Skip to main content

ຈີນກ້າວຂຶ້ນມາເປັນປະເທດຜູ້ຄ້າອາວຸດອັນດັບ 2 ຂອງໂລກ

ເລື່ອງນີ້ໄດ້ຮັບການເປີດເຜີຍຈາກສະຖາບັນວິໃຈສັນຕິພາບລະຫວ່າງປະເທດ ສະຕອດໂຮມ (Stockholm International Peace Research Institute) ຫຼື SIPRI.

ຍອດເງິນການຂາຍອາວຸດ ແລະ ບໍລິການທາງການທະຫານຂອງ 25 ບໍລິສັດທີ່ໃຫຍ່ທີ່ສຸດຂອງໂລກ ມີມູນຄ່າລວມກັນທັງໝົດສູງເຖີງ 361 ພັນລ້ານໂດລາ ໃນປີ 2019 ເຊິ່ງຫຼາຍກວ່າປີ 2018 ເຖີງ 8.5%.
ທາງສະຖາບັນ SIPRI ໄດ້ເປີດເຜີຍຕື່ມອີກວ່າ, ໃນ 25 ບໍລິສັດຄ້າອາວຸດທີ່ໃຫຍ່ທີ່ສຸດຂອງໂລກ, ມີບໍລິສັດຈີນ 4 ແຫ່ງໄດ້ກາຍເປັນຜູ້ຜະລິດອາວຸດທາງການທະຫານລາຍໃຫຍ່ທີ່ສຸດໃນໂລກ ເຊິງມີມູນຄ່າລວມກັນເທົ່າກັບ 56 ພັນລ້ານໂດລ່ ໃນປີ 2019.

ເຮັດໃຫ້ລ້າສຸດ ຈີນໄດ້ແຊງໜ້າຣັດເຊຍ ແລະ ຫຼາຍປະເທດໃນເອີຣົບ ຈົນສາມາດຂຶ້ນມາເປັນຜູ້ຂາຍອາວຸດລາຍໃຫຍ່ທີ່ສຸດອັນດັບ 2 ຂອງໂລກ ເປັນຮອງພຽງແຕ່ສະຫະລັດອາເມລິກາເທົ່ານັ້ນ.
ສິ່ງໜຶ່ງທີ່ສ້າງໃຫ້ຈີນເປັນມະຫາອຳນາດໃນການຄ້າອາວຸດສົງຄາມ ກໍ່ມາຈາກແນວຄິດໃນການພັດທະນາຄວາມທັນສະໄໝທາງທະຫານ ແລະ ຄວາມຮ່ວມມືດ້ານການທະຫານລະຫວ່າງຈີນກັບປະເທດຕ່າງໆໃນແຖບທະວີບອາຊີ ແລະ ປະເທດແຖບອັບຟຣິກາ ເຮັດໃຫ້ຍອດຂາຍອາວຸດຂອງຈີນ ຖີບໂຕຂຶ້ນຢ່າງສູງໃນຮອບຫຼາຍປີທີ່ຜ່ານມາ.

ໂດຍມີສະຫະລັດຄອງສ່ວນແບ່ງຂອງການຂາຍອາວຸດສູງເຖີງ 61% ຂອງມູນຄ່າການຊື້ຂາຍອາວຸດຂອງ 25 ບໍລິສັດໃຫຍ່. ສ່ວນຈີນຢູ່ທີ່ 15.7%.
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ຝຣັ່ງຈັບທະຫານລະດັບພັນໂທໃນກອງທັບນາໂຕ້ ໃນຂໍ້ຫາເປັນສາຍລັບໃຫ້ຣັດເຊຍ

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ຍີ່ປຸ່ນຕຽມຍ້າຍຖານການຜະລິດອອກຈາກຈີນ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ

ເທື່ອທຳອິດຂອງໂລກ! ມະຫາວິທະຍາໄລຍີ່ປຸ່ນໃຫ້ປະລິນຍາໂທແກ່ນັກຮຽນທີ່ຈົບສາຂາວິຊານິນຈາ (Ninja)

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ພໍ່ໃຈດີ ຈູດບັ້ງໄຟສີຊຸດໃຫຍ່ ສະຫຼອງໃຫ້ລູກຊາຍທີ່ເສັງໄດ້ 7 ຄະແນນ ຈາກຄະແນນເຕັມ 100 ຄະແນນ