ໃນວັນອັງຄານທີ່ຜ່ານມາ, ກອງທັບເຮືອສະຫະລັດໄດ້ສົ່ງເຮືອຮົບ USS John S. Mccain ເຂົ້າໄປໃກ້ກັບໝູ່ເກາະສະແປຣດລີ້ ທີ່ຕັ້ງຢູ່ໃນເຂດທະເລຈີນໃຕ້ ເພື່ອທ້າທາຍອຳນາດຂອງຈີນ ເຊິ່ງສະຫະລັດໃຫ້ເຫດຜົນວ່າເປັນສິດຂອງການເດີນເຮືອຢູ່ໜ້ານໍ້າສາກົນ ແລະ ເຮັດດ້ວຍຄວາມບໍລິສຸດໃຈ.
ເຊິ່ງຕໍ່ມາ ທ່ານ ຈຸນຫຼີ, ໂຄສົກກອງບັນຊາການພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ອອກມາເປີດເຜີຍວ່າ: ເຮືອຮົບ USS John S. Mccain ຂອງສະຫະລັດໄດ້ແລ່ນເຂົ້າໃກ້ໝູ່ເກາະສະແປຣດລີ້ ຫຼື ທີ່ຈີນເອີ້ນວ່າໝູ່ເກາະໜານຊາ ກ່ອນທີ່ຈະໄດ້ແລ່ນກັບອອກໄປພາຍຫຼັງທີ່ໄດ້ຮັບຄໍາເຕືອນຈາກກອງທັບຈີນ.
"ຈີນບໍ່ເຫັນດີກັບພຶດຕິກຳທີ່ເປັນອັນຕະລາຍຕໍ່ອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນ ເຊິ່ງເປັນການທຳລາຍສັນຕິພາບ ແລະ ສະຖຽນລະພາບໃນທະເລຈີນໃຕ້ຢ່າງຮຸນແຮງ" ທ່ານໂຄສົກກ່າວ.
ສ່ວນທາງດ້ານຜູ້ບັນຊາກອງເຮືອຮົບຂອງສະຫະລັດ ປະຈໍາພາກພື້ນປາຊີຟິກ ໄດ້ຖະແຫຼງໃນວັນທີ 22 ທັນວາ ທີ່ຜ່ານມານີ້ວ່າ: "ເຮືອຮົບ USS John S. Mccain ໄດ້ຢັ້ງຢືນສິດ ແລະ ເສລີພາບໃນການເດີນເຮືອໃນໝູ່ເກາະສະແປຣດລີ້ ເຊິ່ງສອດຄ່ອງກັບກົດໝາຍລະຫວ່າງປະເທດແລ້ວ".
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇



Comments
Post a Comment