Skip to main content

ລັດຖະບານສະຫະລັດຍື່ນຟ້ອງທີ່ສານນິວຢອກ ໃຫ້ຍຶດຊັບຂອງອີຣ່ານ 1,700 ລ້ານໂດລາ


ທະນາຄານກາງຂອງອີຣ່ານ (Central Bank of Iran ຫຼື CBI) ໄດ້ປະກາດໃນມື້ວັນເສົາ, ວັນທີ 29 ສິງຫາ 2020 ຜ່ານມານີ້ວ່າ ພວກເຂົາກຳລັງດຳເນີນການຕາມຂັ້ນຕອນທາງກົດໝາຍ ເພື່ອໂຕ້ຕອບການຟ້ອງຮ້ອງໃນສານສະຫະລັດທີ່ຕ້ອງການຍຶດຊັບສີນຂອງອີຣ່ານທີ່ມີຢູ່ໃນບໍລິສັດ Clearstream ຂອງປະເທດລັກເຊມເບີກ ເຊິ່ງມີມູນຄ່າ 1,700 ລ້ານໂດລາ.



* ບໍລິສັດ Clearstream ເປັນບໍລິສັດຂອງປະເທດລັກເຊມເບີກ ເຊິ່ງໃຫ້ບໍລິການຊໍາລະຄ່າການຊື້-ຂາຍຮຸ້ນແກ່ນັກລົງທຶນ, ແຕ່ບໍ່ລິສັດ Clearstream ແຫ່ງນີ້ ກໍ່ເປັນບໍລິສັດລູກຂອງບໍລິສັດ Deutsche Börse ເຊິ່ງບໍລິສັດເຢັຍລະມັນ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບຂອງປະເທດເຢັຍລະມັນ.

ທ່ານ Amir Hossein Tayyebi Fard, ຮອງອຳນວຍການໃຫຍ່ທີ່ຮັບຜິດຊອບດ້ານກົດໝາຍຂອງທະນາຄານກາງອີຣ່ານ ໄດ້ກ່າວວ່າ: "ຫຼັງຈາກທີ່ແພ້ແລ້ວແພ້ອີກຂອງສະຫະລັດໃນການຟ້ອງສານປະເທດລັກເຊມເບີກ, ສະຫະລັດກໍ່ຍັງພະຍາຍາມດຳເນີນການທາງກົດໝາຍໃນສານຍິວຢອກຂອງສະຫະລັດຕໍ່ບໍລິສັດ Clearstream ເຊິ່ງອີຣ່ານຈະດຳເນີນການຢ່າງຈິງຈັງ ເພື່ອໂຕ້ຕອບມາດຕະການນີ້ຂອງສະຫະລັດ".

ໃນປີ 2019, ສະຫະລັດໄດ້ເຄີຍຍື່ນຟ້ອງບໍລະສັດ Clearstream ເທື່ອໜຶ່ງແລ້ວໃນຂໍ້ຫາການຟອກເງິນ ແລະ ລະເມີດມາດຕະການຂວໍ້າຂອງບາດຂອງສະຫະລັດທີ່ມີຕໍ່ອີຣ່ານ, ແຕ່ສານປະເທດລັກເຊມເບີກບໍ່ຮັບຟ້ອງ.

ສ່ວນບໍລິສັດ Deutsche Boerse ຂອງເຢັຍລະມັນ ໃນຖ້ານະເປັນເຈົ້າຂອງບໍລິສັດ Clearstream ໄດ້ສະແດງຄວາມຄິດເຫັນໃນວັນສຸກແລ້ວນີ້ວ່າ ທາງບໍລິສັດຈະດຳເນີນການທຸກຂັ້ນຕອນ ເພື່ອເອົາຊະນະຄະດີທີ່ສານນິວຢອກ ໃນການປົກປ້ອງຊັບສີນຂອງບໍລິສັດ ແລະ ໄດ້ບອກວ່າຂໍ້ຫາທີ່ສະຫະລັດກ່າວອ້າງມານັ້ນແມ່ນບໍ່ເປັນຄວາມຈິງ.

----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ