Skip to main content

ຟອມກຳລັງມາ..! ຫວຽດນາມຂຶ້ນເປັນເບີ 1 ຂອງການຄ້າລະຫວ່າງຊຽງໄຮ-ອາຊຽນ

ຫ້ອງການຄວບຄຸມສິນຄ້ານໍາເຂົ້າ-ສົ່ງອອກຂອງນະຄອນຊຽງໄຮໄດ້ອອກມາເປີດເຜີຍໂຕເລກການຄ້າລະຫວ່າງ ນະຄອນຊຽງໄຮ ແລະ ອາຊຽນ ວ່າ: ໄດ້ຂະຫຍາຍໂຕຢ່າງເຂັ້ມແຂງໃນປີ 2020 ນີ້ ເຖີງແມ່ນວ່າຈະປະສົບກັບບັນຫາການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ.
ການນໍາເຂົ້າສີນຄ້າຂອງຊຽງໄຮຈາກອາຊຽນໃນຊ້ວງ 11 ເດືອນຂອງປີ 2020 ນີ້ ມີມູນຄ່າສູງເຖີງ 3.39 ແສນລ້ານຢວນ, ເພີ່ມຂຶ້ນ 6.1% ເມື່ອທຽບກັບປີກາຍນີ້. ສ່ວນການສົ່ງອອກສີນຄ້າຈາກຊຽງໄຮໄປອາຊຽນ ມີມູນຄ່າຢູ່ທີ່ 4.33 ແສນລ້ານຢວນ, ລຸດລົງ 4.1% ເຊິ່ງສາເຫດໜຶ່ງທີ່ເຮັດໃຫ້ລຸດລົງແມ່ນມາຈາກການລະບາດຂອງພະຍາດໂຄວິດ-19.

ສີນຄ້າປະເພດແຜນວົນຈອນແມ່ນປະເພດກຸ່ມສີນຄ້າທີ່ຊຽງໄຮນໍາເຂົາຫຼາຍທີ່ສຸດຈາກອາຊຽນ ໂດຍມີມູນຄ່າ 8.56 ໝື່ນລ້ານຢວນ ເພີ່ມຂຶ້ນ 20.5% ເມື່ອທຽບກັບປີກາຍ ແລະ ຕົກເປັນ 25.2% ຂອງມູນຄ່າການນໍາເຂົ້າທັງໝົດຂອງຊຽງໄຮຈາກອາຊຽນ 
ສໍາລັບຫວຽດນາມ ແມ່ນໄດ້ເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຊຽງໄຮຈາກອາຊຽນ ໂດຍຄິດເປັນ 27.4% ຂອງມູນຄ່າທັງໝົດລະຫວ່າງຊຽງໄຮ ກັບ ອາຊຽນ.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ