Skip to main content

ສະຫະລັດສົ່ງເຮືອພິຄາດ ຈໍານວນ 2 ລໍາ ຜ່ານຊ່ອງແຄບໄຕ້ຫວັນ ເປັນຄັ້ງທີ 2 ໃນຮອບ 1 ເດືອນ

ຈີນມີທ່າທີບໍ່ພໍໃຈທຸກຄັ້ງຕໍ່ມາດຕະການຕ່າງໆທີ່ສະຫະລັດສະໜັບສະໜູນເກາະແຫ່ງນີ້. ໃນນັ້ນລວມເຖີງການຂາຍອາວຸດ ແລະ ສົ່ງເຮືອຮົບຜ່ານຊ່ອງແຄບໄຕ້ຫວັນ ເຮັດໃຫ້ຄວາມສຳພັນຂອງສອງຊາດເຄັງຕຶງຫຼາຍຍິ່ງຂຶ້ນ. ທັງນີ້ ປັກກິ່ງອ້າງວ່າໄຕ້ຫວັນທີ່ປົກຄອງດ້ວຍລະບົບປະຊາທິປະໄຕເປັນສ່ວນໜຶ່ງຂອງດິນແດນຈີນ.

ໃນວັນທີ 31 ທັນວານີ້, ກອງທັບເຮືອສະຫະລັດໄດ້ລະບຸວ່າ ເຮືອພິຄາດ ຢູເອັສເອັສ ຈອນເອັສ. ແມັກເຄນ ແລະ ຢູເອັສເອັສ ເຄຕິສ ວິລເບີ ໄດ້ລ່ອງເຮືອຕາມປົກກະຕິຜ່ານຊ່ອງແຄບໄຕ້ຫວັນ ເຊິ່ງສອດຄ່ອງກັບກົດໝາຍລະຫວ່າງປະເທດ.

"ເຮືອຮົບລ່ອງຜ່ານຊ່ອງແຄບໄຕ້ຫວັນ ເພື່ອສະແດວເຖີງພັນທະສັນຍາຂອງສະຫະລັດຕໍ່ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ. ສະຫະລັດຍັງຄົງເດີນໜ້າບິນ, ລ່ອງເຮືອ ແລະ ປະຕິບັດການໃດໆກໍ່ຕາມ ຕາມກົດໝາຍລະຫວ່າງປະເທດອຸນຸຍາດ". ໂຄສົກກອງທັບເຮືອສະຫະລັດກ່າວ.

ລວມແລ້ວໃນປີ 2020 ນີ້ ກອງທັບເຮືອສະຫະລັດປະຕິບັດການລ່ອງເຮືອຮົບຜ່ານຊ່ອງແຄບໄຕ້ຫວັນທັງໝົດ 13 ຄັ່ງ. ສ່ວນກະຊວງປ້ອງກັນປະເທດຂອງຈີນຍັງບໍ່ໄດ້ອອກມາໂຕ້ຕອບໃດໆຕໍ່ພາລະກິດລ່ອງເຮືອຮົບລ່າສຸດຂອງສະຫະລັດ.

ຄັ້ງລ້າສຸດກ່ອນໜ້ານີ້, ກອງທັບຈີນສະແດງຄວາມບໍ່ພໍໃຈຢ່າງແຮງຕໍ່ກໍລະນີທີ່ເຮືອຮົບສະຫະລັດແລ່ນຜ່ານຊ່ອງແຄບໄຕ້ຫວັນໃນວັນທີ 19 ທັນວາ ທີ່ຜ່ານມາ ແລະ ປະມານພາລະກິດດັ່ງກ່າວ. ໜຶ່ງມື້ຫຼັງຈາດນັ້ນ, ກອງເຮືອບັນທຸກເຄື່ອງບິນ ຊານຕົງ ກໍ່ໄດ້ເຄື່ອນຜ່ານຊ່ອງແຄບໄຕ້ຫວັນເຊັ່ນກັນ ເຊິ່ງໄດ້ກະຕຸ້ມໃຫ້ກອງທັບເຮືອ ແລະ ກອງທັບອາກາດໄຕ້ຫວັນຕ້ອງສົ່ງເຮືອຮົບ ແລະ ເຄື່ອງບິນຫຼາຍລໍາອອກໄປຄຸມເຊິງ. ຢ່າງໃດກໍ່ຕາມ, ຈີນບອກວ່າກອງເຮືອບັນທຸກເຄື່ອງບິນດັ່ງກ່າວໄດ້ເຄື່ອນທີ່ໂດຍມີຈຸດໝາຍໄປທີ່ເຂດພຶ້ນທີ່ການຊ້ອມຮົບຕາມປົກກະຕິໃນທະເລຈີນໃຕ້.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ