Skip to main content

ຈົບປະລິນຍາຕີ ເຮັດວຽກມາໄດ້ 24 ປີ, ແຕ່ຖືກໄລ່ອອກເນື່ອງຈາກຕອນສະມັກວຽກຫ້ອງການປະກາດເອົາຄົນຈົບລະດັບມັດທະຍົມປາຍເທົ່ານັ້ນ


ວັນທີ 14 ສິງຫາ 2020 ທີາຜ່ານມາ, ຫ້ອງການນໍ້າປະປາເມືອງໂກເບ ໄດ້ມີຄໍາສັ່ງໃຫ້ພະນັກງານຊາຍອາຍຸ 48 ປີ ອອກຈາກວຽກ ຫຼື ໄລ່ອອກນັ້ນເອງ. ພະນັກງານຄົນດັ່ງກ່າວເຮັດວຽກໃນຫ້ອງການແຫ່ງນີ້ມາໄດ້ດົນເຖີງ 24 ປີ, ແຕ່ທາງຫ້ອງການດັ່ງກ່າວໄດ້ກວດພົບວ່າຕອນທີ່ລາວສະມັກເຂົ້າເຮັດວຽກນັ້ນ ລາວໄດ້ຕົວະວ່າລາວຈົບພຽງແຕ່ມັດທະຍົມປາຍເທົ່ານັ້ນ ເຊິ່ງໃນຄວາມເປັນຈິງແລ້ວລາວຈົບລະດັບປະລິນຍາຕີ.

ເລື່ອງຂອງລາວຖືກຈັບໄດ້ ເນື່ອງຈາກວ່າມີຄົນລຶກລັບແຈ້ງປະຫວັດການສຶກສາຂອງລາວວ່າ ລາວບໍ່ໄດ້ຈົບລະດັບມັດທະຍົມປາຍຕາມທີ່ລາວໄດ້ລະບຸໄວ້ໃນຊີວະປະຫວັດຕອນສະມັກວຽກ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຫ້ອງການໄດ້ກວດສອບຊີວະປະຫວັດລາວອີກຄັ້ງ ແລ້ວກໍ່ພົບວ່າລາວໄດ້ຕົວະປະຫວັດການສຶກສາແທ້ຕາມທີ່ມີຄົນແຈ້ງ.

ພະນັກງານຄົນນີ້ບອກວ່າຕອນລາວມາສະມັກວຽກເຫັນຫ້ອງການປະກາດວ່າ: "ຕ້ອງການຄົນຈົບລະດັບມັດທະຍົມປາຍ ລາວກໍ່ເລີຍຄິດວ່າລາວຈົບປະລິນຍາຕີກະຄືສິບໍ່ເປັນຫຍັງ ເພາະຈັ່ງໃດລະດັບການສຶກສາຂອງລາວມັນກໍ່ກາຍຕາມທີ່ເຂົາຕ້ອງການຢູ່ແລ້ວ".

ແຕ່ການສະມັກວຽກໄດ້ມີການລະບຸໄວ້ຢ່າງຊັດເຈນວ່າ: "ຮັບພຽງແຕ່ຄົນຈົບສູງສຸດໃນລະດັບມັດທະຍົມປາຍເທົ່ານັ້ນ". ເຊິ່ງການຍຶ່ນເອກກະສານທີ່ບໍ່ຖືກກັບຄວາມເປັນຈິງນັ້ນມັນເປັນເລື່ອງໃຫຍ່ຫຼາຍໃນຍີ່ປຸ່ນ ເຖີງແມ່ນວ່າຄົນຜູ້ນັ້ນຈະເໜາະກັບການເຮັດວຽກກໍ່ຕາມ, ແຕ່ເລື່ອງນີ້ກໍ່ເຮັດໃຫ້ພະນັກງານນໍ້າປະປາຄົນນີ້ຖືກໄລ່ອອກໃນທີ່ສຸດ.

ເລື່ອງບາງຢ່າງທີ່ເບິ່ງຄືວ່າເປັນເລື່ອງທຳມະດາ ຫຼື ບໍ່ຮ້າຍແຮງສໍາລັບເຮົາ, ແຕ່ສໍາລັບບ່ອນອື່ນແລ້ວມັນອາດເປັນເລື່ອງໃຫຍ່ກໍ່ເປັນໄດ້.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ