Skip to main content

ສາວອິດສະລາມມັກກັບຊາຍຄິດສະຕຽນ ເລີຍຖືກພໍ່ແມ່ຈັບແຖຫົວໂຫຼ້ນ


ເຫດເກີດຂຶ້ນທີ່ເມືອງເບີຊອງ, ປະເທດຝຣັ່ງ, ສາວນ້ອຍຄົນນີ້ ອາຍຸ 17 ປີ ຖືກຈັບແຖຫົວຈົນໂລ້ນ ແລະ ຍັງຖືກຕີ.

ຕໍາຫຼວດໄດ້ຈັບພໍ່-ແມ່ ລວມທັງລຸງ ແລະ ປ້າຂອງສາວນ້ອຍຄົນນີ້, ຕໍ່ມາພວກເຂົາໄດ້ຖືກປ່ອຍໂຕພາຍໃຕ້ຄໍາສັ່ງສານ ໂດຍທີ່ຫ້າມບໍ່ໃຫ້ພວກເຂົາຕິດຕໍ່ກັບສາວນ້ອຍ ຫຼັງຖືກແຍກໂຕອອກມາຢູ່ພາຍໃຕ້ການເບິ່ງແຍງຂອງສານ. ພວກເຂົາ (ພວກທີ່ຕີ) ຈະຖືກສານຕັດສີນໃນປີນີ້ ໃນຂໍ້ຫາ "ໃຊ້ຄວາມຮຸນແຮງກັບເຍົາວະຊົນ".

ຜູ້ຊວຍໄອຍາການ ທ່ານ ນາງ ມາກາເລັດ ປາຣີເອັດຕີ ບອກກັບນັກຂ່າວວ່າ:

"ສາວນ້ອຍຄົນນີ້ ຍົກຍ້າຍມາຈາກປະເທດບອດເນຍ-ເຮີເຊໂກວິນາ ເມື່ອສອງປີກ່ອນພ້ອມກັບຄອບຄົວຂອງລາວ. ຕໍ່ມາສາວນ້ອຍໄດ້ໄປມັກຮັກກັບຜູ້ຊາຍເຊື້ອສາຍເຊີເບຍຄົນໜຶ່ງທີ່ອາໃສຢູ່ໃນອາພາດເມັ້ນດຽວກັນມາໄດ້ຫຼາຍເດືອນ.

ທັງສອງຄອບຄົວຮູ້ຈັກກັນ ແລະ ຄວາມສຳພັນຂອງພວກເຂົາກໍ່ບໍ່ໄດ້ມີບັນຫາຫຍັງເລີຍ, ແຕ່ເມື່ອພວກເຂົາເລີ່ມທີ່ຈະລົມກັນເຖີງເລື່ອງແຕ່ງງານ ພໍ່ແມ່ຂອງສາວນ້ອຍບອກລູກສາວວ່າ: "ພວກເຮົາເປັນສາດສະໜາອິດສະລາມ ລູກຈະແຕ່ງງານກັບຄົນສາດສະໜາຄິດສະຕຽນບໍ່ໄດ້".

ຄອບຄົວໄດ້ຍຶດໂທລະສັບຂອງສາວລາວ ແລະ ຫ້າມບໍ່ໃຫ້ຕິດຕໍ່ກັບແຟນຂອງລາວອີກ, ທັງສອງເລີຍໜີໄປນໍາກັນໄດ້ 4 ມື້. ຫຼັງຈາກນັ້ນພວກເຂົາໄດ້ກັບມາທີ່ອາພາດເມັນຂອງຄອບຄົວຝ່າຍຍິງ ພ້ອມກັບແມ່ຂອງຝ່າຍຊາຍ.

ໄອຍາການຍັງໄດ້ເລົ່າຕໍ່ອີກວ່າ: "ແມ່ຂອງຝ່າຍຍິງເລີ່ມຕົບລູກໂຕເອງກ່ອນ ຈາກນັ້ນກໍ່ເກີດເຫດຄວາມຮຸນແຮງຂຶ້ນ ສາວນ້ອຍຖືກແມ່ຂອງລາວດຶງໂຕໄປທີ່ຫ້ອງໆໜຶ່ງ ແລ້ວກໍ່ຕີອີກ. ລຸງຂອງລາວໄດ້ຈັບຫຼານສາວແຖຫົວຈົນໂຫຼ້ນ ແລະ ກໍ່ຖືກຕີໄປນໍາ"

ກ່ອນໜ້ານີ້ສາວນ້ອຍຄົນນີ້ມີຜົມຍາວ 60 cm, ແຕ່ເມື່ອລາວຖືກແຖຫົວຈົນໂຫຼ້ນເຮັດໃຫ້ຄົນອື່ນທີ່ເຫັນລາວພາກັນຕົກໃຈເວລາລາວອອກໄປນອນບ້ານ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020


Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ