Skip to main content

ສະຫະລັດຕຽມອະນຸມັດຂາຍຈະຫຼວດອັດຊະລິຍະ SDB i ໃຫ້ແກ່ ຊາອຸດິອາຣາເບຍ ເພື່ອເອົາໄວ້ຈັດການກັບອີຣ່ານ

ຄວາມເປັນໄປໄດ້ທີ່ຈະຂາຍອາວຸດໃນຄັ້ງນີ້ ເກີດຂຶ້ນໃນວັນທ້າຍໆຂອງວາລະດຳລົງຕໍາແໜ່ງປະທານາທິບໍດີ ຂອງ ທ່ານ ດໍໂນ ທຣໍາ ໃນຂະນະທີ່ວາທີ່ປະທານາທິບໍດີຜູ້ໃໝ່ ທ່ານ ໂຈໄບ ເດນ ເຄີຍປະກາດວ່າຈະລະງັບການຂາຍອາວຸດໃຫ້ແກ່ຊາອຸດິອາຣາເບຍ ເຊິ່ງເປັນຊາດຜູ້ຊື້ອາວຸດໃຫຍ່ທີ່ສຸດຂອງສະຫະລັດໃນຕາເວັນອອກກາງ, ເນື່ອງຈາກ ທ່ານ ໂຈໄບ ເດນ ຕ້ອງການທີ່ຈະກົດດັນໃຫ້ຊາອຸດິອາຣາເບຍ ຢຸດຕິສົງຄາມໃນປະເທດເຢເມນ ເຊິ່ງກໍ່ວິກິດດ້ານມະນຸດຊະທຳຄັ້ງຮ້າຍແຮງທີ່ສຸດຂອງໂລກ.
ການຂາຍອາວຸດຄັ້ງນີ້ປະກອບດ້ວຍຈະຫຼວດອັດຊະລິຍະນໍາວິຖີ GBU-39 Small Diameter Bomb i ຫຼື SDB i ຈໍານວນ 3 ພັນລູກ, ອຸປະກອນສະໜັບສະໜູນ,  ອາໄລ່ ແລະ ການສະໜັບສະໜູນທາງເຕັກນິກ ເຊິ່ງມີມູນຄ່າທັງໝົດ 2.9 ແສນລ້ານໂດລາ.
"ການຂາຍອາວຸດໃນຄັ້ງນີ້ ຈະເປັນການປັບປຸງປະສິດທິພາບຂອງກອງທັບຊາອຸດິອາຣາເຍຍ ໃຫ້ທັນກັບໄພຄຸກຄາມໃນປະຈຸບັນ ແລະ ໃນອານາຄົດ ໂດຍສິເພາະແມ່ນລະບົບຈະຫຼວດຍິງຈາກອາກາດສູ່ພື້ນດິນທີ່ມີຄວາມແມ້ນສຸດໆ ແລະ ມິໄລຍະການຍິງທີ່ໄກ" ກະຊວງປ້ອງກັນປະເທດຂອງສະຫະລັດຖະແຫຼງ.
ຖະແຫງການຍັງໄດ້ລະບຸວ່າ: "ເນື່ອງຈາກຂະໜາດ ແລະ ຄວາມແມ້ນສຸດໆຂອງລະເບີດອັດສະລິຍະ SDB i ເຮັດໃຫ້ມັນເປັນຈະຫຼວດທີ່ມີປະສິດທິພາບ ແລະ ສ້າງຄວາມເສຍຫາຍຕໍ່ເຂດຂ້າງຄຽງໜ້ອຍກວ່າຈະຫຼວດລຸ້ນອື່ນໆ".
_______________
👉 ອ່ານຫົວຂໍ້ຂ່າວອື່ນໄດ້ຢູ່ດ້ານລຸ່ມ 👇

Comments

ຫົວຂໍ້ຂ່າວຍອດນິຍົມປະຈຳອາທິດ

ກຳປູເຈຍ ສາມາດຜະລິດນໍ້າມັນດິບຢອດທຳອິດ ຢູ່ເຂດພື້ນທີ່ທາງທະເລຂອງຕົນເອງໄດ້ສຳເລັດແລ້ວ

ທ່ານ ທຣໍາ ອວຍພອນປີໃໝ່ 2021, ຂອບໃຈຄົນອາເມລິກາຮ່ວມກັນສູ້ໂຄວິດ-19 ແລະ ຍົກຍ້ອງຄວາມສຳເລັດຂອງວັກຊີນສະຫະລັດພາຍໃຕ້ລັດຖະບານຂອງຕົນ

ສະຫະລັດ ປະກາດຂຶ້ນບັນຊີດຳບໍລິສັດຈີນ ແລະ ຣັດເຊຍ ເພີ່ມອີກກວ່າ 100 ບໍລິສັດ

ຈີນກ້າວຂຶ້ນເປັນຜູ້ນໍາລົດໄຟໂລກ, ບໍ່ວ່າຈະເປັນລົດໄຟຄວາມໄວສູງ ແລະ ລົດໄຟຂົນສົ່ງສິນຄ້າ

ມຽນມາປັບປຸງກົດໝາຍໃຫ້ສາມາດເພາະພັນສັດປ່າຫາຍາກໄດ້

ເສດຖະກິດຈີນຕຽມແຊງໜ້າສະຫະລັດຂຶ້ນເປັນເບີ 1 ຂອງໂລກໃນອີກ 8 ປີຂ້າງໜ້າ ຫຼື ໃນປີ 2028

ຈີນປ່ຽນໃຈຕຽມນໍາເຂົ້າສິນຄ້າທາງດ້ານການກະສິກຳຈາກສະຫະລັດເພີ່ມຂຶ້ນ ເພື່ອປະຕິບັດຕາມຂໍຕົກລົງການຄ້າ ໄລຍະທີ 1

ລົດໄຟລາວ-ຈີນ ວາງລະບົບລາງແຕ່ນະຄອນຫຼວງວຽງຈັນຫາຫຼວງພະບາງສໍາເລັດແລ້ວ

ສະຫະລັດປະກາດວ່າຈີນກຳລັງສ້າງເຄືອຂ່າຍທາງການທະຫານໃນມະຫາສະມຸດອິນເດຍ

ບໍລິສັດ Huawei ເສຍໃຫ້ Nokia ແລະ Ericsson, ບໍ່ໄດ້ວາງເຄືອຂ່າຍລະບົບ 5G ຢູ່ປະເທດສິງກະໂປ