Skip to main content

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 29 ທັນວາ ທີ່ຜ່ານມາ, ທ່ານ ນາຍົກ ຮຸນເຊນ ຂອງກຳປູເຈຍໄດ້ປະກາດວ່າ: ກຳປູເຈຍຜະລິດນໍ້າມັນດິບຢອດທຳອິດຢູ່ໜ້ານໍ້າທາງທະເລຂອງຕົນເອງໄດ້ສຳເລັດແລ້ວ ເຊິ່ງເປັນຄວາມສຳເລັດທີ່ລໍຖ້າມາຢ່າງຍາວນານ.

ບໍລິສັດເຊບຣອນເປັນຜູ້ສໍາຫຼວດ ແລະ ຄົ້ນພົບນໍ້າມັນດິຍຢູ່ເຂດອ່າວຊາຍຝັ່ງກຳປູເຈຍ ບໍລິເວນອ່າວໄທ ໃນປີ 2005, ແຕ່ການຜະລິດຕ້ອງຢຸດຕິລົງ ເນື່ອງຈາກລັດຖະບານ ແລະ ບໍລິສັດຍັກໃຫຍ່ຂອງສະຫະລັດລາຍນີ້ບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້ ກ່ຽວກັບ ການແບ່ງປັນລາຍໄດ້ ເຮັດໃຫ້ບໍລິສັດເຊບຣອນ ຂາຍຮຸ້ນໃຫ້ແກ່ບໍລິສັດ ຄຣິດເອນເນີເຈີ ຂອງສິງກະໂປ ໃນປີ 2015.

ທ່ານ ຮຸນເຊນ ກ່າວຍ້ອງຍໍການຜະລິດນໍ້າມັນດິບ ໃນຄັ້ງນີ້ວ່າ: "ເປັນຄວາມສຳເລັດຄັ້ງໃໝ່ສໍາລັບເສດຖະກິດຂອງກຳປູເຈຍ. ນໍ້າມັນດິບຢອດທຳອິດຖືກຜະລິດອອກມາແລ້ວ. ປີ 2021 ທີ່ກຳລັງຈະມາຮອດນີ້, ພວກເຮົາໄດ້ຮັບຂອງຂັວນທີ່ຍິ້ງໃຫຍ່ສຳລັບປະເທດຂອງເຮົາ ນັ້ນກໍ່ຄືການຜະລິດນໍ້າມັນຄັ້ງທຳອິດໃນດິນແດນຂອງພວກເຮົາ". 

ນໍ້າມັນດິບຖືກດູດຂຶ້ນມາຈາກພື້ນທະເລເຂດນອກຊາຍຝັ່ງຕະເວັນຕົກສຽງໃຕ້ຂອງສິຫະນຸວິວລ໌. ການຄົ້ນພົບແຫຼ່ງນໍ້າມັນດິບຂອງບໍລິສັດ ເຊບຣອນ ເຮັດໃຫ້ກຳປູເຈຍຫວັງທີ່ຈະເປັນປະເທດທີ່ສົ່ງອອກນໍ້າມັນລາຍຕໍ່ໄປຂອງພາກພື້ນ ໂດຍລັດຖະບານໄດ້ປະເມີນວ່າມີນໍ້າມັນດິບຈໍານວນຫຼາຍຮ້ອຍລ້ານບາເຣວຢູ່ພື້ນທະເລຂອງຕົນ.

_______________

👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ