Skip to main content

ຈີນຈະປ່ຽນມາໃຫ້ຄວາມສຳຄັນການພັດທະນາເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນເປັນ 2 ເທົ່າ

ທ່ານ ສີ ຈີ້ນຜິງ, ປະທານປະເທດຈີນ ປະກາດຈະປ່ຽນມາໃຫ້ຄວາມສຳຄັນໃນການພັດທະນາເສດຖະກິດພາຍໃນປະເທດໃຫ້ຫຼາຍຂຶ້ນເປັນ 2 ເທົ່າ ເພື່ອລຸດການເພີ່ງພາຈາກຕ່າງປະເທດ.

ຈີນວາງແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງປະເທດ ສໍາລັບໄລຍະເວລາ 5 ປີຂ້າງໜ້າຕໍ່ຈາກນີ້ ໂດຍຈະເນັ້ນການບໍລິໂພກພາຍໃນປະເທດ ແລະ ການສ້າງເຕັກໂນໂລຊີທີ່ສຳຄັນໃນປະເທດໃຫ້ຫຼາຍຂຶ້ນ ເພື່ອປ້ອງກັນຄວາມບໍ່ແນ່ນອນຈາກການເພີ່ງພາປະເທດອື່ນ ແລະ ຄວາມເຄັງຕຶງທາງດ້ານຄວາມສຳພັນກັບສະຫະລັດ ແລະ ປະເທດພັນທະມິດຂອງສະຫະລັດໃນຂະນະນີ້.

"ຍຸດທະສາດນີ້ຈະມີໄວ້ສຳລັບການເຮັດໃຫ້ເສດຖະກິດພາຍໃນປະເທດໃຫ້ສາມາດເພີ່ງພາໂຕເອງໄດ້ຫຼາຍຂຶ້ນ ເພື່ອເຮັດໜ້າທີ່ເປັນໂຕຊຸກດັນໃນການຂະຫຍາຍໂຕຂອງຈີນ ເຊິ່ງຈະເສີມດ້ວຍເຕັກໂນໂລຊີ ແລະ ການລົງທຶນຈາກຕ່າງປະເທດ" ຜູ້ນໍາຈີນກ່າວ.

ໃນວັນອັງຄານທີ່ຜ່ານມາ, ທ່ານ ສີ ຈີ້ນຜິງ ໄດ້ເອີ້ນແນວຄິດນີ້ວ່າ "ການຕັດສີນໃຈເຊີງເລີກທີ່ສອດຄອງກັບການປ່ຽນແປງໃນຂັ້ນຕອນການພັດທະນາສະພາບແວດລ້ອມ ແລະ ເງື່ອນໄຂຂອງຈີນ".


ຂັ້ນຕອນອະນຸມັດ ແລະ ຈຸດສຳຄັນຂອງແຜນຍຸດທະສາດມີດັ່ງນີ້:

1.ແຜນຍຸດທະສາດ 5 ປີຂອງຈີນຈະຄວບຄຸມໄລຍະເວລາຕັ້ງແຕ່ປີ 2021-2025.

2. ໃນເດືອນຕຸລາ 2020 ການປະຊຸມໃຫຍ່ຄັ້ງທີ່ 5 ຂອງຄະນະກຳມະການກາງພັກຄອມມູນິດຈີນຊຸດທີ 19 ຈະຍື່ນຂໍ້ສະເໜີສຳລັບແຜນການຂັ້ນຕໍ່ໄປ.

3. ພາຍຫຼັງກອງປະຊຸມ, ແຜນຍຸດທະສາດຈະຖືກເຜີຍແຜ່ອອກໄປເປັນເວລາຫຼາຍອາທິດພ້ອມດ້ວຍລາຍລະອຽດຕ່າງໆທີ່ສຳຄັນ.

4. ຄະນະກຳມາທິການທັງໝົດຈະມີການໃຫ້ຄໍາແນະນໍາເພື່ອປັບປຸງ ແລະ ແກ້ໄຂກ່ຽວກັບແຜນຍຸດທະສາດ ແລະ ນະໂຍບາຍ.

5. ແຜນດັ່ງກ່າວຈະໄດ້ຮັບການອະນຸມັດທີ່ສະພາປະຊາຊົນແຫ່ງຊາດຈີນໃນປີ 2021.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ