Skip to main content

ເກົາຫຼີເໜືອອາດມີລະເບີດນິວເຄຍໃນຄັງອາວຸດສູງເຖີງ 60 ລູກ


ກະຊວງທະຫານບົກຂອງສະຫະລັດ ເຜີຍແຜ່ລາຍງານການປະເມີນອາວຸດນິວເຄຍຂອງເກົາຫຼີເໜືອວ່າ: "ເກົາຫຼີເໜືອອາດມີລະເບີດນິວເຄຍຢູ່ໃນຄັງອາວຸດປະມານ 20-60 ລູກ ແລະ ມີອາວຸດເຄມີໃນຄອບຄອງສູງເປັນອັນດັບ 3 ຂອງໂລກ ເຊິ່ງມີຈໍານວນເຖີງ 5,000 ໂຕນ. ນອກຈາກນີ້ແລ້ວ, ເກົາຫຼີເໜືອຍັງມີຄວາມສາມາດ ແລະ ປະສິດທິພາບໃນການຜະລິດລະເບີດນິວເຄຍລູກໃຫມ່ຂຶ້ນມາໄດ້ 6 ລູກຕໍ່ປີອີກດ້ວຍ.

ລາຍງານດັ່ງກ່າວໄດ້ຖືກເຜີຍແຜ່ອອກມາໃນເດືອນກໍລະກົດທີ່ຜ່ານມານີ້ ໂດຍມີເນື້ອໃນໃຈຄວາມສໍາຄັນທີ່ສະຫຼຸບໄດ້ວ່າ ລັດຖະບານປຽງຢາງຍັງບໍ່ຍອມສະລະອາວຸດເລົ່ານີ້ ເພື່ອຮັບປະກັນຄວາມໝັ້ນຄົງຂອງຕົນເອງ.

ສາເຫດທີ່ເກົາຫຼີເໜືອສະແຫວງຫາອາວຸດນິວເຄຍຈໍານວນຫຼາຍມາຄອບຄອງກໍ່ເນື່ອງຈາກວ່າບັນດາຜູ້ນໍາຂອງລັດຖານບານເຊື່ອໝັ້ນວ່າ ການໂຈມຕີດ້ວຍອາວຸດນິວເຄຍຈະຊ່ວຍປ້ອງກັນບໍ່ໃຫ້ປະເທດອື່ນໆ ເຂົ້າມາແຊກແຊງ ແລະ ປ່ຽນແປງອຳນາດຂອງລັດຖະບານເກົາຫຼີເໜືອໄດ້.

ນອກຈາກອາວຸດນິວເຄຍແລ້ວ, ລາຍງານຍັງໄດ້ປະເມີນວ່າ ລັດຖະບານປຽງຢາງໄດ້ຄອບຄອງອາວຸດເຄມີຫຼາຍກວ່າ 20 ຊະນິດ ຫຼື ປະມານ 2,500 - 5,000 ໂຕນ ເຊິ່ງຖືວ່າສູງເປັນອັນດັບ 3 ຂອງໂລກຂອງປະເທດທີ່ມີອາວຸດເຄມີໃນຄອບຄອງ ແລະ ມີທ່າອ່ຽງຄວາມເປັນໄປໄດ້ສູງທີ່ກອງທັບເກົາຫຼີເໜືອຈະໃຊ້ລູກປືນໃຫຍ່ທີ່ບັນຈຸສານເຄມີ.

ພ້ອມດຽວກັນນີ້, ເກົາຫຼີເໜືອຍັງໄດ້ມີການວິໄຈ ແລະ ພັດທະນາອາວຸດຊີວະພາບເຊັ່ນດຽວກັນ ແລະ ມີຄວາມເປັນໄປໄດ້ທີ່ອາດຈະມີການນໍາເຊື້ອໂລກແອນແທັກ ແລະ ໄຂທໍລະພິດມາເປັນອາວຸດ ເຊິ່ງສາມາດຕິດຕັ້ງໃນຫົວຮົບນິວເຄຍ ເພື່ອຕໍ່ສູ້ກັບສັດຕູ ເຊັ່ນ: ເກົາຫຼີໃຕ້, ສະຫະລັດ ແລະ ຍີ່ປຸ່ນ.

"ພຽງ 1 ກີໂລກຼາມຂອງເຊື້ອແອນແທັກ ກໍ່ສາມາດສັງຫານຊີວິດຄົນໃນນະຄອນຫຼວງໂຊຂອງເກົາຫຼີໃຕ້ໄດ້ເຖີງ 50 ພັນຄົນແລ້ວ" ລາຍງານໄດ້ລະບຸໄວ້.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ