ຍ້ອນຫຼັງກັບໄປໃນປີ 2019 ເປັນຕົ້ນມາຈົນເຖິງປະຈຸບັນ, ບໍລິສັດຫົວເວີຍ (Huawei) ຍັກໃຫຍ່ທາງດ້ານເຕັກໂນໂລຊີຂອງຈີນແມ່ນໄດ້ພະເຊີນກັບຂໍ້ກ່າວຫາຈາກສະຫະລັດໃນຫຼາຍປະເດັນ. ສະຫະລັດອ້າງວ່າ Huawei ມີຄວາມສ່ຽງທາງດ້ານຄວາມປອດໄພ, ແຕ່ Huawei ກໍ່ໄດ້ປະຕິເສດຂໍ້ກ່າວຫານີ້ມາໂດຍຕະຫຼອດ.
ຢ່າງໃດກໍ່ຕາມ, ສະຫະລັດກໍ່ໄດ້ດໍາເນີນການຂວໍ້າບາດ Huawei ເຊິ່ງເປັນການຕັດສິນໃຈທີ່ສົ່ງຜົນຮ້າຍຕໍ່ບໍລິສັດ Huawei ຢ່າງໃຫຍ່. ສະຫະລັດບໍ່ໄດ້ພຽງແຕ່ຫ້າມບໍ່ໃຫ້ Huawei ເຮັດທຸລະກິດກັບບໍລິສັດພາຍໃນປະເທດຂອງຕົນເອງເທົ່ານັ້ນ, ແຕ່ຍັງໄດ້ພະຍາຍາມຊັກຊວນ ແລະ ໂນ້ມນ້າວໃຫ້ປະເທດພັນທະມິດຂອງຕົນເອງໃນການແບນ Huawei ຄືກັນກັບຕົນເອງນໍາອີກ.
ໃນຂະນະທີ່ສະຫະລັດອ້າງວ່າການຂວໍ້າບາດເປັນເຫດຜົນກ່ຽວກັບທາງດ້ານຄວາມໜັ້ນຄົງຂອງຊາດ, ແຕ່ກໍ່ມີນັກວິເຄາະ ແລະ ຜູ້ຊ່ຽວຊານຫຼາກຫຼາຍສາຂາຈາກຫຼາຍສະຖາບັນເຊື່ອວ່າການຂວໍ້າບາດໃນຄັ້ງນີ້ເປັນຍ້ອນຄວາມກ້າວໜ້າທາງດ້ານເຕັກໂນໂລຊີ 5G ຂອງ Huawei ຫຼາຍກ່ອນ.
ແຕ່ມາຮອດປະຈຸບັນນີ້, ອີງຕາມການລາຍງານຂອງແຫຼ່ງຂ່າວຫຼາຍແຫ່ງ, ເບິ່ງຄືວ່າສະຫະລັດກຳລັງໄດ້ມີການແກ້ໄຂກົດໝາຍເພື່ອສະໜັບສະໜູນການພັດທະນາ 5G.
ໂດຍສະຫະລັດໄດ້ແກ້ໄຂກົດໜາຍໃນການອະນຸຍາດໃຫ້ບໍລິສັດ ຄໍຄອມ (Qualcomm) ແລະ ບໍລິສັດອື່ນໆທີ່ຢູ່ໃນສະຫະລັດສາມາດເຮັດທຸລະກິດກັບ Huawei ໄດ້ ເພື່ອພັດທະນາເຕັກໂນໂລຊີ ແລະ ເຄືອຂ່າຍ 5G ໃຫ້ໄດ້ໃນລະດັບມາດຕະຖານ. ໃນລາຍງານລະບຸວ່າ ກະຊວງການຄ້າ ແລະ ໜ່ວຍງານອື່ນໆຂອງສະຫະລັດໄດ້ມີການລົງນາມແກ້ໄຂກົດໜາຍນີ້ ແລະ ກຳລັງລໍຖ້າທີ່ຈະເຜີຍແຜ່ໃນ Federal Register (ເປັນເອກກະສານລັດຖະບານກາງກ່ຽວກັບ ລະບຽບ ແລະ ຂໍ້ບັງຄັບໜ່ວຍງານຂອງລັດ).
ນອກຈາກນີ້, ຣອຍເຕີ (Rueter) ສໍານັກຂ່າວຊື່ດັງຂອງອັງກິດ ຍັງໄດ້ເຜີຍແຜ່ຖະແຫຼງການຂອງ ທ່ານ ວິວເບີ ຣອດສ໌ (Wilbur Ross), ລັດຖະມົນຕີວ່າການ ກະຊວງການຄ້າຂອງສະຫະລັດ ເຊິ່ງມີໃຈຄວາມວ່າ: "ສະກະລັດບໍ່ຍອຍແພ້ໃນເຊິງການເປັນຜູ້ນໍານະວັດຕະກຳລະດັບໂລກ, ໜ່ວຍງານຂອງພວກເຮົາເນັ້ນໃສ່ການປົກປ້ອງຄວາມໜັ້ນຄົງແຫ່ງຊາດ ແລະ ຜົນປະໂຫຍດຈາກນະໂຍບາຍຕ່າງປະເທດ ໂດຍການສົ່ງເສີມໃຫ້ພາກອຸດສະຫະກຳໃນສະຫະລັດມີສ່ວນຮ່ວມ ແລະ ສະໜັບສະໜູນເຕັກໂນໂລຊີຂອງສະຫະລັດຢ່າງເຕັມທີ່ ເພື່ອໃຫ້ເປັນມາດຕະຖານສາກົນ".
ດ້ານຕົວແທນຂອງ Huawei ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນເພີ່ມເຕີມໃນປະເດັນດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ດີ, ທາງດ້ານນັກວິເຄາະຈາກຫຼາຍສໍານັກໄດ້ມີຄວາມເຫັນໄປໃນທິດທາງດຽວກັນວ່າ: ທ່າທີ່ຂອງສະຫະລັດທີ່ມີຕໍ່ Huawei ໃນຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າສະຫະລັດພ້ອມທີ່ຈະເປີດຮັບ Huawei ຢ່າງເຕັມທີ່, ແຕ່ມາຈາກການທີ່ສະຫະລັດໄດ້ຮູ້ຕົນເອງແລ້ວວ່າເສຍປຽບໃນດ້ານການພັດທະນາເຕັດໂນໂລຊີ 5G ໃນຂັ້ນພື້ນຖານຈາກການຂຶ້ນບັນຊີດໍາ Huawei ເຊິ່ງສົ່ງຜົນຕໍ່ເນື່ອງເຮັດໃຫ້ເກີດອຸປະສັກສໍາລັບບໍລິລັດໃນປະເທດ ທີ່ຕ້ອງພັດທະນາອຸປະກອນຕ່າງໆໃຫ້ເຮັດວຽກຮ່ວມກັນກັບອຸປະກອນດັ່ງກ່າວນັ້ນເອງ.
ຢ່າງໃດກໍ່ຕາມ, ບຸກຂະລາກອນ ແລະ ເຈົ້າໜ້າທີ່ຂອງສະຫະລັດໄດ້ເນັ້ນຢໍ້າວ່າ ການປ່ຽນແປງກົດໃນຄັ້ງນີ້ບໍ່ແມ່ນວ່າສະຫະລັດຈະຫຼຸດການຂວໍ້າບາດ Huawei ລົງ, ແຕ່ມີວັດຖຸປະສົງເພື່ອສ້າງຄວາມໝັ້ນໃຈວ່າບໍລິສັດຂອງສະຫະລັດຈະມີສ່ວນຮ່ວມຢ່າງເຕັມທີ່ໃນການກຳນົດມາດຕະຖານເຕັກໂນໂລຊີ 5G.
----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇
👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020
Comments
Post a Comment