Skip to main content

ອີນເດຍເຂັ້ມງວດການອອກວີຊາໃຫ້ຄົນຈີນ ແລະ ກວດຄືນສູນສອນພາສາຈີນໃນອີນເດຍ


ອີນເດຍໄດ້ເພີ່ມຂໍຈຳກັດໃນການຂໍວີຊາ (Visa) ຂອງພົນລະເມືອງຈີນ ແລະ ກວດຄືນການເຊື່ອມຕໍ່ຕ່າງໆຂອງປັກກິ່ງກັບມະຫາວິທະຍາໄລໃນທ້ອງຖີ່ນ ເພື່ອຫຼຸດອິດທິພົນຂອງຈີນໃນອີນເດຍ.

ກະຊວງການຕ່າງປະເທດຂອງອີນເດຍ ໄດ້ແຈ້ງວ່າ ການອອກວີຊາສໍາລັບນັກທຸລະກິດ, ນັກວິຊາການ, ຜູ້ຊ່ຽວຊານທາງດ້ານອຸດສະຫະກຳ ແລະ ກຸ່ມຄົນອື່ນໆທີ່ສະໜັບສະໜູນຈີນຈະຕ້ອງຜ່ານການກວດສອບດ້ານຄວາມປອດໄພຈາກເຈົ້າໜ້າທີ່ຂອງອີນເດຍກ່ອນ. ມາດຕະການດັ່ງກ່າວຖືວ່າຄ້າຍຄືກັນກັບມາດຕະການທີ່ອີນເດຍໃຊ້ກັບປາກີສະຖານ ແລະ ປະເທດຄູ່ແຂ່ງສໍາຄັນອື່ນໆຂອງພວກເຂົາ.

ເຈົ້າໜ້າທີ່ຄົນໜຶ່ງໄດ້ກ່າວວ່າ: ກິດຈະກຳຂອງມະຫາວິທະຍາໄລຕ່າງໆໃນອີນເດຍທີ່ເຊື່ອມຕໍ່ກັບສະຖາບັນຂອງຈີນ ແມ່ນມີທ່າອ່ຽງທີ່ຈະຖືກຫຼຸດຂະໜາດລົງ ໂດຍລັດຖະບານກຳລັງກວດຄືນ ແລະ ທົບທວນບົດບັນທຶກ 54 ສະບັບທີ່ໄດ້ລົງນາມກັບສະຖາບັນການສຶກສາຕ່າງໆ.

ເຊິ່ງລວມເຖີງ ສະຖາບັນເຕັກໂນໂລຊີອີນເດຍ (Indian Institutes of Technology), ມະຫາວິທະຍາໄລ ບານາຣັດ ຮິນດູ (Banaras Hindu University), ມະຫາວິທະຍາໄລ ຈາວາຮາລາ ເນຣູ (Jawaharlal Nehru University) ແລະ ອື່ນໆ ທີ່ເຊື່ອມຕໍ່ກັບສູນຝຶກອົບຮົມພາສາຈີນ ຮັນປັນ (Hanban) ແລະ ສະຖາບັນຂົງຈື້.

ຂະບວກການກວດສອບເລົ່ານີ້ແມ່ນມີຈຸດປະສົງເພື່ອໃຫ້ແນ່ໃຈວ່າຈີນຈະບໍ່ສາມາດແຜ່ອິດທິພົນໃນອິນເດຍ ແລະ ພ້ອມທັງຍັງເປັນການຫຼຸດຜ່ອນການເພີ່ງພາຈີນຫຼາຍຈົນເກີນໄປຂອງອີນເດຍ.

ແຕ່ຢ່າງໃດກໍ່ຕາມ, ລັດຖະມົນຕີວ່າການຕ່າງປະເທດຂອງອີນເດຍຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆ ຕໍ່ເລື່ອງນີ້ເທື່ອ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ