວາມໝັ້ນຄົງແຫ່ງຊາດກ່ອນ,
ແຕ່ໃນເດືອນເມສາທີ່ຜ່ານມາ, ເຈົ້າໜ້າທີ່ລັດຖະບານໄດ້ກວດສອບໜັງສືແລ້ວພົບວ່າບໍ່ມີຂໍ້ມູນທີ່ເປັນຄວາມລັບ.
ທ່ານ ໂບຕັ້ນ ກ່າວວ່າ: ຍ້ອນຄວາມຕ້ອງການຜ່ານການກວດສອບ ລາວຈຶ່ງຕ້ອງປ່ຽນແປ່ງເນື້ອໃນຈາກຕົ້ນສະບັບທຳອິດຫຼາຍຢ່າງ
ເພື່ອທີ່ຈະໄດ້ຮັບອະນຸຍາດໃຫ້ເຜີຍແຜ່,
ແຕ່ສ່ວນໃຫຍ່ກໍ່ບໍ່ໄດ້ປ່ຽນຄວາມຈິງທີ່ຕ້ອງການຈະເລົ່າ ແລະ ລາວໄດ້ຖືກຂໍໃຫ້ຕື່ມຄໍາວ່າ
"ໃນມຸມມອງຂອງຂ້ອຍ" ເພື່ອໃຫ້ແນ່ໃຈວ່າເປັນການສະແດງຄວາມຄິດເຫັນຂອງລາວແທນທີ່ຈະເປັນເລື່ອງຂໍ້ມູນທີ່ອ່ອນໄຫວ. ນອກຈາກນີ້,
ໂບຕັ້ນ ຍັງໄດ້ບະບຸວ່າ: ລາວຖືກຂໍໃຫ້ຕັດຄໍາເວົ້າຈາກບົດສົນທະນາລະຫວ່າງ ທ່ານ ທໍ້າ
ກັບຜູ້ນໍາປະເທດຕ່າງໆອອກ ລວມທັງຄໍາເວົ້າຂອງລາວເອງກັບຜູ້ນໍາປະເທດຕ່າງໆອີກດ້ວຍ.
ທ່ານ ໂບຕັ້ນ ຍັງໄດ້ເລົ່າໃນປື້ມວ່າ: ລະຫວ່າງຕອນກີນອາຫານແລງທີ່ເມືອງໂອຊາກ້າ,
ປະເທດຍີ່ປຸ່ນ ໃນກອງປະຊຸມ ຈີ 20 ເຊິ່ງນອກຈາກຜູ້ນໍາປະເທດແລ້ວ
ຈະມີພຽງແຕ່ລ່າມແປພາສາເທົ່ານັ້ນ,
ເຊິ່ງລ່າມໄດ້ເລົ່າໃຫ້ ທ່ານ ໂບຕັ້ນ ຟັງວ່າ ທ່ານ ສີ ຈີ້ນຜິງ ໄດ້ອະທິບາຍໃຫ້ ທ່ານ
ທໍ້າ ຟັງເຖິງເຫດຜົນທີ່ເຂົາຕ້ອງສ້າງຄ້າຍກັກໂຕຄົນອຸຍກູໃນແຂວງຊິນຈ່ຽງ ແລະ ທ່ານ ທໍ້າ ກໍ່ໄດ້ຕອບກັບວ່າ:
ທ່ານ ສີ ກໍ່ຄວນຈະສືບຕໍ່ເຮັດໄປ ເຊິ່ງ ທ່ານ ທໍ້າ ຄິດວ່າເປັນສິ່ງທີ່ຖືກຕ້ອງແລ້ວ.
ແຕ່ກ່ອນໜ້ານີ້ ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ລາຍງານວ່າມີຄົນອຸຍກູ
ແລະ ຊາດຕິພັນຊົນເຜົາກຸ່ມນ້ອຍ ເຖິງ 1 ລ້ານຄົນ ທີ່ຖືກກັກໂຕໄວໃນຄ້າຍກັກໂຕຂອງລັດຖະບານຈີນ
ແລະ ຍັງມີລາຍງານວ່າພວກເຂົາຖືກທໍລະມານ,
ຖືກທຳຮ້າຍຮ່າງກາຍ, ຖືກລ່ວງລະເມີດທາງເພດ, ຖືກບັບຄັງໃຫ້ເຮັດວຽກໜັກ ແລະ ເຖິງຂັ້ນເສັຍຊີວິດ.
ປະສິດທິພາບທິມບໍລິຫານ ແລະ ພຶດຕິກຳຂອງ ທ່ານ ທໍ້າ
ທ່ານ ໂບຕັ້ນ ໄດ້ວິພາກວິຈານຄະນະເຮັດວຽກອາວຸໂສ ແລະ ທ່ານ ທໍ້າ
ວ່າເປັນສິ່ງທີ່ປະຫຼາຍໃຈຫຼາຍທີ່ຄະນະຂຸດນີ້ຍັງຄົງດຳເນີນການຢູ່ທໍານຽບຂາວໄດ້ ແລະ ບໍ່ຕ້ອງເວົ້າເຖິງເລີຍເລື່ອງລັດຖະບານກາງຂອງ
ທ່ານ ທໍ້າ ຈະຮັບຟັງລາຍງານຂ່າວກອງພຽງອາທິດລະ 2 ຄັ້ງ. ເພາະສ່ວນຫຼາຍ
ທ່ານ ທໍ້າ ເອງຈະເປັນຄົນເວົ້າຢູ່ຝ່າຍດຽວ,
ເວົ້າຫຼາຍກວ່າຄົນອື່ນທີ່ມາລາຍງານວຽກອີກ ແຖມມັກເວົ້າແຕ່ເລື່ອງທີ່ບໍ່ກ່ຽວຂ້ອງກັບຫົວຂໍ້ທີ່ກຳລັງລາຍງານຢູ່.
ປື້ມຍັງໄດ້ເລົ່າອີກວ່າ: ທ່ານ ທໍ້າ ຄິດວ່າປະເທດຟິນແລນ ເປັນສ່ວນໜຶ່ງຂອງຣັດເຊຍ.
ທ່ານ ທໍ້າ ບໍ່ຮູ້ວ່າສະຫະລາດສະອານາຈັກ ເປັນມາຫາອຳນາດທາງດ້ານນິວເຄຍ ແລະ ເອີ້ນນັກຂ່າວວ່າ
‘’Scumbags = ຖົງຂີ້ເຢື້ອ’’ ທີ່ຄວນ ‘’ຖືກປະຫານຊີວິດ’’.
ທ່ານ ໂບຕັ້ນ ໄດ້ເລົ່າໃນປື້ມວ່າ: ລາວໄດ້ສະແດງຄວາມກັງວົນກັບລັດຖະມົນຕີວ່າການ
ກະຊວງຍຸຕິທຳ, ທ່ານ ວິວລ້ຽມ ບາ, ເລື່ອງບົດສົນທະນາຂອງ
ທ່ານ ທໍ້າ ກັບຜູູ້ນໍານາໆຊາດ ພ້ອມທັງໄດ້ລົມເລື່ອງນີ້ກັບລັດຖະມົນຕີວ່າການ ກະຊວງການຕ່າງປະເທດ,
ທ່ານ ໄມ ຍອມເປໂອ ອີກດ້ວຍ.
ທ່ານ ທໍ້າ ກັບຜູ້ນໍາຜະເດັດການ
ທ່ານ ໂບຕັ້ນ ໄດ້ໃຫ້ສໍາພາດກັບສະຖານນີທໍລະທັດຊ້ອງ ເອບີຊີ ວ່າ:
ທ່ານ ປູຕີນ, ປະທານາທິບໍດີຂອງຣັດເຊຍຄິດວ່າຕົນເອງສາມາດຄວບຄຸມ
ແລະ ຊັກຈູງ ທ່ານ ທໍ້າ ໄດ້. "ຂ້ອຍຄິດວ່າ ທ່ານ
ປູຕີນ ສະຫຼາດ ແລະ ເຂັ້ມແຂງ. ຂ້ອຍຄິດວ່າລາວເຫັນວ່າບໍ່ໄດ້ກຳລັງພະເຊີນໜ້າກັບຄູ່ປັບທີ່ແທ້ຈິງ.
ຂ້ອຍບໍ່ຄິດວ່າລາວຈະມີຄວາມກັງວົນເລື່ອງ ທ່ານ ທໍ້າ" ທ່ານ ໂບຕັ້ນ ກ່າວ.
ປື້ມຂອງ ທ່ານ ໂປຕັ້ນ ຍັງໄດ້ລະບຸວ່າ: ຜູ້ນໍາເກົາຫຼີເໜືອ, ທ່ານ ຄິມ ຈອງອຶມ ກໍ່ສາມາດຊັກຈູງ ທ່ານ ທໍ້າ
ໄດ້ເຊັ່ນກັນ. ລາວອະທິບາຍວ່າ: ຂ້ອຍບໍ່ເຫັນດີຢ່າງຮຸນແຮງກັບວິທີຂອງ ທ່ານ ທໍ້າ ເຂົ້າຫາເກົາຫຼີເໜືອ,
ບໍ່ວ່າຈະເປັນການປະຊຸມສຸດຍອດທີ່ປະເທດສິງຄະໂປ ລະຫວ່າງ ທ່ານ ທໍ້າ ແລະ ທ່ານ ຄິມ. ພາຍຫຼັງຈາກການປະຊຸມ
ທ່ານ ໂບຕັ້ນ ລະບຸວ່າ: ການປະຊຸມເກີດຂຶ້ນຍ້ອນເກົາຫຼີໃຕ້ ແລະ ເປັນເລື່ອງ "ການລວມຊາດເກົາຫຼີ" ຫຼາຍກວ່າຍຸດທະສາດທີ່ຈະດຶງ
ທ່ານ ຄິມ ມາເປັນສ່ວນໜຶ່ງຂອງປະຊາຄົມໂລກ.
ຄວາມເຫັນຈາກທໍານຽບຂາວ
ສໍານັກຂ່າວເອພີ ລະບຸວ່າ: ທໍານຽບຂາວບໍ່ໄດ້ມີປະຕິກິລິຍາຫຍັງຕອນຂໍຄໍາເຫັນກ່ຽວກັບປື້ມໜັງສືຂອງ
ທ່ານ ໂບຕັ້ນ. ໃນຂະນະທີ່ໂຄສົກປະຈໍາທຳນຽບຂາວ ທ່ານ ນາງ ເຄລີ້ ແມກເອນານີ ໄດ້ບະບຸວ່າ: "ຂໍ້ມູນລັບໃນໜັງສຶ ແມ່ນມີແຕ່ຂໍມູນທີ່ເປັນຄວາມລັບ
ເຊິ່ງໃຫ້ອະໄພບໍ່ໄດ້". ຕໍ່ມາ,
ວັນພຸດທີ່ຜ່ານມາ, ທ່ານ ທໍ້າ ໄດ້ເວົ້າເຖິງ
ທ່ານ ໂບຕັ້ນວ່າ: "ຄົນຂີ້ຕັວະ" ແລະ "ທຸກຄົນໃນທໍນຽບຂາວຊັງ ຈອນ ໂບຕັ້ນ".
----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇
👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020






Comments
Post a Comment