ທ່ານ ໄມ ປອມເປໂອ, ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດ ອອກມາຮຽກຮ້ອງໃຫ້ມະຫາວິທະຍາໄລທົ່ວສະຫະລັດປິດ "ສະຖາບັນຂົງຈື້" ທີ່ເປັນອົງການເຜີຍແຜ່ວັດທະນາທຳ ແລະ ພາສາຂອງຈີນ.
"ຂ້ອຍຄິດວ່າທຸກຄົນກໍ່ຄົງຈະຮູ້ດີວ່າອົງການເລົ່ານີ້ມີຄວາມສຸ່ມສ່ຽງແນວໃດ" ທ່ານ ປອມເປໂອ ໃຫ້ສຳພາດກັບນັກຂ່າວ ໂດຍກ່າວຫາວ່າສະຖານບັນແຫ່ງນີ້ມີລັດຖະບານຈີນໃຫ້ການສະໜັບສະໜູນຢູ່ເບື້ອງຫຼັງວ່າເປັນ "ແຫຼ່ງລວມໂຕຂອງສາຍລັບ ແລະ ຜູ້ສົມຮູ້ຄວາມຄິດ" ຂອງປັກກິ່ງຕາມມະຫາວິທະຍາໄລໃນສະຫະລັດ.
"ຂ້ອຍເຊື່ອວ່າມະຫາວິທະຍາໄລກໍ່ໜ້າຈະຮູ້ ແລະ ຂ້ອຍຫວັງວ່າພວກເຮົາຈະສັ່ງປິດສະຖາບັນພວກນີ້ໃຫ້ໝົດໄດ້ພາຍໃນປີນີ້".
ໃນເດືອນແລ້ວນີ້, ທ່ານ ປອມເປໂອ ກໍ່ໄດ້ກ່າວໂຈມຕີສູນທີ່ກຳກັບ ແລະ ດູແລສະຖາບັນຂົງຈື້ໃນສະຫະລັດວ່າເປັນອົງການທີ່ "ເຜີຍແຜ່ໂຄສະນາຊວນເຊື່ອ ແລະ ອິດທິພົນທີ່ຊົ່ວຮ້າຍຂອງຈີນ" ແລະ ບັງຄັບໃຫ້ສະຖາບັນເລົ່ານີ້ຕ້ອງຂຶ້ນທະບຽນເປັນ "ຜູ້ແທນຕ່າງຊາດ".
ແຕ່ ທ່ານ ເດວິດ ສະຕິວເວລ໌, ຜູ້ຊ່ວຍລັດຖະມົນຕີວ່າການກະຊວງຕ່າງປະເທດສະຫະລັດ ໄດ້ໃຫ້ສຳພາດໃນເດືອນແລ້ວນີ້ວ່າ ສະຖານບັນຂົງຈື້ຕາມສະຖານທີ່ສືກສາໃນສະຫະລັດອາດບໍ່ຕ້ອງຖືກປິດກໍ່ໄດ້, ແຕ່ທາງມະຫາວິທະຍາໄລຈະຕ້ອງຄອຍ "ສອດແນມຢ່າງເອົາຈິງເອົາຈັງ" ວ່າອົງການເລົ່ານີ້ໄດ້ດຳເນີນກິດຈະກຳໃນລັກສະນະແນວໃດແດ່.
----------------------------------------
👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇
👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020



Comments
Post a Comment