Skip to main content

ປະທານາທິບໍດີ ທຣໍາ ຕ້ອງການເຊີນຣັດເຊຍ ແລະ ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ ເຂົ້າກຸ່ມ G7

ປະທານາທິບໍດີ ທຣໍາ ຕ້ອງການເຊີນຣັດເຊຍ ແລະ ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ ເຂົ້າກຸ່ມ G7, ແຕ່ຝຣັ່ງ ຄັດຄ້ານຣັດເຊຍ ສ່ວນຍີ່ປຸ່ນຄັດຄ້ານເກົາຫຼີໃຕ້.

ຊ້ວງເດືອນພຶດສະພາ 2020 ທີ່ຜ່ານມາ, ທາງດ້ານປະທານາທິບໍ່ດີສະຫະລັດ ທ່ານ ໂດນໍ ທຣໍາ ໄດ້ອອກມາປະກາດວ່າ ຄວນຈະມີການເລື່ອນການປະຊຸມ G7 ອອກໄປກ່ອນ ເນື່ອງຈາກການລະບາດຂອງພະຍາດ Covid-19 ແລະ ໃນຂະນະດຽວກັນທ່ານຍັງໄດ້ບອກວ່າກຸ່ມສະມາຊິກທີ່ມີຢູ່ນີ້ຂ້ອນຂ້າງທີ່ຈະບໍ່ໄດ້ສະທ້ອນພາບເສດຖະກິດໂລກໃນປະຈຸບັນແລ້ວ.
ກຸ່ມປະເທດ G7 ແມ່ນກຸ່ມປະເທດອຸດສະຫະກຳຊັ້ນນໍາຂອງໂລກ, ກໍ່ຕັ້ງຂຶ້ນໃນປີ 1975. ປະຈຸບັນປະເທດໃນກຸ່ມ G7 ປະກອບດ້ວຍສະຫະລັດ, ຍີ່ປຸ່ນ, ເຢັຍລະມັນ, ແຄນນາດາ, ສະຫະລາດສະອານາຈັດ, ຝຣັ່ງ ແລະ ອິຕາລີ ເຊິ່ງປະທານາທິບໍດີ ທຣໍາ ຕ້ອງການເຊີນປະເທດອື່ນໆເຂົ້າມາອີກ ເຊັ່ນ: ຣັດເຊຍ, ເກົາຫຼີໃຕ້, ອອດສະຕາລີ ແລະ ອິນເດຍ, ແຕ່ຝຣັ່ງຂ້ອນຂ້າງທີ່ຈະຕໍ່ຕ້ານປະເທດຣັດເຊຍ ເນື່ອງຈາກໃນຊ້ວງປີ 2014 ມີບັນຫາກັນໃນເລື່ອງທີ່ລັດເຊຍໄດ້ຍຶດເອົາແຫຼມໄຄຣເມຍເຂົ້າເປັນສ່ວນໜຶ່ງຂອງປະເທດຣັດເຊຍ. ຂະນະທີ່ຍີ່ປຸ່ນເອງກໍ່ໄດ້ອອກມາປະກາດວ່າ: ເກົາຫຼີໃຕ້ບໍ່ເໝາະສົມທີ່ຈະເຂົ້າມາໃນກຸ່ມ G7 ແລະ ບໍ່ຢາກໃຫ້ມີປະເທດອື່ນໆໃນທະວີບອາຊີເຂົ້າມາຮ່ວມໃນກຸ່ມ G7.
ໄລຍະຫຼັງໆມານີ້, ເກົາຫຼີໃຕ້ ແລະ ຍີ່ປຸ່ນມີຄວາມຂັດແຍ່ງກັນຫຼາຍຂຶ້ນເລື້ອຍໆ ບໍ່ວ່າຈະເປັນເລື່ອງເລື່ອງຂອງການຄ້າ, ການສົ່ງອອກ-ນໍາເຂົ້າ, ໂດຍໄດ້ມີການຖອດຊື່ກັນແລະກັນອອກຈາກລິດສິທິພິເສດຕ່າງໆ ຈົນເຮັດໃຫ້ນໍາມາສູ້ຄວາມຂັດແຍ່ງໃນກຸ່ມປະເທດ G7 ໃນຄັ້ງນີ້.

ທັງນີ້ ຍີ່ປຸ່ນ ແລະ ເກົາຫຼີໃຕ້ນັ້ນມີຄວາມຂັດແຍ່ງກັນມາຕັ້ງແຕ່ສະໄໝສົງຄາມໂລກ ຄັ້ງທີ 2 ມາຈົນຮອດປະຈຸບັນ. ໃນປີ 2019 ທີ່ຜ່ານມາ ຍີ່ປຸ່ນໄດ້ດຳເນີນການທາງດ້ານເສດຖະກິດຕໍ່ເກົາຫຼີໃຕ້ ເນື່ອງຈາກບໍ່ພໍໃຈທີ່ປະຊາຊົນເກົາຫຼີໃຕ້ໃນການປະທ້ວງ ແລະ ຮ້ອງຟ້ອງສິດທີ່ຖືກກະທຳແຕ່ສະໃໝສົງຄາມໂລກບໍ່ຈົບຈັກເທື່ອ ຈົນເຮັດໃຫ້ເກີດກະແສແບນສີນຄ້າຍີ່ປຸ່ນທີຂາຍໃນເກົາຫຼີໃຕ້ເຮັດໃຫ້ຍອດຂາຍສີນຄ້າແບນຍີ່ປຸ່ນ ເຊັ່ນ: Uniqlo, Toyota และ Honda ຕົກລົງຢ່າງໜັກ ລວມທັງແຄມເປນ "No selling-No Buying" ເພື່ອຕໍ່ຕ້ານສີນຄ້າຍີ່ປຸນອີກດ້ວຍ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ