Skip to main content

ອີຣ່ານໃຊ້ເລດ້າຂອງຣັດເຊຍ ເພື່ອຮັບມືກັບເຄື່ອງບິນຮົບລອງຫົນ F-35 ຂອງສະຫະລັດ


ຜູ້ຊ່ຽວຊານດ້ານການທະຫານຂອງອີຣ່ານໄດ້ອ້າງວ່າ, ອີຣ່ານໄດ້ຄົ້ນພົບວິທີຕິດຕາມເຄື່ອງບີນຮົບລອງຫົນ F-35 ຂອງສະຫະລັດ ທີ່ບີນຢູ່ເທີງຟ້າໃກ້ກັບຊາຍແດນຂອງພວກເຂົາ ໂດຍການຊ່ວຍເຫຼືອຂອງເລດ້າ Rezonans-NE ຈາກຣັດເຊຍ ເຊິ່ງພວກເຂົາໄດ້ຮັບມາຈາກມົດສະກູ ເພື່ອເພີ່ມຂິດຄວາມສາມາດໃນການປ້ອງກັນທ້ອງຟ້າຂອງພວກເຂົາ.

ທ່ານ ອາເລັກຊານເດີ ສະຕູຊີລີນ, ຮອງຫົວໜ້າສູນວິໄຈເລດ້າ Rezonans ໄດ້ເວົ້າໃນກອງປະຊຸມວິຊາການດ້ານການທະຫານນາໆຊາດປະຈໍາປີ 2020 ທີ່ນະຄອນຫຼວງມົດສະກູວ່າ: "ລາເດ້ປະສົບຜົນສຳເລັດເປັນຢ່າງດີໃນການຕິດຕາມສຸດຍອດເຄື່ອງບີນຮົບຂອງສະຫະລັດ. ໃນຕົນປີ 2020 ນີ້, ລາດ້າຂອງພວກເຮົາໄດ້ຄົ້ນພົບເຄື່ອງບີນຮົບ F-35 ແລະ ສາມາເຕິດຕາມພວກມັນໄດ້".

"ເຈົ້າໜ້າທີ່ປະຈໍາເລດ້າໄດ້ສົ່ງຂໍ້ມູນ ແລະ ເສັ້ນທາງການບີນ F-35 ໄດ້ຢ່າງຊັດເຈນ. ດັ່ງນັ້ນ, ຈຶ່ງຢັ້ງຢືນໄດ້ວ່າມັນສາມາດຕິດຕາເຄື່ອງບີນໄດ້ຢ່າງໜ້າເຊື່ອຖື". ທ່ານ ອາເລັກຊານເດີ ກ່າວ.

ໃນຊ້ວງຫຼາຍປີທີ່ຜ່ານມາ, ຣັດເຊຍໄດ້ວາງແຜນຍຸດທະສາດໃນການສົ່ງເຕັກໂນໂລຊີຂັ້ນສູງໃນການປ້ອງກັນໄພທາງອາກາດໄປຍັງລູກຄ້າຂອງຕົນ ເຊັ່ນ: ອີຣ່ານ ແລະ ຈີນ. ຣັດເຊຍໄດ້ຕິດຕັ້ງລະບົບປ້ອງກັນໄພໃຫ້ເຕຫາລານ ເພື່ອຢຸດເຄື່ອງບີນຮົບຂອງສະຫະລັດ ແລະ ອິດສະລາເອວ.

F-35 ຂອງສະຫະລັດໄດ້ຮັບການອອກແບບມາເປັນຢ່າງດີ ເພື່ອໃຊ້ເຕັກໂນໂລຊີລອງຫົນ ເຊັ່ນ: ສີ ແລະ ວັດສະດຸທີ່ໃຊ້ສາມາດດູດຊັບເລດ້າ ລວມທັງມຸມອົງສາຕ່າງໆຂອງລໍາໂຕເຮືອບີນ ເຊິ່ງຊ່ວຍໃຫ້ສາມາດຫຼຸດການຄາຍຄວາມຮ້ອນ ແລະ ການປ່ອຍແມ່ເຫຼັກໄຟຟ້າ ເພື່ອຫຼີກລ້ຽງເລດ້າ. ແຕ່ຢ່າງໃດກໍ່ຕາມເລດ້າ Rezonans-NE ກໍ່ມີຄວາມສາມາດໃນການກວດຈັບມັນໄດ້.

ລະບົປປ້ອງກັນໄພທາງອາກາດທີ່ອັນຕະລາຍອີກລະບົບໜຶ່ງທີ່ອີຣ່ານມີຢູ່ນັ້ນກໍ່ຄື: Khordad 15 ເຊິ່ງມີລາຍງານວ່າສາມາດກວດຈັບເຄື່ອວບີນຮົບ ແລະ ໂດຣນຕໍ່ສູ້ໃນໄລຍະ 150 ກີໂລແມັດ.

ຕາມທີ່ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອີຣ່ານໄດ້ບອກວ່າ: ຈະຫຼວດ Sayyad 3 ຂອງລະບົບປ້ອງກັນໄພ Khordad 15 ນັ້ນສາມາດຍິງສະກັດ ແລະ ທຳລາຍເປົ້າໝາຍໄດ້ຫົກເປົ້າໜາຍພ້ອມກັນ ແລະ ຈະເຂົ້າໂຈມຕີເປົ້າໝາຍເຫຼົ່ານັ້ນພາຍໃນ 5 ນາທີ່.

----------------------------------------
👉 ທ່ານສາມາດອ່ານຫົວຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ