Skip to main content

ຟິລິປິນຂູ່ຕັດສຳພັນທາງທະຫານກັບສະຫະລັດ ຖ້າຫາກຍັງບໍ່ສົ່ງວັກຊີນໂຄວິດ-19 ມາໃຫ້


ປະທານາທິບໍດີຟີລິປິນ, ທ່ານ ໂຣດີໂກ ດູເຕີເຕ ບໍ່ພໍໃຈທີ່ສະຫະລັດບໍ່ຍອມສົ່ງວັກຊີນລອດໃຫຍ່ທີ່ສັ່ງໄວ້ມາໃຫ້ຟີລິປິນປານນີ້ ທັໆທີ່ປະເທດຟິລິປິນມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງໃນອາຊີ.

ແຕ່ເປັນຫຍັງສິງກະໂປຈຶ່ງໄດ້ຮັບວັກຊີນກ່ອນ ທັງທີ່ຄົນຕິດເຊື້ອມີໜ້ອຍກ່ອນ ແລະ ຄົນຕາຍກໍ່ໜ້ອຍກ່ອນ ເຊິ່ງສິງກະໂປມີຄົນຕິດເຊື້ອບໍ່ຮອດ 6 ໝື່ນຄົນ, ຕາຍບໍ່ຮອດ 50 ຄົນເລີຍ. ໃນຂະນະທີ່ຟີລິປິນມີຄົນຕິດພະຍາດໂຄວິດ-19 ປະມານ 4 ແສນກວ່າຄົນ, ຕາຍໄປເກືອບໝື່ນຄົນ ອີກທັງງົບປະມານໃນການຈັດຊື້ວັດຊີນຕ່າງໆຂອງຟິລິປິນກໍ່ໄດ້ຕຽມໄວ້ໝົດແລ້ວ.

ທ່ານ ດູເຕີເຕ ກໍເລີຍອອກມາປະກາດບໍ່ພໍໃຈຕໍ່ສະຫະລັດວ່າ: "ຟິລິປິນກູຈ່າຍເງິນຊື້ວັກຊີນໃດ ບໍ່ໄດ້ຂໍວັກຊິນມາໃຊ້ຟີຼໆ". ເນື່ອງຈາກວ່າ, ຖ້າວັກຊິນມາຊ້າເທົ່າໃດ ປະຊາຊົນຟິລິປິນກໍ່ຍິ່ງຈະດ່າຜູ້ນໍາຂອງເຂົາແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ຮອບນີ້ ທ່ານ ດູເຕີເຕ ເລີຍອອກມາສະແດງຄວາມບໍ່ພໍໃຈ ພ້ອມທັງໄດ້ຍື່ນເງື່ອນໄຂໄປເລີຍວ່າ: "ຟິລິປິນຕ້ອງການວັກຊິນ 20 ລ້ານໂດສ໌ ສໍາລັບຄົນ 10 ລ້ານຄົນ.

ໂດຍບອກວ່າ ຖ້າຫາກສະຫະລັດຍັງຊັກຊ້າຢູ່ອີກ, ລັດຖະບານຟິລິປິນຈະຍົກເລີກສັນຍາ VFA (Visiting Forces Agreement) ເຊິ່ງເປັນການຮ່ວມມືທາງທະຫານກັບສະຫະລັດທີ່ເຄີຍເຮັດໄວ້ຕອນ 20 ປີກ່ອນ.

ຂໍ້ຕົກລົງ VFA ເປັນສົນທິສັນຍາ ຖ້າຫາກເຈົ້າໜ້າທີ່ທາງທະຫານຂອງສະຫະລັດເຮັດຜິດອາຍາຢູ່ແຜນດິນຟິລິປິນ, ທະຫານສະຫະລັດຜູ້ນັ້ນຈະບໍ່ຖືກດຳເນີນຄະດີຕາມກົດໝາຍຂອງຟິລິປິນ. ນອກຈາກນີ້, ທ່ານ ດູເຕີເຕ ຍັງໄດ້ຂູ່ທີ່ຈະຂັບໄລ່ທະຫະສະຫະລັດ ຈໍານວນ 200 ຄົນທີ່ຕັ້ງຖານທັບຢູ່ຟິລິປິນອອກນອກປະເທດອີກດ້ວນ.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສັງໄດ້ທີ 4 ຂອງແຂວງ, ແຕ່ເລືອກຮຽນໂບຮານຄະດີເລີຍຖືກດ່າວ່າໂງ່.

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລັດຖະບານສະເປນຕຽມສ້າງຖານຂໍ້ມູນພົນລະເມືອງທີ່ປະຕິເສດການສັກວັກຊີນປ້ອງກັນ ໂຄວິດ-19

ຜູ້ນໍາເກົາຫຼີເໜືອ ສົ່ງສະມາຊີກພັກລະດັບສູງ 12,000 ຄົນ ລົງຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຈາກພາຍຸໄຕ້ຝຸ່ນຖະລົ່ມ

ອີຣ່ານສະສົມຢູເລນ້ຽມເກີນລະດັບທີ່ອະນຸຍາດພາຍໃຕ້ຂໍ້ຕົກລົງລະຫວ່າງປະເທດເຖີງ 10 ເທົ່າ

ກອງທັບຈີນປະນາມ "ສະຫະລັດ" ເປັນໄພຂຸກຄາມໃຫຍ່ຕໍ່ສັນຕິພາບໂລກ

ເກົາຫຼີເໜືອອາດມີລະເບີດນິວເຄຍໃນຄັງອາວຸດສູງເຖີງ 60 ລູກ

ສື່ຈີນ Global Time ທີ່ເປັນກະບອກສຽງຂອງພັກຄອມມູນິດຈີນ ໄດ້ເຜີຍແຜ່ບົດຄວາມເຕືອນອິນເດຍ

ໜຸ່ນຈີນຕິດຄຸກຟຼີ 27 ປີ, ອອກຄຸກມາເກືອບຈື່ໜ້າຄົນໃນຄອບຄົວບໍ່ໄດ້.

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ