Skip to main content

ຄົນຈີນສ່ວນໃຫຍ່ຄິດວ່າອິນເດຍບໍ່ສາມາດສູ້ຈີນໄດ້


Global Times, ສື່ຈີນໄດ້ເປີດເຜີຍຜົນສໍາຫຼວດ 90% ຂອງຄົນຈີນສະໜັບສະໜູນໃຫ້ມີການໃຊ້ກຳລັງໂຕ້ຕອບກັບຕໍ່ການທ້າທາຍຈີນຂອງອິນເດຍ.

ນອກຈາກນີ້, ພວກເຂົາຍັງຄິດວ່າອິນເດຍບໍ່ສາມາດສູ້ຈີນໄດ້ບໍ່ວ່າຈະເປັນທາງການທະຫານ ຫຼື ທາງເສດຖະກິດ.

Global Times ລະບຸໂຕເລກ 57.1% ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາບໍ່ຮູ້ສຶກວ່າ ກອງທັບອິນເດຍບໍ່ສາມາດເຮັດຫຍັງ ຫຼື ຂົ່ມຂູ່ຈີນໄດ້. ໃນຂະນະທີ່ 49.6% ຄິດວ່າເສດຖະກິດຂອງອິນເດຍຍັງຕ້ອງເພີ່ງພາອາໃສຈີນຢ່າງຫຼວງຫຼາຍ.

ແລະ ເມືອຖືກຖາມວ່າ "ອຸປະສັກໃດທີ່ກິດຂວງຄວາມສຳພັນຈີນກັບອິນເດຍຫຼາຍທີ່ສຸດ?

30% ຄິດວ່າເປັນເລື່ອງຂໍພິພາດທາງແຊນແດນຂອງສອງປະເທດ.

24% ຄິດວ່າເປັນຍ້ອນການແຊກແຊງຂອງສະຫະລັດ

22.7% ຄິດວ່າຍ້ອນອິນເດຍຢາກເປັນສັດຕູຂອງຈີນ

ແນ່ນອນວ່າ, ຄົນອິນເດຍເຫັນຜົນສຳຫຼວດດັ່ງກ່າວ ຈຶ່ງເກີດຄວາມບໍ່ພໍໃຈຂຶ້ນ ເຊິ່ງຫຼາຍຄົນໄດ້ເຂົ້າໄປສະແດງຄວາມຄິດເຫັນຜ່ານໂພດຂອງ Golbal Times ທາງທະວິດເຕີ ໂດຍມີບາງຄວາມເຫັນດັ່ງນີ້:

"ຈີນຫັນລະເປັນຜູ້ທ້າທາຍພວກເຮົາກ່ອນ ແລະໃຫ້ຄິດໄວ້ແດ່ເດີວ່າຈະເກີດຫຍັງຂຶ້ນຖ້າຫາກອິນເດຍກັບສະຫະລັດຮ່ວມມືກັນເອົາຄືນຈີນ".

"ມາໂລດນາ ຢ່າຂີ້ໂມ້ຫຼາຍ".

"100% ຂອງຄົນອີນເດຍ ສະໜັບສະໜູນໃຫ້ທາງການໂຕ້ຕອບຈີນ ແລະ ສະໜັບສະໜູນໃຫ້ໃຊ້ນິວເຄຍກັບຈີນຖ້າຈຳເປັນ. ຈີນຄວນທີ່ຈະຮຽນຮູ້ການຢູ່ຮ່ວມກັນກັບຊາດອື່ນຢ່າງມີມາລະຍາດແດ່ ແລະ ຢຸດການບຸກຍຶດດິນແດນຊາດອ້ອມຂ້າງໄດ້ແລ້ວ ໂດຍພຽງເອົາຂໍ້ອ້າງທາງປະຫວັດສາດສະໄໝລາດຊະວົງຊິງຂຶ້ນມາອ້າງ".

"ເປີດເຜີຍມາທະແມວ່າພວກສູຕາຍຈັກຄົນຕອນທີ່ຕີກັນກັຍທະຫານອິນເດຍຫັນ".

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ