Skip to main content

ສື່ຈີນຂຽນບົດຄວາມເຕືອນອົດສະຕາລີ

Global Times ສື່ທີ່ເປັນກະບອກສຽງໃຫ້ກັບພັກຄອມມູນິດຈີນໄດ້ເຜີຍແຜ່ບົດຄວາມເຕືອນແກມຂູ່ອົດສະຕາລີ ໂດຍລະບຸວ່າຖ້າຫາກອົດສະຕາລີຕັດສຳພັນກັບຈີນ, ອົດສະຕາລີເອງຈະເປັນຝ່າຍທີ່ສູນເສັຍ ເຊິ່ງເນື້ອໃນສຳຄັນຂອງບົດຄວາມມີດັ່ງນີ້:

"ການທີ່ອົດສະຕາລີຍ່າງນໍາຮອຍຕີນຂອງສະຫະລັດໃນການຕັດສຳພັນກັບຈີນ ເຊິ່ງຈະມີແຕ່ເສັຍກັບເສັຍເທົ່ານັ້ນ, ມີແຕ່ຈະກໍ່ໃຫ້ເກີດຄວາມເສັຍຫາຍຕໍ່ເສດຖະກິດຂອງອົດສະຕາລີທີ່ສະຖານະການຕອນນີ້ບໍ່ດີຢູ່ແລ້ວ".

"ຄວາມສຳພັນທີ່ຕົກຕໍ່າລົງຢ່າງເຫັນໄດ້ຊັດເຈນຈັ້ງແຕ່ປີ 2017 ລະຫວ່າງຈີນ-ອົດສະຕາລີ ແຫ່ງຂີ້ລ້າຍລົງອີກໃນປີນີ້".

"ເຫດຜົນທີ່ຄວາມສຳພັນລະຫວ່າງຈີນ-ອົດສະຕາລີພັດທະນາໄປໄດ້ດີໃນຊ້ວງບໍ່ຮອດ 10 ປີທີ່ຜ່ານມາ ບໍ່ໄດ້ເປັນຍ້ອນຈີນມີເຈດຕະນາທີ່ຈະຄວບຄຸມອົດສະຕະລີ, ແຕ່ເປັນຍ້ອນມີຄົນຈໍານວນຫຼວງຫຼາຍຈາກທັງສອງຝ່າຍປາດຖະໜາທີ່ຈະເຮັດທຸລະກິດຮ່ວມກັນ".

"ເຊັ່ນດຽວກັນ ການຂະຫຍາຍໂຕຂຶ້ນຂອງການຮ່ວມມືສອງຊາດທາງດ້ານການລົງທຶນກໍ່ບໍ່ໄດ້ເປັນຍ້ອນຈີນຕ້ອງການຍືດຄອງອົດສະຕາລີ, ແຕ່ເປັນຍ້ອນນັກທຸລະກິດຈໍານວນຫຼາຍເຫັນໄດ້ເຖີງປະສິດທິພາບທີ່ກວ້າງຂວງໃນການຮ່ວມມືກັນ".

ນອກຈາກນີ້, Global Times ຍັງອ້າງວ່າວິທີການຄວບຄຸມການລະບາດໄວຣັດຂອງຈີນນັ້ນມີປະສິດທະພາບ ເຮັດໃຫ້ສາມາດຄວບຄຸມຜົນກະທົບຕໍ່ເສດຖະກິດໄດ້ເຊິ່ງນັ້ນກໍ່ເຮັດໃຫ້ຈີນເປັນມະຫາອຳນາດດ້ານເສດຖະກິດພຽງປະເທດດຽວທີ່ຂະຫຍາຍໂຕໃນດ້ານບວກໃນປີນີ້ ໂດຍອ້າງອີງຂໍ້ມູນຈາກສະຖາບັນເສດຖະກິດລະດັບໂລກຢ່າງ IMF ແລະ ທະນາຄານໂລກ ທີ່ຄາດການວ່າເສດຖະກິດຈີນຈະຂະຫຍາຍໂຕ 8% ໃນປີ 2021.

"ຄວາມເປັນຈິງສຽງດັງກວ່າຄໍາເວົ້າ".

"ຄວາມຕັ້ງໃຈຂອງນັກການເມືອງອົດສະຕາລີທີ່ຈະຕັດຄວາມສຳພັນດ້ານເສດຖະກິດກັບຈີນ, ປະຕິເສດຜະລິດຕະພັນ ແລະ ການລົງທຶນກັບຈີນ ເພື່ອຄວບຄຸມການຂະຫຍາຍໂຕທາງດ້ານເສດຖະກິດຂອງຈີນນັ້ນ ຈັ່ງແມ່ນເປັນຕາຫົວອີ່ຫຼີ. ສິ່ງເຫຼົ່ານີ້ມີແຕ່ຈະເຮັດໃຫ້ຜົນປະໂຫຍດຂອງອົດສະຕາລີ ລວມເຖີງຄວາມຜາສຸກຂອງປະຊາຊົນອົດສະຕາລີໄດ້ຮັບຄວາມເສັຍຫາຍເອງ".

ຜູ້ຂຽນອະທິບາຍວ່າ ເຖີງແມ່ນວ່າອົດສະຕາລີຈະຕັດຂາດກັບຈີນ ມັນກໍ່ບໍ່ແມ່ນເລື່ອງຍາກທີ່ຜະລິດຕະພັນ ແລະ ການລົງທຶນຂອງຈີນຈະໄປຫາຕະຫຼາດໃໝ່, ແຕ່ຝ່າຍອົດສະຕາລີຫັນຕີຈະໄປຫາຕະຫຼາດສົ່ງອອກຂະໜາດໃຫຍ່ ຫຼື ສີນຄ້າທີ່ມີລາຄາຖືກແຕ່ຄຸນນະພາບດີແບບນີ້ໄດ້ຢູ່ໃສອີກ.

"ການທີ່ອົດສະຕາລີຕັດຄວາມສຳພັນກັບຈີນ ຈະບໍ່ເຮັດໃຫ້ຈີນກັບເຂົ້າສູ່ສະພາວະຂັດສົນ, ແຕ່ຖ້າຫາກອົດສະຕາລີບໍ່ເປີດເສດຖະກິດ ແລະ ລົດອັດຕາການວ່າງວຽກ ກໍ່ຈະເຮັດໃຫ້ອົດສະຕາລີສ່ຽງກາຍເປັນ ຝຣັ່ງຊັ້ນຕໍ່າ (Poor White Trash) ແຫ່ງທະວີບອາຊີ".

ຜູ້ຂຽນອ້າງອີງຄໍາເວົ້າຕອນ 30 ກວ່າປີກ່ອນຂອງອະດິດນາຍົກສິງກະໂປ, ທ່ານ ລີກວນຢູ ເຊິ່ງໃຊ້ຄໍາວ່າ Poor White Trash ເປັນຄໍາດູຖືກຄົນຜິວຂາວທີ່ທຸກຍາກ, ບໍ່ມີການສຶກສາທຳນອງວ່າ "ຝຣັ່ງຂີ້ນົກ ຫຼື ຝຣັ່ງຊັ້ນຕໍ່າ" ນັ້ນເອງ.

** ສໍາລັບຜູ້ຂຽນບົດຄວາມນີ້ມີຊື່ວ່າ ທ່ານ ຫວີ໋ເຫຼີຍ, ຈົບປະລິນຍາເອກຈາກມະຫາວິທະຍາໄລເຊົາອົດສະຕາລີ. ປະຈຸບັນ ລາວເປັນຫົວໜ້ານັກວິໄຈປະຈໍາສູນວິໄຈສຳລັບປະເທດໝູາເກາະປາຊີຟີກ ຢູ່ມະຫະວິທະຍາໄລຫຼຽວເສີງ. ການວິໄຈຫຼັກໆຂອງສູນວິໄຈແຫ່ງນີ້ຈະເນັ້ນໄປທີ່ເລື່ອງຄວາມສຳພັນລະຫວ່າງອົດສະຕາລີ-ສະຫະລັດ ແລະ ຈີນ-ອົດສະຕາລີ ເປັນຫຼັກ.

ຕ້ອງຕິດຕາມກັນຕໍ່ໄປວ່າຄວາມສຳພັນລະຫວ່າງຈີນ-ອົດສະຕາລີ ຈະເປັນແນວໃດ ແລະ ຈະເປັນໄປໃນທິດທາງໃດ ລວມເຖີງທັງສອງຝ່າຍຈະໝູນໃຊ້ມາດຕະການໃດ ເພື່ອໂຕ້ຕອບເຊິ່ງກັນແລະກັນອີກ.

----------------------------------------

👉 ທ່ານສາມາດອ່ານຂໍ້ຂ່າວອື່ນໆໄດ້ຢູ່ດ້ານລຸ່ມ 👇

👉 ຢ່າລືມ ກົດໄລຄ໌ Like 👍, ກົດຕິດຕາມ See first 🌟 ເພື່ອບໍ່ພາດໃນການຕິດຕາມຂ່າວສານດີໆ, ໜ້າສົນໃຈ ແລະ ເປັນກຳລັງໃຈໃຫ້ພວກເຮົາດ້ວຍ. 🇫 Nep2020

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກອງທັບອາກາດຈີນ-ຣັດເຊຍ ບີນລ້າຕະເວນຮ່ວມກັນຢູ່ເຂດພາກພື້ນອາຊີ-ປາຊີຟີກ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ໃຕ້ຫວັນຕຽມຍ້າຍຖານຜະລິດອອກຈາກຈີນໄປອິນເດຍ

ສະຫະລັດຈະປະຈຳການເຄື່ອງບີນຮົບ F-22 ແລະ F-35 ທີ່ຖານທັບອາກາດອາລັດສະກ້າ

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ຂອບໃຈທຸກທ່ານທີ່ສົນໃຈພວກເຮົາ